ລາຍງານກ່ຽວກັບໜ້າວຽກຂອງລັດຖະບານ ທີ່ຖືກນໍາອອກເຜີຍແຜ່ເມື່ອວັນສຸກອາທິດແລ້ວນີ້ ສະແດງໃຫ້ເຫັນວ່າ ໄດ້ ມີການສ້າງໜ້າວຽກເພີ້ມ ຂຶ້ນເຖິງ 244,000 ວຽກ ຢູ່ໃນ ສະຫະລັດ ໃນເດືອນແລ້ວນີ້ ຊື່ງແມ່ນດີກ່ວາ ທີ່ພວກນັກເສດຖະສາດທັງຫລາຍໄດ້ທໍານາຍໄວ້.
ປະທານາທິບໍດີ ໂອບາມາ ໄດ້ໄປຢ້ຽມຢາມໂຮງງານແຫ່ງນຶ່ງ ໃນເມືອງ Indianapolis ລັດອິນເດຍນາ ແລະ ບອກພວກຄົນງານຢູ່ທີ່ນັ້ນວ່າ ພາກສ່ວນເອກະຊົນຂອງສະຫະລັດ ໄດ້ສ້າງໜ້າວຽກເພີ່ມຂຶ້ນທຸກໆເດືອນ ມາເປັນເວລາປີກວ່າແລ້ວ. ປະທານາທິບໍດີ ໂອບາມາ ກ່າວຕໍ່
ໄປວ່າ:
“ນັ້ນໝາຍຄວາມວ່າ ຕະຫລອດໄລຍະ 14 ເດືອນຜ່ານມາ ຄືພຽງປີປາຍເທົ່ານັ້ນ ພວກ
ເຮົາໄດ້ເພີ່ມໜ້າວຽກຕື່ມອີກຫລາຍກວ່າສອງລ້ານໜ້າວຽກ ໃນພາກສ່ວນເອກະຊົນ.”
ແຕ່ວ່າອັດຕາການຫວ່າງງານໄດ້ຖີບສູງຂຶ້ນ ຄືຈາກ 8.8 ເປີເຊັນໃນເດືອນມີນາ ມາເປັນ
9.0 ເປີເຊັນໃນເດືອນເມສາ ຊຶ່ງສ່ວນໃຫຍ່ແມ່ນເປັນຍ້ອນວ່າ ພວກຄົນຫວ່າງງານທີ່ໄດ້ຢຸດ
ເຊົາຊອກວຽກໄປນັ້ນ ໄດ້ພາກັນເລີ່ມຊອກວຽກຄືນອີກ.
ຢ່າງໃດກໍຕາມ ປະທານາທິບໍດີ ໂອບາມາ ກ່າວວ່າ ເວລານີ້ ເສດຖະກິດຂອງປະເທດກໍາ
ລັງກ້າວໄປໃນທິດທາງທີ່ຖືກຕ້ອງ ເຖິງແມ່ນກໍາລັງມີອັນທີ່ທ່ານເອີ້ນວ່າ ລົມຕ້ານຢ່າງແຮງ
ເຊັ່ນລາຄານໍ້າມັນແອສຊັງທີ່ກໍາລັງຖີບຕົວສູງຂື້ນນັບມື້ນັ້ນ ກໍຕາມ. ທ່ານໂອບາມາກ່າວວ່າ:
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄໍາປາໃສ ທີ່ໂຮງງານ Allison Hybrid.
“ພວກເຮົາໄດ້ປະເຊີນກັບລາຄາ
ນໍ້າມັນແອສຊັງທີ່ແພງຂຶ້ນ ທີ່ໄດ້
ກັດກິນເງິນເດືອນຂອງທ່ານໄປ
ຫລາຍຂຶ້ນ ແລະນັ້ນກໍຄືລົມຕ້ານ
ທີ່ພວກເຮົາຈະຕ້ອງໄດ້ຮັບມືກັບ
ມັນ. ແລະກໍມີເຫດການແຜ່ນ
ດິນໄຫວໃນຍີ່ປຸ່ນ ທີ່ໄດ້ສ້າງຜົນ
ກະທົບອັນໃຫຍ່ຫລວງ ຕໍ່ການ
ຜະຫລິດຕ່າງໆຢູ່ປະເທດເຮົາ ເຊັ່ນກັນ.”
ທ່ານໂອບາມາກ່າວວ່າ ແນ່ນອນ
ມັນຈະຕ້ອງມີຂື້ນມີລົງ ໃນຂະນະ
ທີ່ປະເທດຊາດກ້າວອອກຈາກສະ
ພາວະເສດຖະກິດຕົກຕໍ່ານັ້ນ ແຕ່
ທ່ານກ່າວວ່າ ທ່ານຍັງມີຄວາມ
ຫວັງແລະກໍາລັງໃຈຢູ່ ກ່ຽວກັບອະນາຄົດຂອງເສດຖະກິດຂອງສະຫະລັດນັ້ນ ຊຶ່ງທ່ານກ່າວຕໍ່ໄປວ່າ:
“ແຕ່ຄວາມຈິງແລ້ວ ພວກເຮົາກໍຍັງກໍາລັງທໍາຄວາມກ້າວໜ້າຢູ່ ແລະນັ້ນພິສູດໃຫ້ເຫັນ
ເຖິງຄວາມສາມາດໃນການກັບຄືນສູ່ສະພາບເດີມຂອງເສດຖະກິດອາເມຣິການັ້ນ ວ່າ
ມີລະດັບສູງປານໃດ ແລະພວກຄົນງານອາເມຣິກັນກໍມີຄວາມສາມາດທີ່ຈະກັບຄືນສູ່
ສະພາບເດີມໄດ້ຢ່າງໃດ ແລະສະແດງໃຫ້ເຫັນວ່າ ພວກເຮົາສາມາດລົ້ມລົງໄດ້ ແລະ
ກໍສາມາດລຸກຂຶ້ນແລະພາກັນເດີນໜ້າຕໍ່ໄປໄດ້. ນັ້ນຫລະຄືສິ່ງທີ່ພວກເຮົາກໍາລັງເຮັດຢູ່ ໃນເວລານີ້.”
ໂດຍບໍ່ນັບໜ້າວຽກທີ່ຖືກຕັດລົງໂດຍລັດຖະບານຕ່າງໆ ທັງໃນລະດັບທ້ອງຖິ່ນ ລະດັບລັດ
ແລະລະດັບຊາດ ກໍຄືລັດຖະບານກາງນັ້ນ ເສດຖະກິດສະຫະລັດໄດ້ສ້າງໜ້າວຽກໃໝ່ຂຶ້ນອີກ
268,000 ວຽກໃນເດືອນແລ້ວນີ້ ຊຶ່ງແມ່ນຫລາຍທີ່ສຸດນັບຕັ້ງແຕ່ເດືອນກຸມພາປີ 2006 ມາ.
ນັບເປັນເດືອນທີສາມລຽນຕິດ ທີ່ໄດ້ມີການສ້າງໜ້າວຽກເພີ່ມຂຶ້ນຫລາຍກວ່າ 200,000 ໜ້າ
ວຽກ ແລະໜ້າວຽກທີ່ໄດ້ສ້າງເພີ່ມຂຶ້ນໃນເດືອນກຸມພາແລະເດືອນມີນານັ້ນ ກໍໄດ້ຖືກປັບໂຕ
ເລກໃຫ້ສູງຂື້ນ.
ແຕ່ແນວໃດກໍຕາມ ກໍປາກົດວ່າຍັງມີຊາວອາເມຣິກັນທີ່ຫວ່າງງານຢູ່ໃນຈໍານວນ 13 ລ້ານ
7 ແສນຄົນໃນເດືອນແລ້ວນີ້ ຊຶ່ງເປັນຈໍານວນເກືອບສອງເທົ່າຂອງເດືອນດຽວກັນ ເມື່ອປີ
2007 ກ່ອນເສດຖະກິດເລິ່ມເຂົ້າສູ່ສະພາວະຖອຍຫລັງນັ້ນ.
ໂດຍລວມແລ້ວ ໂຕເລກກ່ຽວກັບໜ້າວຽກໃໝ່ນີ້ຊີ້ໃຫ້ເຫັນວ່າ ວົງການທຸລະກິດທັງຫລາຍ
ແມ່ນມີຄວາມໝັ້ນໃຈໃນເສດຖະກິດ ແລະເຕັມໃຈທີ່ຈະວ່າຈ້າງຄົນງານຕື່ມ ເຖິງແມ່ນມີການ
ເຕີບໂຕທີ່ຊັກຊ້າແດ່ໃນຕົ້ນປີ ບວກກັບລາຄາພະລັງງານທີ່ຖີບຕົວສູງຂຶ້ນກໍຕາມ.