ປ. ໂອບາມາ ກ່າວສະດຸດີ ໃນພິທີສົ່ງສະການ ມື້ລາງ ປະທານາທິບໍດີ Shimon Peres

ປ. ບາຣັກ ໂອບາມາ ກ່າວສະດຸດີ ໃນພິທີສົ່ງສະການ ມື້ລາງ ປະທານາທິບໍດີອິສຣາແອລ ທ່ານ Shimon Peres ທີ່ສຸສານ ແຫ່ງຊາດ Mount Herzel ໃນນະຄອນ Jerusalem. (30 ກັນຍາ 2016)​

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂ​ອບາ​ມາ ​ໄດ້​ກ່າວ​ສະດຸ​ດີ ​ຢູ່ໃນ​ພິທີ​ສົ່ງສະການມື້ ລາງ​ຜູ້ນຳ​ອິສຣາ​ແອ​ລ ທ່ານ Shimon Peres ຊຶ່ງ​ທ່ານ​ໄດ້​ເອີ້ນທ່ານ Peres ວ່າ ​ເປັນ​ນຶ່ງ​ ໃນ​ບັນດາ​ຜູ້ນຳ​ທີີ່​ຍິ່ງ​ໃຫຍ່ ​ຂອງ​ສັດຕະວັດ​ທີ 20 ​ແລະ​ໄດ້​ປຽບທຽບ​ທ່ານ​ໃສ່​ຜູ້ນຳ​ທີ່​ສຳຄັນ​ອື່ນໆ​ເຊັ່ນ ທ່ານ Nelson Mandela ​ແລະ​ພະຣາຊີ​ນີ Elizabeth ​ແຫ່ງ​ອັງກິດ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທັງ​ສະຫະລັດ​ແລະ​ອິສຣາ​ແອ​ລ ​ແມ່ນ​ໄດ້​ຖືກ​ສ້າງ​ຂຶ້ນມາ​ໂດຍ​ພວກ​ນັກ​ອຸດົມ​ການ ​ທີ່​ມີ​ຄວາມມຸ່ງ​ໝັ້ນ ​ແລະ​ຄົນ​ເຂົ້າ​ເມືອງ ​ທີ່​ດີ້ນຮົນ​ຕໍ່ສູ້​ ແລະ ​ກ່າວ​ຍ້ອງ​ຍໍ​ທ່ານ Peres ທີ່​ໄດ້​ອຸທິດ​ຊີວິດ​ຂອງ​ທ່ານ ​ເພື່ອ​ຫາ​ທາງ​ແກ້​ໄຂ ​ບັນຫາຂັດ​ແຍ້​ງ ລະຫວ່າງ ​ອິສຣາ​ແອ​ລ​ແລະ​ປາ​ແລ​ສ​ໄຕ​ນ໌.

ປ. ໂອບາມາ ໄປຮ່ວມພິທີສົ່ງສະການ ໃຫ້ແກ່ມື້ລາງ ປ. Shimon Peres ທີ່ສຸສານແຫ່ງຊາດ Mount Herzel

ທ່ານ​ປະທານາທິບໍດີ ​ກ່າວ​ວ່າ “​ເຖິງ​ແມ່ນ​ທ່າມກາງການປະ​ເຊີນ​ໜ້າ​ກັບ​ການ​ກໍ່​ການ​ຮ້າຍ ​ເຖິງແມ່ນ​ຫຼັງຈາກ​ໄດ້​ເກີດ​ຄວາມ​ເສຍ​ໃຈ ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ທີ່​ໂຕະ​ເຈລະຈາ ທ່ານ​ກໍ​ຍັງ​ຢືນ​ຢັດໃນ​ຖານະ​ທີ່​ເປັນ​ມະ​ນຸດ ຊາວ​ປາ​ແລ​ສ​ໄຕ​ນ໌ຕ້ອງ​ຖືກ​ມອງ​ເບິ່ງ​ໃນ​ຖານະ​ທີ່​ມີ​ກຽດສັກ​ສີ​ເທົ່າ​ທຽມ​ກັບ​ຊາວ​ຢິວ ​ແລະ​ດັ່ງ​ນັ້ນ ຈຶ່ງ​ມີ​ຄວາມ​ເທົ່າ​ທຽມ​ກັນ​ໃນ​ການ​ຊີ້ຊະ​ຕາກຳ​ຂອງຕົນ​ເອງ.”

​ໃນ​ຕອນ​ຕົ້ນຂອງ​ການ​ກ່າວ​ຄຳ​ສະດຸຸດີ​ນັ້ນ ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ປະ ທານາທິບໍດີປາ​ແລ​ສ​ໄຕ​ນ໌ ທ່ານ Mahmoud Abbas ທີ່​ນັ່ງ​ຢູ່​ແຖວ​ໜ້າ ​ແລະ​ໄດ້​ກ່າວ​ຊົມ​ເຊີຍ​ໃນ​ການ​ມີໜ້າ​ຂອງ​ທ່ານຢູ່​ໃນ​ພິທີ​ສົ່ງສະການນັ້ນວ່າ​ເປັນການສະ​ແດງ​ອອກ​ແລະ​ຄຳ​ເຕືອນ ​ກ່ຽວ​ກັບ​ການ​ສ້າງສັນ​ຕິ​ພາບ ​ທີ່​ຍັງ​ບໍ່​ທັນ​ສຳ​ເລັດເສັດ​ສິ້ນ. ທ່ານ Abbas ​ໄດ້​ຈັບ​ມື​ແລະ​ໂອ້​ລົມ​ສັ້ນໆ​ ກັບ​ນາຍົກລັດຖະມົນຕີ​ອິສຣາ​ແອ​ລ ທ່ານ Benjamin Netanyahu ກ່ອນ​ພິທີ​ສົ່ງສະການ​ເລີ້ມຂຶ້ນ.

ອະດີດປະທານາທິບໍດີ Bill Clinton (ກາງ) ຕິດຕາມໂດຍ ປ. ອິສຣາແອລ ທ່ານ Reuven Rivlin (ຊ້າຍ) ແລະທ່ານ Yuli Edelstein ປະທານສະພາຕ່ຳ Knesset ຮວມສະແດງຄວາມເຄົາລົບ ຕໍ່ໜ້າຫີບສົບ ມື້ລາງປະທານາທິບໍດີ Shimon Peres

ໃນ​ການ​ໄປ​ຮ່ວມ​ພິທີ​ສົ່ງສະການ​ນັ້ນ ທ່ານ Abbas ຫວັງຢາກ​ຈະ​ສົ່ງຂ່າວ​ທີ່​ສຳຄັນ​ໄປ​ຍັງ​ ສັງຄົມ​ອິສຣາ​ແອ​ລວ່າ ຊາວ​ປາ​ແລ​ສ​ໄຕ​ນ໌ແມ່ນ​ເພື່ອ​ສັນຕິພາບ ​ແລະສະ​ແດງ​ຄວາມ​ຮູ້​ບຸນ ຄຸນ​ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ຜູ້ນຳ​ທີ່​ຮັກຫອມ​ສັນຕິພາບເຊັ່ນ​ທ່ານ Shimon Peres ນັ້ນຄື​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ອະ​ວຸ​ໂສທ່ານ​ນຶ່ງ​ຂອງ​ປາ​ແລ​ສ​ໄຕ​ນ໌.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Obama Eulogy Farewell to Shimon Peres