ປ. ໂອບາມາ ກ່າວວ່າ ການຕໍ່ສູ້ ຕ້ານອີໂບລາ ໃນໄລບີເຣຍ ແມ່ນກ້າວໜ້າ ເປັນພິເສດ

ປະທານາທິບໍດີ Barack Obama ພົບປະກັບ ປະທານາທິບໍດີ ໄລບີເຣຍ ທ່ານນາງ Ellen Johnson Sirleaf ທີ່ທຳນຽບຂາວ.

ປະທານ​າທິບໍດີ ສະຫະລັດ ທ່ານ Barack Obama ​ແລະ​ປະ
ທານ​ນາ​ທິບໍດີ ​ໄລບີເຣຍທ່ານ​ນາງ Ellen Johnson Sirleaf
​ໄດ້​ພົບ​ປະກັນ​ໃນ​ວັນ​ສຸກ​ວານນີ້ ຢູ່ທີ່​ທຳ​ນຽບຂາວ ບ່ອນ​ທີ່​ປະ
ທານາທິບໍດີ Obama ​ໄດ້​ຍ້ອງຍໍ​ສັນລະ​ເສີນການ​ນຳພາ​ຂອງ​
ໄລ​ບີເຣຍ ​ໃນ​ການ​ຕໍ່ສູ້​ຕ້ານ​ອີ​ໂບລາ.

​ປະທານາທິບໍດີ Obama ກ່າວ​ວ່າ “ເພາະວ່າ ການ​ນຳພາ​ຂອງ
ປະທານ​າທິບໍດີ Sirleaf ​ເພາະວ່າ​ ການ​ເປັນວິລະຊົນ ຂອງ​
ຫລາຍໆ​ຄົນ​ຢູ່​ໃນໄລ​ບີ​ເຣຍ ​ແລະ​ເພາະວ່າ ​ເປັນ​ການ​ປະຕິບັດ​
ງານ​ຂອງສະຫະລັດ ​ແລ​ະໃນ​ທີ່​ສຸດ​ບັນດາ​ປະຊາ​ຄົມນາໆ​ຊາດ
ພວກ​ເຮົາ​ໄດ້​ປະສົບກັບຄວາມກ້າວໜ້າ​ເປັນ​ພິ​ເສດ ​ໃນ​ການ
​ກຳຈັດ​ອີ​ໂບລາ.”

Your browser doesn’t support HTML5

Liberian President Expresses Gratitude for US Ebola Support

ທ່ານ​ນາງ Sirleaf ກ່າວ​ວ່າ ສະຫະລັດ ​ໄດ້​ໃຫ້ “ການ​ຊ່ວຍ​ເຫລືອ​ທີ່​ຖາວອນ” ຢູ່​ໃນ​
ໄລ​ບີ​ເຣຍ ​ໂດຍ​ໃຫ້ການ​ຊ່ວຍ​ເຫລືອ​ປະ​ເທດຂອງທ່ານນາງ ຕໍ່ສູ້​ກັບຕ້ານການລະບາດ.
ທ່ານ​ນາງ ຍັງ​ໄດ້​ຍ້ອງຍໍ​ສັນລະ​ເສີນ ປະຊາຊົນ​ໄລ​ບີ​ເຣຍ ທີ່​ປະຕິບັດ​ງານ​ກວດ​ລ້າງ​ພະ
ຍາດດັ່ງກ່າວ. ​ແຕ່​ກໍ​ໃຫ້ຂໍ້​ສັງ​ເກດວ່າ ​ໄລ​ບີ​ເຣຍ ຍັງ​ຢູ່​ໃນ​ຄວາມ​ສ່ຽງ ຕາບ​ໃດ​ທີ່​ຍັງ​ມີ​ການ​
ຕິດ​ແປດ​ຢູ່​ບັນດາ​ປະ​ເທດ​ຕ່າງໆໃນ​ຂົງ​ເຂດ ​ແລະ​ກ່າວ​ອີກ​ວ່າ ຊາວ​ໄລ​ບີເຣຍ ຍັງ​ຕົກ​ຢູ່​
ພາຍ​ໃຕ້ການ​ຂົ່ມຂູ່ຈົນ​ກວ່າວ່າບັນດາ​ປະ​ເທດ​ເພື່ອນບ້ານ​ ບໍ່ມີພະຍາດ​ນີ້ແລ້ວ.​

ອົງການ​ອະນາ​ໄມ​ໂລກ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ອີ​ໂບລາ ​ໄດ້​ຕິດແປດເກືອບ 24,000
ຄົນ​ ໃນກີນີ ​ໄລ​ບີ​ເຣຍ ​ແລະ​ຊີແ​ອຣາ ລິ​ອອນ ​ແລະ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ
9,600 ຄົນ.

ກະຊວງ​ຕ່າງປະ​ເທດ ສະຫະລັດ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຕົນ​ກຳລັງ​ລົງ​ທືນທີ່​ສຳຄັນ​
ໃນ​ໄລ​ບີ​ເຣຍ ​ເພື່ອ​ຟື້ນ​ຟູ ​ແລະ​ຂ​ະຫຍາ​ຍການ​ບໍລິການ​ດ້ານ​ການແພດ ​ເພື່ອ​ຊ່ອຍແກ້​ໄຂ
​ໃນການຊຸດໂຊມລົງຂອງອັດຕາອະນາ​ໄມ​ແມ່​ແລະ​ເດັກ ການ​ສັກ​ຢາ​ປ້ອງ​ກັນ ​ແລະ​ການ​
ເພີ້​ມຂຶ້ນຂອງ​ກໍລະນີໄຂ້​ຍຸງ.

​ຍິ່ງໄປກວ່າ​ນັ້ນ ກະຊວງຕ່າງປະເທດຍັງກ່າວ​ວ່າ ອົງການ​ອາສາ​ສະມັກເພື່ອສັນ ຕິພາບ
ຫລື Peace Corp ​ໃນ​ບໍ່​ຊ້ານີ້ ​ຈະ​ກັບ​ຄື​ນ​ໄປ​ໄລ​ບີເຣຍອີກ ຫລັງ​ຈາກ​ໄດ້​ຖອນ​ອອກ ​ໃນ​ປີ​
ກາຍ​ນີ້.

Your browser doesn’t support HTML5

US LIBERIA EBOLA SOTVO