ຂໍ້ສະເໜີດ້ານເສດຖະກິດ ຊຸດທີສອງ ຂອງ ປ. ໂອບາມາ (ເບິ່ງວີດີໂອ)

  • ທອງປານ ເທບວົງສາ

ປະທານາທິບໍດີ ບາຣັກ ໂອບາມາ ຖະແຫລງກ່ຽວກັບຂໍ້ສະເໜີດ້ານເສດຖະກິດ ຊຸດທີສອງ ຂອງທ່ານ ທີ່ທໍານຽບຂາວ ເມື່ອວັນທີ 19 ກັນຍາ 2011.

ໃນ​ການ​​ນໍາ​ສະ​ເໜີ​ຂໍ້​ສະ​ເໜີ​ດ້ານເສດຖະກິດ​ທີ່​ສໍາຄັນຊຸດ​​ທີ່​ສອງຂອງ​ທ່ານ ​ໃນ​ໄລຍະ​ພຽງ 10 ມື້ ​​ເມື່ອ​ວັນ​ຈັນ​ຜ່ານ​ມາ​ນັ້ນ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ເປີ​ດ​ເຜີຍ​ແຜນການຕັດ​ ການ​ໃຊ້​ຈ່າຍ​ຂອງ​ລັດຖະບານລົງ 3​ ພັນ​ຕື້​ໂດ​ລາ ​​ໃນ​ໄລຍະ 10 ປີ​ຕໍ່ໜ້າ ​​ແລະ​ກ່າວ​ວ່າ ຊາວ​ອາ​ເມຣິກັນ​ທຸກ​ຖ້ວນ​ໜ້າ ໂດຍ​ສະ​ເພາະ​ພວກຮັ່ງມີ​ທັງຫລາຍ ​ແມ່ນຈະ​ຖືກ​ຮ້ອງ​ຂໍໃຫ້​​ແບກ​ຫາບພາ​ລະ​ຮ່ວມ​ກັນ ​ໃນ​ການ​ແກ້​ໄຂ​ບັນ​ຫາ​ເສດຖະກິດຂອງ​ຊາດ ​ແຕ່​ຝ່າຍ​ຣີພັບ​ບລິ​ກັນ​ໄດ້​ຕໍາ​ ໜິຕໍ​ຕຽນ​ຂໍ້ສະ​ເໜີ​ດັ່ງກ່າວ​ນີ້​ແລ້ວ. ທອງ​ປານມີ​ລາຍ​ລະອຽດ ມາສະ​ເໜີ​ທ່ານ​.

ໃນ​ການ​ຖົກ​ຖຽງ​ໂຕ້​ແຍ້​ງກັນ​ກັບລັດຖະ​ສະພາ​ ກ່ຽວ​ກັບ​ການຂາດ​ດຸນ​ງົບປະມານ​ແລະ​ການ​ລົດ​ໜີ້​ສິນ​ຂອງ​ລັດຖະບານ​ແລະ​ພາສີນັ້ນ ທ່ານ​ໂອ​ບາ​ມາ​ໄດ້​ເນັ້ນ​ຍໍ້າຢູ່​ເລື້ອຍ​ໆ​ເຖິງຄວາມ​ຈໍາ​ເປັນ ​ສໍາລັບຄວາມ​ສົມ​ດຸນ​ໃນ​ການ​ແກ້​ໄຂ​ງົບປະມານ​ແຫ່ງ​ຊາດ​ທີ່​ບໍ່​ລົງ​ຕົວ​ນັ້ນ​ແລະການ​ເສຍສະລະ ຮ່ວມ​ກັນ ​ແຕ່​ວ່າ​ໃນ​ຂະນະ​ດຽວ​ກັນ ກໍ​ບໍ່​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ແກ່​ພວກ​ຊາວ​ອາ​ເມຣິກັນ​ ທີ່​ທຸກ​ຍາ​ກທັງຫລາຍ​.

ແຜນການ​ຊຸດ​ທີ​ສອງ​ຂອງ​ທ່ານໂອ​ບາ​ມາ​ ຊຶ່ງ​ຕິດຕາມ​ມາຫລັງ​ຈາກຂໍ້​ສະ​ເໜີ​ສ້າງ​ໜ້າ​ວຽກ
​ມູນ​ຄ່າ 447 ພັນລ້ານ​ໂດ​ລາ ຫລື 447 ຕື້ໂດລາຂອງ​ທ່ານ​ ຊຶ່ງ​ໂຮ​ມທັງຄໍ​າ​ແນ​ະນໍາ​ຕໍ່
ຄະນະ​ກໍາ​ມະ​ການ​ລົດ​ການຂາດ​ດຸນງົບປະມານ​ຮ່ວມ​ຂອງ​ລັດຖະສະພານັ້ນ ​ແມ່ນ​ໄດ້​ເພີ່ມ
​ເດີມ​ພັນຂຶ້ນອີກ​ ໃນ​ການ​ຕໍ່ສູ້​ກັນ​ທາງ​ດ້ານ​ການ​ເມືອງ​ກັບ​ພັກ​ຝ່າຍຄ້ານຣີພັບ​ບລິ​ກັນນັ້ນ.

ແຜນການ​ດັ່ງກ່າວ​ຈະ​ປະຢັດ​ການ​ຂາດ​ດຸ​ງົບປະມານ​ລົງ​ໄດ້​ຫລາຍ​ກວ່າ 3,200 ​ຕື້​ໂດ​ລາ​ໃນ
​ສິບ​ປີ​ຕໍ່ໜ້າ ​ໂດຍ​ຮວມ​ເອົາ​ການ​ຕັດ​ການ​ໃຊ້​ຈ່າຍ​ລົງກັບການ​ຂຶ້ນ​ພາສີຊຸດ​ໃໝ່ ​ໂຮມ​ທັງການ
ເກັບ​ພາສີໃນອັດຕາ​ຕໍ່າ​ສຸດ​ຈາກ​ພວກເສດ​ຖີທັງຫລາຍ.

ພ້ອມ​ກັບ​ການ​ຕັດລາຍ​ຈ່າ​ຍລົງ​ 1,000 ​ຕື້​ໂດ​ລາ​ກ່ອນ​ໜ້າ​ນີ້ ທີ່​ໄດ້​ມາຈາກ​ການ​ປານີປານ​ອມ
ທີ່​ຍາກ​ລໍາ​ບາກ​ກັບ​ພັກ​ຣີພັບ​ບລິ​ກັນນັ້ນ ຈໍານວນການ​ຕັດ​ລົງ​ທັງ​ໝົດ ກໍ​ຈະ​ຕົກ​ເປັນ 4,400
​ຕື້​ໂດ​ລາ ​ແລະ​ຢູ່​ໃນ​ລະດັບ​ຂອງ​ອັນທີ່​ເອີ້ນ​ກັນ​ວ່າ ການ​ຕໍ່​ຮອງ​ກັນ​ຄັ້ງ​ໃຫຍ່ ​ທີ່​ທ່ານ​ໂອ​ບາ​ມາ
ໄດ້​ເຫັນ​ດີ​ນໍາ​ເມື່ອ​ຕົ້ນ​ປີ​ນີ້ ​ແຕ່​ພັກ​ຣີພັບ​ບລິກັນ​ບໍ່​ຍອມຮັບ​ເອົານັ້ນ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ

“ມັນ​ເປັນແຜນການ​ທີ່​ຈະ​ລົດຜ່ອນ​ໜີ້​ສິນ​ຂອງ​ພວກ​ເຮົາ​ລົງ​ໄດ້ ຫລາ​ຍກວ່າ 4 ພັນ​ຕື້​
ໂດ​ລາ ​ຊຶ່ງ
ຈະບັນລຸການປະຢັດ​ນີ້​ໄດ້ ໃນ​ແນວທາງ​ທີ່​ວ່າ​ຍຸຕິ​ທໍາ ​ໂດຍ​ການ​ຂໍ​ຮ້ອງ​ໃຫ້
​ທຸກໆ​ຄົນ​ຈົ່ງກະທໍາ​ໃນ​ສ່ວນ​ຂອງ​ຕົນ ​ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້​ໃດ
ຕ້ອງແບບ​ຫາບ​ພາລະ​ທີ່​ໜັກ
ໜ່ວງ
ເກີນໄປ ຕາມ​ລໍາພັງ.

ແຜນການ​ຂອງ​ທ່ານ​ໂອ​ບາ​ມາ ​ແນ​ເປົ້າໝາຍ​ໃສ່​ຊ່ອງວາງ​ດ້ານ​ພາສີ ທີ່​ເອື້ອ​ອໍານວຍ​ຕໍ່
ພວກ​ຮັ່ງມີ ​ແລະ​ປ່ອຍ​ໃຫ້ການ​ຕັດ​ພາສີທີ່ລັດຖະສະພາ​ໄດ້ອະນຸມັດ​ໃຫ້ ພາຍ​ໃຕ້​ລັດຖະ
ບານ​ຂອງ​ອະດີດ​ປະທານາ​ທິບໍດີ​ພັກຣີພັບ​ບລິ​ກັນ ທ່ານ George W. Bush ນັ້ນ
​ໝົດ​ອາຍຸ​ລົງ​ຕາມ​ກໍານົດ​ທ້າຍ​ປີ​ນີ້. ແຜນການ​ຂອງ​ທ່ານ​ໂອ​ບາ​ມາຍັງ​ຮຽກຮ້ອງ​ໃຫ້​ມີ​ການ​
ປະຕິ​ຮູບ​ພາສີ ຢ່າງກວ້າງຂວາງ​ອີກ.

ນອກ​ນັ້ນ​ແລ້ວ ກໍໂຮມເອົາທັງ​ບາດກ້າວ​ຕ່າງໆ​ທີ່​ພັກຣີພັບ​ບລິ​ກັນໄດ້ຕ້ານຢັນ ເຊ່ນ​ການ
​ລົບລ້າງການ​ໂຍະຍານ​ພາສີ​ແກ່​ພວກ​ບໍລິສັດ​ນໍ້າມັນ​ແລະ​ແກ​ສ ​ ຍຸຕິການ​ໄດ້​ປຽບດ້ານ​
ພາສີ​ຂອງ​ພວກບໍລິຫານທີ່​ມີ​ເງິນ​ເດືອນ​ສູງຂອງ​ພວກບໍລິສັດ​ຫລັກ​ຊັບ​ທີ່ Wall Street
​ແລະ​ລົບ​ລ້າງ​ຜົນ​ປະ​ໂຫຍ​ດຕ່າງໆ​ສໍາລັບ​ພວກ​ທີ່​ມີ​ເຮືອບິນ​ໄອ​ພົ່ນ​ ສ່ວນ​ຕົວ.

ນອກ​ນີ້​ແລ້ວ ​ແຜນການ​ຂອງ​ທ່ານ​ໂອ​ບາ​ມາ​ຍັງ​ຫລິ່ງ​ເຫັນ​ການ​ປະຢັດໄດ້​ອີກ ​ໃນຈໍານວນ
1;100 ຕື້ໂດ​ລາ ຈາກ​ການ​ລົດ​ຈໍານວນ​ທະຫານ​ໃນ​ອີ​ຣັກ​ແລະ​ອັຟກາ​ນີສຖານລົງ ​ແລະ​ອີກ
250 ຕື້​ໂດ​ລາ​ ໃນ​ໂຄງການ​ອື່ນໆ​ທີ່​ຖືວ່າ ຈໍາ​ເປັນຕ້ອງ​ປະຕິບັດ ​ແລະລົດ​ຄວາມ​ຟຸ້ມ​ເຟືອຍ
​ຂອງ​ລັດຖະບານລົງ​ໂດຍ​ການ​ປັບປຸງອົງກອນຕ່າງໆ​ຂອງລັດຖະບານ​ກາງ.

ປະທານາທິບໍດີໂອບາມາ ກ່າວຄໍາປາໄສ ຊຸກຍູ້ແຜນການເສດຖະກິດ ຂອງທ່ານ ຢູ່ໃກ້ໆກັບສະພານ ເບຣັ້ນທ໌ ສະເປັ້ນສ໌ (Brent Spence Bridge) ທີ່ນະຄອນຊິນຊິນນາຕີ (Cincinnati), ລັດໂອໄຮໂອ (Ohio), ວັນທີ. 22 ກັນຍາ 2011.

ທ່ານ​ໂອ​ບາ​ມາ ​ໄດ້​ສະ​ເໜີ​ການ
​ປະຢັດ​ຫລາຍ​ກວ່າ 300 ຕື້​ໂດ​
ລາ ຈາກ​ໂຄງການເມ​ດິແຄ​ແລະ
ເມ​ດິ​ເຄດ ຊຶ່ງ​ເປັນ​ໂຄງການຮັກ
ສາ​ສຸຂະພາບ​ສໍາລັບ​ພວກ​ຄົນ
​ເຖົ້າ​ແລະ​ພວກ​ຄົນ​ທຸກທີ່​ຖື​ກັນວ່າ
ເປັນ​ພາ​ລະໜັກ​ທາງ​ເສດຖະກິດ
​ແລະເປັນພາກ​ສ່ວນນຶ່ງຂອງ​ການ
​ຕັດພວກໂຄງການ​ທີ່​ຕ້ອງ​ປະຕິ
ບັດ​ ມູນ​ຄ່າຫລາຍ​ກວ່າ 5,000
ຕື້​ໂດ​ລາ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ​ໄດ້
​ຕອບ​ໂຕ້​ພວກ​ນັກ​ວິຈານ​ຂອງ
ພັກຣີພັບ​ບລິ​ກັນ ​ແລະ​ພັກ​ນໍ້າ
​ຊາ ອະນຸລັກ​ນິຍົມ ຫລື Tea
Party ​ທີ່​ກ່າວ​ຫາ​ທ່ານ​ວ່າດໍາ
​ເນີນສົງຄາມ​ຊົນຊັ້ນ​ ​ໂດຍ​ແນ​ເປົ້າໝາຍ​ໃສ່​ພວກ​ຮັ່ງມີ ​ເພື່ອ​ເພີ່ມ​ພາສີນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ຈະ​ປະຕິ​ເສດສິ່ງ​ໃດ​ກໍ​ຕາມ​ທີ່​ລົດ​ສະ​ວັດ​ດີກາ​ນລົງ ສໍາລັບ​ພວກ
​ທີ່​ອາ​ໃສ​ກາງ​ຕໍ່​ໂຄງການ​ສຸຂະພາບທີ່​ສໍາຄັນ​ຂອງ​ລັດຖະບານ ​ແລະ​ເງິນສະ​ວັດ​ດີກາ​ນໄພ​ສັງ
ຄົມ ​ເວັ້ນ​ເສຍ​ແຕ່​ວ່າມີ​ການຮ້ອງຂໍໃຫ້ພວກ​ຮັ່ງມີ​ຊາວ​ອະ​ເມຣິກັນ​ ​ແລະ​ພວກ​ບໍລິສັດ​ໃຫຍ່ໆ
​ທັງຫລາຍ ​ຈ່າຍ​ພາສີເພີ່ມຂຶ້ນ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ

“ຂ້າພະ​ເຈົ້າຈະ​ບໍ່​ສະໜັບສະໜຸນ​ແຜ​ນການ​ໃດໆ​ທີ່​ເຮັດ​ໃຫ້ພາລະ​ແບບ​ຫາບ​ທັງ​ໝົດ​ໃນ
​ການຖົມ​ຂຸມ​ງົບປະມານຂອງ​ພວກ​ເຮົາ​ນັ້ນ ຕົກ​ຢູ່​ທີ່ພວກ​ຊາວ​ອ​າ​ເມຣິກັນທໍາ​ມະ​ດາ
ສາມັນ.
ແລະ​ຂ້າພະ​ເຈົ້າກໍ​ຈະໃຊ້​ສິດ​ຍັບ​ຍັ້ງຍັດຕິ​ໃດໆ ທີ່​ປ່ຽນ​ແປງ​ສະ​ວັດ​ດີກາ​ນສໍາລັບ​ພວກ​ທີ່​ອາ​
ໃສ​ກາງ​ຕໍ່​ເມ​ດິແຄ ແລະ​ບໍ່​ເພີ່ມລາຍ​ໄດ້​ຂຶ້ນຢ່າງ​ຫລວງຫລາຍໂດຍ​ການ​ຮ້ອງ​ຂໍໃຫ້ພວກ
ຊາວ​ອະ​ເມ​ຣິກັນ​ທີ່ຮັ່ງມີທີ່​ສຸດ ຫລື​ພວກບໍລິສັດ​ທີ່ໃຫຍ່ທີ່​ສຸດ ມີ​ສ່ວນອອກ​ເງິນຮ່ວມຢ່າງ​ ຍຸດຕິ​ທໍາ​ນັ້ນ.”

ທໍານຽບຂາວ​ກ່າວ​ວ່າ ການ​ຈັດ​ຕັ້ງປະຕິ​ບັດ​ແຜນການດັ່ງກ່າວ ​ແມ່ນ​ຈະ​ເຮັດ​ໃຫ້​ສະຫະລັດ
​ຕົກ​ຢູ່​ໃນ​ຖານະ​ທີ່ວ່າ ການ​ໃຊ້​ຈ່າຍເພີ່ມ​ຂຶ້ນໃດໆ​ຂອງ​ລັດຖະບານ​ ຈະ​ບໍ່​ເພີ່ມ​ພູນ​ເຂົ້າ​ໃສ່ໜີ້​
ສິນ​ຂອງ​ຊາດນັ້ນ ພາຍໃນ​ ປີ 2017 ຊຶ່ງ​ໃນ​ປັດຈຸບັນ​ນີ້​ ໜີ້​ສິນ​ຂອງ​ຊາດ​ແມ່ນມີ​ຈໍານວນ
​ຫລາຍ​ກວ່າ 14 ພັນ​ຕື້​ໂດ​ລາ​ແລ້ວ.

ທ່ານ ທິມ ​ໄກ້​ທ໌​ເນີ ລັດຖະມົນຕີ​ກະຊວງ​ການ​ເງິນ​ ກ່າວ​ວ່າ

ເປັນ​ຫຍັງ​ຕ້ອງ​ແມ່ນ​ຈໍານວນ 4 ພັນ​ຕື້​ໂດ​ລາ? ນັ້ນ​ຫລະ​ຄື​ຈໍານວນ​ທີ່​ພວກ​ເຮົາ​ຕ້ອງ
ການ​ເພື່ອ​ລົດ​ລະດັບ​ການ​ຂາດ​ດຸນ​ງົບປະມານ​ລົງ ​ເພື່ອໃຫ້ສາມາດ​ປະຄອງ​ການ​ໃຊ້​
ຈ່າຍ​ຂອງ​ລັດຖະບານ​ໄວ້​ໄດ້ ​ໃນ​ລະດັບ​ນີ້​ຕໍ່​ໄປ.”

ພາຍ​ໃຕ້​ການ​ປານີ​ປານ​ອມກັນ​ເລື່ອງການ​ຂາດ​ດຸນ​ງົບປະມານ​ຄັ້ງ​ຜ່ານ​ມາ​ ຊຶ່ງພັກຣີພັບ
​ບລິ​ກັນ​ໄດ້ເອົາ​ໄປ​ພົວພັນ ກັບເພດານ​ໜີ້​ສິນຂອງ​ຊາດນັ້ນ ຄະນະ​ກໍາມະການ​ຮ່ວມຂອງ
​ລັດຖະສະພາ​ສະພາ ແມ່ນ​ຈະ​ຕ້ອງ​ຊອກ​ຫາ​ທາງ​ຕັດ​ການ​ໃຊ້​ຈ່າຍ​ລົງ​ ຫລື​ປະຢັດ​ໃຫ້​ໄດ້
ຕື່ມ​ອີກ 1,500 ​ຕື້​ໂດ​ລາ​ພາຍໃນ​ທ້າຍເດືອນ​ພະຈິກ​ປີນີ້. ຖ້າເຮັດ​ບໍ່​ໄດ້​ ກໍ​ໝາຍ​ຄວາມ​ວ່າ
​ຈະ​ມີ​ການ​ການ​ຕັດລົງ​ໂດຍ​ອັດຕະ​ໂນ​ມັດ.

ເບິ່ງວີດີໂອກ່ຽວກັບຄໍາປາໄສປະຈໍາສັບປະດາຂອງທ່ານໂອບາມາ ຮຽກຮ້ອງໃຫ້ສະພາ
ຮັບຜ່ານ ຮ່າງກົດໝາຍສ້າງວຽກງານຂອງທ່ານ ຫລື the American Jobs Act:

http://www.youtube.com/embed/NTdqip5TC-s