ປ. ໂອບາມາ ກ່າວວ່າ ມະຫາວິທະຍາໄລ ບໍ່ເຄີຍ ມີຄວາມສຳຄັນ ຫຼຼາຍແບບນີ້ ມາກ່ອນ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ປະ
ລິນຍາບັດ ຂອງມະຫາວິທະຍາໄລ ແມ່ນປີ້ທີ່ແນ່ນອນທີ່ສຸດໄປ
ສູ່ຊົນຊັ້ນກາງ ແຕ່ເນື່ອງຈາກວ່າມັນບໍ່ມີເວລາໃດທີ່ມີຄວາມສຳ
ຄັນຫຼາຍແບບນີ້ ປະລິນຍາບັດຂອງມະຫາວິທະຍາໄລ ຈຶ່ງບໍ່
ເຄີຍມີ ລາຄາແພງແບບນີ້ມາກ່ອນ.

ປະທານາທິບໍດີກ່າວໃນວັນເສົາມື້ນີ້ຢູ່ໃນຄຳປາໄສປະຈຳສັບປະ
ດາ ( weekly address ) ຂອງທ່ານວ່າ ລັດຖະບານຂອງທ່ານ
ໄດ້ເຮັດວຽກຢ່າງໜັກໜ່ວງ ເພື່ອເຮັດໃຫ້ຄ່າຮ່ຳຮຽນຢູ່ໃນມະຫາ
ວິທະຍາໄລສາມາດເຂົ້າຮຽນໄດ້ແລະໃນຮອບອາທິດທີ່ຜ່ານມາ
ນີ້ ທ່ານໄດ້ເປີດເຜີຍອີກວິທີການນຶ່ງ ເພື່ອຊ່ອຍໃຫ້ຊາວອາເມຣິ
ກັນສາມາດເຂົ້າຮຽນຢູ່ໃນມະຫາວິທະຍາໄລໄດ້ ທີ່ບໍ່ຕ້ອງພົວພັນກັບການໃຊ້ຈ່າຍໃໝ່ ຫລື ລະບົບບໍລິຫານງານທີ່ມີພິທີຫລາຍເກີນໄປໃດໆ.

ກົດໝາຍວ່າດ້ວຍສິດທິໃນການຊ່ອຍເຫຼືອພວກນັກສຶກສາຫຼື Student Aid Bill of Rights
ແມ່ນຄຳປະກາດແບບງ່າຍໆ ກ່ຽວກັບຄຸນຄ່າ ທີ່ປະທານາທິບໍດີ ເວົ້າວ່າ ການປະກາດໃຫ້ ພວກນັກສຶກສາທຸກຄົນສົມຄວນໄດ້ຮັບການສຶກສາທີ່ມີຄຸນນະພາບ ແລະລາຄາຖືກໂດຍ
ມີໂອກາດເຂົ້າເຖິງຊັບພະຍາກອນຕ່າງໆເພື່ອໃຊ້ຈ່າຍສຳຫຼັບມະຫາວິທະຍາໄລແລະແຜນ ການທີ່ໃຫ້ສາມາດຈ່າຍຄືນໄດ້.

ປະທານາທິບໍດີ ກ່າວວ່າ ສະມາຊິກລັດຖະສະພາຂອງລັດຖະບານກາງ ແລະຂອງລັດຕະ ຫລອດທັງມະຫາວິທະຍາໄລຕ່າງໆ ແລະພວກທີ່ໃຫ້ເງິນກູ້ຢືມ ສາມາດດຳເນີນງານ ເພື່ອ ເຮັດໃຫ້ຫລັກການທີ່ງ່າຍໆເຫລົ່ານີ້ກາຍເປັນຄວາມຈິງຂຶ້ນມາໄດ້.