ຈີນຄັດຄ້ານຕໍ່ ແຜນການ ຂອງສະຫະລັດ ທີ່ສົ່ງທະຫານ ໄປປະຈໍາ ຢູ່ອອສເຕຣເລຍ

  • ສິງ ບູຣົມມະວົງ

ທ່ານຫູຈິນເຖົາ ປະທານປະເທດຈີນ ແລະປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ທີ່ກອງປະຊຸມເອເປັກ ທີ່ນະຄອນໂຮໂນລູລູ, ລັດຮາວາຍ. ວັນທີ 16 ພະຈິກ 2011.U.S.



















ຈີນ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ສະຫະລັດ​ທີ່​ຈະ​ຂະຫຍາຍ​ການ​ມີໜ້າຂອງ​ທະຫານ​ສະຫະລັດ​ໃນ​ອອສ​ເຕຣ​ເລຍ​ ຄວນ​ຈະ​ໄດ້​ຮັບ​ການ​ພິຈາລະ ນາ​ຫລາຍ​ຂຶ້ນ​ແລະ​ອາດ​ຈະ​ບໍ່​ເປັນ​ການເໝາະ​ສົມ.

ທ່ານ Liu Weimin ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຕໍ່ກອງ​ ປະຊຸມ​ນັກ​ຂ່າວ​ທີ່​ກຸງ​ປັກ​ກິ​ງ​ໃນ​ວັນ​ພຸດ​ມື້​ນີ້ວ່າ ມັນ​ກຸ້ມ​ຄ່າ​ທີ່​ຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ວ່າ ​ແຜນການ​ຂອງ​ສະຫະລັດ​ທີ່​ຈະ​ສົ່ງ​ພວກທະຫານ​ມາຣິນ​ໄປ​ປະ​ຈໍາ​ຢູ່​ໃນ​ພາກ​ເໜືອ​ຂອງ​ອອສ​ເຕຣ​ເລຍ​ນັ້ນ​ ແມ່ນ​ຖືກຕ້ອງ​ສອດຄ່ອງ​ກັບຜົນ​ປະ​ໂຫຍ​ດສ່ວນ​ຮວມຂອງ​ປະຊາ​ຄົມນາໆ​ຊາດ​ ​ຫລື​ບໍ?

ຂໍ້​ຕົກລົງ​ທີ່​ປະກາດ​ໃຫ້​ຮູ້​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານ​ໂອ​ບາ​ມາທີ່​ອອສ​ເຕຣ​ເລຍ​ໃນ​ວັນ​ພຸດ​ມື້​ນີ້ ​ເນ້ນ​ໜັກເຖິງ​ຄວາມ​ເປັນ​ຫ່ວງ​ໃນ​ພາກ​ພື້ນ ​ກ່ຽວ​ກັບ​ການ​ມີ​ອໍານາດ​ອິດ​ທິພົນ​ຫລາຍ​ຂຶ້ນ​ຂອງ​ຈີນນັ້ນ.

ອົງການ​ຂ່າວ AFP ຂອງຝຣັ່ງອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Ben Rhodes ຮອງທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ສະຫະລັດ​ ທີ່​ກ່າວຕອບວ່າ ສະຫະລັດ​ເຊື່ອ​ວ່າການ​ສົ່ງ​ທະຫານ​ໄປ​ປະ​ຈໍາ​ການ​ຢູ່​ໃນ​ອອສ​ເຕຣ​ເລຍ​ ແມ່ນ​ຖືກຕ້ອງ​ເໝາະ​ສົມ​ຢ່າງ​ສິ້ນ​ເຊີງ.