ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ໃຫ້ຄຳ
ໝັ້ນສັນຍາ ຢູ່ໃນໜັງສືໄປຫາກຸ່ມຄັດຄ້ານລັດຖະບານທີ່ສຳຄັນ
ຄືສະຕີໃນຊຸດຂາວ ທີ່ທ່ານຈະຍົກເອົາບັນຫາດ້ານສິດທິມະນຸດ
ຂຶ້ນມາໂອ້ລົມກັບປະທານາທິບໍດີ Raul Castro ໃນລະຫວ່າງ
ການຢ້ຽມຢາມປະເທດເກາະດອນດັ່ງກ່າວ ໃນທ້າຍເດືອນນີ້.
ປະທານາທິບໍດີ Obama ກ່າວວ່າ ທ່ານເຂົ້າໃຈເຖິງການດິ້ນ
ລົນຂອງກຸ່ມສະຕີໃນຊຸດຂາວ ແຕ່ໄດ້ກ່າວປ້ອງກັນນະໂຍບາຍ
ຂອງທ່ານ ໃນການເປີດຄວາມສຳ ພັນຂັ້ນປົກກະຕິກັບຄິວບາ.
ປະທານາທິບໍດີ ຄິວບາ ທ່ານ Raul Castro, ຊ້າຍ, ແລະ ປະທານາທິດີ ສະຫະລັດ ທ່ານ Barack Obama, ຂວາ.
ສະຕີໃນຊຸດຂາວ ແມ່ນກຸ່ມທີ່ີປະກອບດ້ວຍບັນດາພັນລະຍາ ແລະລູກເຕົ້າຂອງພວກນັກ
ໂທດການເມືອງຄິວບາ ທີ່ໄດ້ຕຳໜິຕິຕຽນຢ່າງແຮງຕໍ່ການປ່ຽນແປງນະໂຍບາຍຂອງ
ປະທານາທິບໍດີ.
ທຸງສະຫະລັດ ປີວສະບັດຢູ່ ສະຖານທູດ ແຄມທະເລ ຖະໜົນ Malecon ໃນ Cuba.
ກຸ່ມດັ່ງກ່າວ ກ່າວວ່າ ລະບອບປົກຄອງ Castro ຍັງສືບຕໍ່ກົດຂີ່ພວກຕໍ່ຕ້ານລັດ ຖະບານ
ແລະສືບຕໍ່ການຜູກຂາດດ້ານສື່ມວນຊົນ. ເຂົາເຈົ້າຍັງກ່າວວ່າ ພວກເຈົ້າໜ້າທີ່ໄດ້ປາບ
ປາມຫລາຍຂື້ນ ນັບແຕ່ສອງປະເທດໄດ້ປະກາດແຜນການສ້າງຕັ້ງຄວາມສຳພັນແບບ
ປົກກະຕິໃນເດືອນທັນວາ ປີ 2014.
ແຜນທີ ເກະຄິວບາ
ປະທານາທິບໍດີ Obama ຂຽນເປັນພາສາອັງກິດວ່າ “ພວກເຮົາຖືກເອົາຄວາມເປັນຫ່ວງ
ທີ່ພວກທ່ານຍົກຂື້ນມາຢ່າງຈິງຈັງ.
ທ່ານກ່າວວ່າ “ຂ້າພະເຈົ້າຈະຍົກເອົາບັນຫາເຫລົ່ານີ້ ຂຶ້ນມາໂອ້ລົມໂດຍກົງ ກັບ ປະທາ
ນາທິບໍດີ Castro ໂດຍໄດ້ກ່າວຍ້ອງຍໍບັນດາສະຕີກຸ່ມນີ້ວ່າ “ເປັນແຮງກະຕຸ້ນຕໍ່ຂະບວນ
ການເຄື່ອນໄຫວເພື່ອສິດທິມະນຸດຢູ່ໃນທົ່ວໂລກ.”