ທ່ານໂອບາມາ ຢືນຢັນ ການສະໜັບສະໜູນຢູໂຣບ ໃນການຢ້ຽມຢາມອາທິດແລ້ວນີ້

  • ໄພສານ ວໍຣະຈັກ

ປະທານາທິບໍດີບາຣັກໂອບາມາ ກ່າວຖະແຫຼງຕໍ່ປະຊາຊົນ ທີ່ນະຄອນ Dublin ປະເທດໄອຣ໌ແລນ (23 ພຶດສະພາ 2011)

ປະທານາທິບໍດີບາຣັກ ໂອບາມາ ໄດ້ເດີນທາງໄປຢ້ຽມຢາມ 4 ປະເທດໃນຢູໂຣບເປັນເວລາ 6 ມື້ ​ໃນອາທິດ​ແລ້ວ​ນີ້. ດັ່ງທີ່ນາຍ Kent Klein ຜູ້ສື່ຂ່າວຂອງ VOA ລາຍງານມາຈາກ ທຳນຽບຂາວ ປະທານາທິບໍດີສະຫະລັດໄດ້ໃຊ້ເວລາສ່ວນໃຫຍ່ໃນການເດີນທາງຄັ້ງນີ້ ເພື່ອ ໃຫ້ການຢືນຢັນອີກຄັ້ງນຶ່ງວ່າ ການເປັນພັນທະມິດລະຫວ່າງສະຫະລັດແລະຢູໂຣບແມ່ນຍັງ ມີຄວາມສຳຄັນຢູ່.

ປະທານາທິບໍດີໂອບາມາບໍ່ໄດ້ລົງນາມໃນຂໍ້ຕົກລົງທີ່ສຳຄັນຫຼື
ປະກາດໃຫ້ຊາບກ່ຽວກັບນະໂຍບາຍໃໝ່ໃດໆ ໃນລະຫວ່າງ
ທີ່ທ່ານຢ້ຽມຢາມຢູໂຣບ​ເປັນ​ເວລາ​ເກືອບ​ນຶ່ງ​ສັບປະດາ​ນັ້ນ.

ແຕ່ເບິ່ງຄືວ່າທ່ານໄດ້ປະສົບກັບຄວາມສຳເລັດໃນເປົ້າໝາຍ
ຕົ້ນຕໍ ກ່ຽວກັບການເດີນທາງໄປຢ້ຽມຢາມຂອງທ່ານ ນັ້ນກໍ
ຄືໃຫ້ການຄໍ້າປະກັນແກ່ຢູໂຣບວ່າການເປັນພັນທະມິດຂ້າມ
ມະຫາສະມຸດອັດລັນຕິກແມ່ນຍັງມີຄວາມສຳຄັນຕໍ່ສະຫະລັດ.

ສົງຄາມໃນອີຣັກ ແລະອັຟການິສຖານ ຄວາມວຸ້ນວາຍໃນ
ພາກຕາເວັນອອກກາງ ຄວາມອຸດົມຮັ່ງມີ ໃນເຂດເອເຊຍ
ແລະວິກິດການພາຍໃນປະເທດ ໄດ້ຄອບງຳ ຄວາມສົນໃຈ
ສ່ວນໃຫຍ່ຂອງທ່ານໂອບາມານັບແຕ່ທ່ານໄດ້ເຂົ້າກຳຕຳແໜ່ງເປັນປະທານາທິບໍດີມາ.

ຍິ່ງໄປກວ່ານັ້ນ ລັດຖະບານທ່ານໂອບາມາຍັງປະກາດວ່າ ຕົນຖືວ່າກຸ່ມຈີ 20 ທີ່ມີສະມາຊິກ
ຈາກທົ່ວທຸກທະວີບນັ້ນມີຄວາມສຳຄັນຫຼາຍໄປກວ່າກຸ່ມຈີ 8 ທີ່ມີຢູໂຣບເປັນສູນກາງ.

ທ່ານໂອບາມາເລີ່ມການຢ້ຽມຢາມທາງດ້ານການທູດຂອງທ່ານທີ່ປະເທດ Ireland ບ່ອນທີ່
ທ່ານໄດ້ພົບປະກັບພວກຜູ້ນຳຂອງປະເທດ ດື່ມເບຍທີ່ຮ້ານກິນດື່ມນ້ອຍໆແຫ່ງນຶ່ງທີ່ເມືອງ
Moneygall ຊຶ່ງເປັນບ້ານເກີດເມືອງນອນບັນພະບຸລຸດຂອງທ່ານແລະປະກາດວ່າທ່ານເປັນ
ຄົນເຊື້ອສາຍ Ireland ຕໍ່ໜ້າປະຊາຊົນຫຼາຍສິບພັນຄົນທີ່ນະຄອນ Dublin.

ທ່ານໂອບາມາກ່າວວ່າ “ສະບາຍດີນະຄອນ Dublin ສະບາຍດີປະເທດ Ireland
ຂ້າພະເຈົ້າມີຊື່ວ່າ ບາຣັກໂອບາມາ ມາ​ຈາກ​ຄອບຄົວ​ໂອ​ບາ​ມາ ​ແຫ່ງ​ເມືອງ Mo-
neygall."

ທ່ານບໍ່ໄດ້ຮັບປາກ​ທີ່​ຈະໃຫ້ການຊ່ອຍເຫຼືອທາງດ້ານການເງິນໃດໆຂອງ​ສະຫະລັດເພື່ອສະ
ໜັບສະໜຸນເສດຖະກິດທີ່ພວມປະສົບບັນຫາຂອງ Ireland ມີແຕ່ໃຫ້ຄຳໝັ້ນສັນຍາສະໜັບ ສະໜຸນທາງດ້ານຈິດໃຈທໍ່ນັ້ນ.

ທ່ານໂອບາມາ ກວດແຖວທະຫານກອງ ກຽດຕິຍົດຮ່ວມກັບເຈົ້າຊາຍຟີລິບຂະນະ ທີ່ເດີນທາງໄປເຖິງ ພະລາດຊະວັງ ບັກ ກິ່ງແຮມ (24 ພຶດສະພາ 2011)

ປະເທດຕໍ່ໄປທີ່ປະທານາທິບໍດີໂອບາມາ
ໄປຢ້ຽມຢາມກໍແມ່ນອັງກິດ. ສະຫະລັດ
ແລະອັງກິດເປັນພັນທະມິດທີ່ໃກ້ຊິດກັນ
ທີ່ສຸດ ນັບແຕ່ສັດຕະວັດທີ 19 ເປັນຕົ້ນ
ມາ ແລະປະເທດທັງສອງເປັນຄູ່ການຄ້າ
ທີ່ໃຫຍ່ທີ່ສຸດໃນໂລກ.

ແຕ່ການເສຍມາລະຍາດທາງພິທີການ
ທູດຈຳນວນນຶ່ງແລະສິ່ງທີ່ມອງ​ເຫັນ​ກັນ
ວ່າ ເປັນການ​ເມີນ​ເສີຍບໍ່​ໃຫ້​ຄວາມ​ສົນ​
ໃຈ ທີ່ໄດ້ເລີ່ມມາຕັ້ງແຕ່ພິທີສາບານໂຕ
ເຂົ້າຮັບຕຳແໜ່ງ ຂອງທ່ານໂອບາມາ
ແລ້ວ​ນັ້ນ ໄດ້ພາ​ໃຫ້​ມີ​ການຕັ້ງຄຳຖາມ
ຂຶ້ນ​ມາກ່ຽວກັບສຸຂະພາບ ຂອງອັນທີ່
ມັກເອີ້ນກັນວ່າ “ຄວາມສຳພັນພິເສດ”
ລະຫວ່າງ​ສະຫະລັດ​ກັບອັງກິດນັ້ນ.

ອັງກິດ ໄດ້ຈັດພິທີຕ້ອນຮັບຢ່າງເປັນທາງການ ແບບເປັນກຽດພິເສດທີ່ບໍ່ຄ່ອຍເຫັນກັນແກ່
ປະທານາທິບໍດີໂອບາມາ ຮວມທັງ​ໃຫ້ໂອກາດທ່ານ​ໄດ້ກ່າວຄຳ ປາໄສທີ່ຫໍສະພາແຫ່ງຊາດ
Westminster Hall ທີ່​ເກົ່າ​ແກ່ 900 ປີ ຊຶ່ງທີ່ນັ້ນປະທານາທິບໍດີໂອມາບາໄດ້ປະຕິ​ເສດ​ຕໍ່
ຄຳໂຕ້ແຍ້ງທີ່ວ່າ ພວກເສດຖະກິດທີ່ພຸ່ງພົ້ນຂຶ້​ນມາໃໝ່​ໃນຈີນ ອິນເດຍແລະບຣາຊີລນັ້ນ ຈະ
ເຂົ້າມາແທນທີ່ສະຫະລັດແລະອັງກິດ ເປັນປະເທດຜູ້ນຳຂອງໂລກ.

ທ່ານໂອບາມາກ່າວວ່າ “ຄຳໂຕ້ແຍ້ງນັ້ນ ແມ່ນບໍ່ຖືກຕ້ອງ. ເວລາໃນການເປັນຜູ້ນຳ
ພາຂອງເຮົາແມ່ນປັດຈຸບັນນີ້. ມັນແມ່ນສະຫະລັດແລະສະຫະລາດຊະອານາຈັກ
ອັງກິດແລະພັນທະມິດປະຊາທິປະໄຕຂອງພວກເຮົາທີ່ຫຼໍ່ຫຼອມໂລກໃຫ້ບັນດາປະ
ເທດໃໝ່ຕ່າງໆສາມາດ​ໂຜ່​ໂຕ​ຂຶ້ນ​ມາແລະສ່ວນ​ບຸກຄົນສາມາດຈະ​ເລີ​ນຮຸ່ງ​ເຮືອງ
ຂຶ້ນ​ມາ​ໄດ້ ແລະແມ່ນ​ແຕ່​ໃນ​ຂະນະ​ທີ່ຫຼາຍປະເທດເພີ່ມຂຶ້ນກ້າວ​ເຂົ້າ​ມາ​ຮັບຄວາມ
ຮັບຜິດຊອບໃນ​ການນຳພາໂລກນັ້ນ ການເປັນພັນທະມິດຂອງພວກເຮົາ ກໍຍັງຈະ
ສືບຕໍ່ມີຄວາມຈຳເປັນ ຕໍ່ເປົ້າໝາຍຂອງສັດຕະວັດ ທີ່ມີສັນຕິພາບ ຄວາມວັດທະ
ນາຖາວອນ ແລະຄວາມຍຸດຕິທຳເພີ່ມຂຶ້ນນັ້ນ."

ປະທານາທິບໍດີໂອບາມາແລະນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໄດ້ສົນ
ທະນາຫາລືກັນກ່ຽວກັບບັນຫາຫຼາຍໆເລື່ອງ ຮວມທັງລີເບຍ. ເປັນທີ່ປາກົດວ່ານາຍົກລັດ
ຖະມົນຕີ Cameron ຢາກຈະໃຫ້ເອົາມາດຕະການແບບໜັກມືເພີ່ມຂຶ້ນເພື່ອພະຍາຍາມຂັບ
ໄລ່ຜູ້ນຳລີເບຍ ທ່ານ Muammar Gadhafi ອອກຈາກອຳນາດ ຂະນະທີ່ທ່ານໂອບາມາ
ຮຽກຮ້ອງໃຫ້ດຳເນີນການແບບມີຄວາມລະມັດລະວັງຫລາຍ​ກ່ວາ.

ແຕ່ພວກຜູ້ນຳທັງສອງໄດ້ສະແດງໃຫ້ເຫັນເຖິງຄວາມຜູກພັນສ່ວນ​ໂຕທີ່ີ​ແໜ້ນໜາຂື້ນຂອງ
ພວກທ່ານ ໃນການຕີປິງປ໋ອງຄູ່ ກັບພວກເດັກນ້ອຍນັກຮຽນທີ່ກຸງລອນດອນ ແລະເສີບ
ແຮມເບີເກີໃນງານ​ລ້ຽງບາບີຄິວ ທີ່ບ້ານພັກນາຍົກລັດຖະມົນຕີອັງກິດ ນໍາເບີ 10 ຖະໜົນ
Downing ນັ້ນ. ນອກນີ້ທັງທ່ານໂອບາມາ ແລະພະລາຊີນີ Elizabeth ແຫ່ງອັງກິດ ຕ່າງ
ກໍ​ໄດ້​ກ່າວ​ເນ້ນປະ​ໂຫຍ​ກ “ຄວາມສຳພັນພິເສດ” ລະຫວ່າງ​ສອງ​ປະ​ເທດເວລາພວກທ່ານດື່ມ ອວຍພອນໃນງານລ້ຽງຮັບຮອງອາຫານຄໍ່າທີ່ພະລາດຊະວັງ Buckingham.

ຫຼັງຈາກນັ້ນ ປະທານາທິບໍດີໂອບາມາກໍໄດ້ໄປຮ່ວມກອງປະຊຸມສຸດຍອດຂອງກຸ່ມຈີ 8 ທີ່
ເມືອງ Deauville ປະເທດຝຣັ່ງ ເພື່ອຊອກຫາຊ່ອງທາງໃນການໃຫ້ຄວາມຊ່ອຍເຫຼືອແກ່
ປະເທດອີຈິບແລະຕູນີເຊຍແລະປະເທດອາຣັບອື່ນໆທີ່ສະແດງຮ່ອງຮອຍໃຫ້ເຫັນເຖິງການ
ປະຕິຮູບໄປສູ່ປະຊາທິປະໄຕນັ້ນ.

ກຸ່ມ 8 ປະເທດປະຊາທິປະໄຕທີ່ຈະເລີນທາງດ້ານອຸດສາຫະກຳຂອງໂລກບໍ່ໄດ້ໃຫ້ຄໍາ​ໝັ້ນ
ສັນຍາ​ຢ່າງ​ເປັນ​ຮູບ​ປະ​ທໍາ​ໃດໆແຕ່ກໍກ່າວວ່າ ອາດມີການສະເໜີ​ເງິນ​ຊ່ວຍ​ເຫລືອ ຈໍານວນ
20 ພັນລ້ານ​ດອນລາ ໃຫ້ອີຈິບແລະຕູນີເຊຍ ສໍາລັບໂຄງການປະຕິຮູບຕ່າງໆ.

ທີ່ເມືອງ Deauville ປະທານາທິບໍດີໂອບາມາບໍ່ສາມາດສ້າງຄວາມໝັ້ນໃຈ ໃຫ້ແກ່ປະທາ
ນາທິບໍດີຣັດເຊຍ ທ່ານ Dmitry Medvedev ໄດ້ວ່າ ລະບົບປ້ອງກັນລູກສອນໄຟຂອງ
ສະຫະລັດ ທີ່ມີການສະເໜີໄປນັ້ນ ບໍ່ໄດ້ແນເປົ້າໝາຍໃສ່ລູກສອນໄຟຣັດເຊຍ.

ແຕ່ແນວໃດກໍຕາມ ທ່ານ Medvedev ໄດ້ຕົກລົງທີ່​ຈະໃຫ້ການສະໜັບສະໜຸນ ຕໍ່ການດຳ
ເນີນຄວາມພະຍາຍາມທີ່ຈະຂັບໄລ່ທ່ານ Moammar Gadhafi ລົງຈາກອຳນາດຊຶ່ງຈະ​ເປັນ​ການໂດດດ່ຽວຜູ້ນຳຂອງລີເບຍເພີ່ມຂຶ້ນ.

ທີ່ນະຄອນຫຼວງວໍຊໍ​ຂອງ​ປະ​ເທດ​ໂປແລນນັ້ນ ທ່ານໂອບາມາໄດ້ໃຫ້ຄວາມ​ໝັ້ນ​ໃຈອີກຄັ້ງ
ນຶ່ງ ຕໍ່ພວກຜູ້ນຳຂອງປະເທດດັ່ງກ່າວວ່າ ການປັບປຸງຄວາມສຳພັນໃຫ້ດີຂຶ້ນກັບຣັດເຊຍ
ບໍ່ໄດ້ໝາຍເຖິງການຫລຸດ​ນ້ອຍ​ຖອຍ​ລົງໃນພັນທະຂອງວໍຊິງຕັນທີ່​ຈະປົກປ້ອງຄຸ້ມຄອງໂປ
ແລນ ຊຶ່ງເປັນປະເທດພາຄີຂອງອົງການເນໂຕ້ດ້ວຍກັນນັ້ນ.

ປະທານາທິບໍດີໂອບາມາກ່າວວ່າ “ສິ່ງທີ່ພວກເຮົາຕ້ອງການຢາກເຮັດກໍຄືສ້າງບັນ
ຍາກາດຂຶ້ນຢູ່ໃນຂົງເຂດ ເພື່ອໃຫ້ມີສັນຕິພາບແລະຄວາມໝັ້ນຄົງ. ນີ້ແມ່ນເປັນ
ສິ່ງທີ່ດີບໍ່ພຽງແຕ່ສຳລັບຂົງເຂດທໍ່ນັ້ນ ແຕ່ຍັງເປັນສິ່ງທີ່ດີສຳລັບສະຫະລັດອະ
ເມຣິກາ ແລະພວກເຮົາຈະມາຊ່ອຍໂປແລນສະເໝີ.”

ນອກນັ້ນປະທານາທິບໍດີໂອບາມາຍັງໄດ້ຕົກລົງທີ່ຈະສົ່ງເຮືອບິນລົບ F-16 ແລະເຮືອບິນ
ຂົນສົ່ງ C-130 ໄປໃຫ້ໂປແລນເພື່ອຝຶກແອບ ແລະຈະຂໍໃຫ້ລັດຖະສະພາ ຜ່ອນຜັນກ່ຽວ
ກັບເລື່ອງວີຊ່າ ໃຫ້ແກ່ພວກນັກທ່ອງທ່ຽວຊາວໂປແລນ ທີ່ເດີນທາງມາຢ້ຽມຢາມສະຫະ
ລັດ.

ທ່ານໂອບາມາໄດ້ໃຊ້ເວລາສ່ວນໃຫຍ່ໃນການຢ້ຽມຢາມປະເທດໂປແລນຢູ່ທີ່ນະຄອນຫຼວງ
ວໍຊໍເພື່ອຢ້ຽມຄຳນັບປະເທດເຈົ້າພາບ.

ທ່ານໄດ້ໄປວາງພວງມາລາທີ່ຂຸມຝັງສົບທະຫານນິລະນາມຂອງໂປແລນ ທີ່ອະນຸສາວະລີ
ຂອງພວກທີ່ຖືກສັງຫານໂດຍນາຊີເຢຍຣະມັນຢູ່ຄຸ້ມຄົນທຸກຂອງນະຄອນວໍຊໍ ແລະທີ່ອະນຸ
ສາວະລີຂອງມື້ລາງປະທານາທິບໍດີ Lech Kaczynski ແລະພວກເຄາະຮ້າຍອື່ນໆໃນອຸ ບັດຕິເຫດເຮືອບິນຕົກທີ່ເມືອງ Smolensk ໃນປີກາຍນີ້.

ນອກນັ້ນ ປະທານາທິບໍດີສະຫະລັດຍັງໄດ້ພົບປະກັບພວກຜູ້ນຳຈຸນຶ່ງຂອງສະຫະພັນກຳ
ມະບານ Solidarity ທີ່ເປັນຜູ້ຊຸກຍູ້ໃຫ້ມີປະຊາທິປະໄຕໃນໂປແລນນັ້ນ.

ປະທານາທິບໍດີໂອບາມາໄດ້ເຕືອນຊາວຢູໂຣບໃນທຸກໆບ່ອນຢຸດແວ່ຂອງທ່ານ ວ່າທ່ານຂໍ
ໃຫ້ການຢືນຢັນອີກຄັ້ງນຶ່ງວ່າ ການເປັນພັນທະມິດຂ້າມມະຫາສະມຸດອັດລັນຕິກຂອງສະ
ຫະລັດ ແມ່ນຮາກຖານທີ່ສຳຄັນໃນການພົວພັນກັບໂລກ ຂອງວໍຊິງຕັນ.