ປ. ໂອບາມາ ປ່ຽນນະໂຍບາຍ ກ່ຽວກັບການຄຸມກຳເນີດ

ປະທານາທິບໍດີ Barack Obama ພ້ອມດ້ວຍ ທ່ານນາງ Kathleen Sebelius ລັດຖະມົນຕີກະຊວງສາທາ ລະນະສຸກ ແລະ ບໍລິການມະນຸດ ກໍາລັງປະກາດປ່ຽນແປງນະໂຍບາຍການຄຸມກຳເນີດ ທີ່ທໍານຽບຂາວ ໃນວັນສຸກ ທີ 10, ເດືອນກຸມພາ 2012.

ປະທານ​າທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້ຕອບ​ສະໜອງກ່ຽວ​ກັບ​ຄວາ​ມບໍ່
ພໍ​ໃຈ​ຂອງ​ພວກນາຍ​ຈ້າງ​ທີ່​ເຄັ່ງຄັດສາສນາ ຕໍ່​ລະບຽບທີ່​ບັງຄັບ​ໃຫ້​ເຂົາ​ເຈົ້າ​ຊື້ປະກັນ​ໄພ
ທີ່​ຮວມທັງ​ການຄຸມ​ກຳ​ເນີ​ດນັ້ນ​ໂດຍໃຫ້​ບໍລິສັດ​ປະກັນ​ໄພ​ເປັນ​ຜູ້​ຮັບຜິດຊອບ​ແທນ.

ໃນ​ການປະກາດ​ກ່ຽວ​ກັບ​ການ​ປ່ຽນ​ນະ​ໂຍບາຍດັງ​ກ່າວ ທີ່​ທໍານຽບຂາວ ​ໃນ​ມື້ວັນ​ສຸກ​
ວານ​ນີ້ ທ່ານ​ໂອ​ບາ​ມາກ່າວ​ວ່າ ບັນດາ​ຜູ້​ປະກັນ​ໄພ​ສຸກຂະພາບ ຕ້ອງ​ໄດ້​ສະ​ເໜີ​ໂດຍ​ກົງ​
ໃຫ້​ພວກ​ຜູ້ຍິງ​ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຢາ​ຄຸມກໍາ​ເນີ​ດ​ໂດຍ​ບໍ່​ຄິດ​ຄ່າ ຖ້າ​ຫາກ​ວ່າ​ ເວລາ​ໃດ​
ນາຍ​ຈ້າງ​ຂອງ​ເຂົາ​ເຈົ້າ​ຫາກ​ມີ​ຄວາມ​ຂັດຂ້ອງ​ດ້ານ​ສາ​ສະໜາ ທີ່​ຈະ​ຈ່າຍ​ກ່ຽວ​ກັບ​ຄ່າ​ດັ່ງກ່າວ.

ປະທານາທິບໍດີ ​ໂດ​ບາ​ມາ ກ່າວອີກ​ວ່າການ​ຕັດ​ສີນ​ໃຈ​ດັ່ງກ່າວ​ນີ້ແມ່ນໝາຍຄວາມ​ວ່າອົງ
ການ​ສາສະໜາ​ບໍ່​ຕ້ອງໄດ້​ຈ່າຍຫລືໃຫ້ການບໍລິການ ກ່ຽວ​ກັບ​ການ​ຄຸມກໍາ​ເນີ​ດ ​ແຕ່​ໄດ້​ເນັ້ນ
ໜັກ​ວ່າ ບັນດາ​ຜູ້ຍິງ​ທີ່​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ທີ່ພົວພັນ​ທາງ​ສາສະໜາ​ນັ້ນ ຍັງຈະ​ສາມາດ​
ໄດ້​ຮັບການ​ຄຸມກໍາ​ເນີ​ດ​ໂດຍ​ບໍ່​ເສຍ​ເງິນຢູ່.

ກອງ​ປະຊຸມ​ພະ​ສັງຄະ​ລາດ​ຂອງ​ສາສະໜາ​ກະາໂຕ​ລິກສະຫະລັດ ​ເອີ້ນການ​ເຄື່ອນ​ໄຫວ​ດັ່ງ
ກ່າວ​ນີ້ວ່າ​ “​ເປັນ​ບາດກ້າວທຳ​ອິດ​ໃນທິດ​ທາງ​ທີ່ຖືກຕ້ອງ​ເໝາະ​ສົມ” ແລະ​ກ່າວ​ຕື່ມ​ອີກ​ວ່າ
ຕ້ອງ​ໄດ້​ສຶກສາ​ເພີ້​ມ​ເຕີມ​ອີກ.

ບັນ​ດາ​ຜູ້​ນໍາ​ສາ​ສະໜາ​ກາ​ໂຕ​ລິກ ​ແລະ​ຜູ້​ສະມາຊິກ​ລັດຖະສະພາ​ຂອງພັກລີ​ປັບ​ບລີ​ກັນ​ ​
ໄດ້​ຕຳ​ໜິຕິຕຽນ​ຢ່າງ​ແຮງ​ຕໍ່​ນະ​ໂຍບາຍ​ຕົ້ນຕໍຂອງ​ປະ ທາ​ນາ​ທິບໍດີ​ໂອ​ບາ​ມາ.

ໂທລະພາບ​ຂອງ​ສາສະໜາກາ​ໂຕ​ລິກ ​ໄດ້​ຍື່ນ​ຟ້ອງ​ຕໍ່​ລັດຖ​ະ​ບານ​ກາງ ສະຫະລັດ​ໃນ​ວັນ​
ພະຫັດ​ຜ່ານ​ມານີ້ ​ໂດຍ​ໂຕ້​ຖຽງ​ວ່າ​ນະ​ໂຍບາຍ​ດັ່ງ​ກ່າວນີ້​ໄດ້ຝ່າຝືນຕໍ່​ບົດ​ເພີ່ມ​ຕື່ມ​ລັດຖະທຳ​
ມະນູນ​ຂໍ້​ທຳ​ອິດ​ກ່ຽວ​ກັບ​ເລື່ອງສິດທິ ​ໃນ​ການ​ປະຕິບັດ​ສາສະໜາ​ກິດໄດ້​ຢ່າງ​ເສລີ​ນັ້ນ.

ແຕ່​ວ່າລັດ​ຖະ​ມົນ​ຕີ​ກະ​ຊ່ວງ​ສາທາລະນະ​ສຸກ​ແລະ​ບໍລິການ​ມະນຸດ ທ່ານ​ນາງ Katheleen
Sebelius ໃຫ້​ຂໍ້​ສັງ​ເກດວ່າ ​ກົດໝາຍ​ບໍ່​ໄດ້​ເຈາະ​ຈົງ​ໃຫ້​ພວກ​ທ່ານໝໍ​ຕ້ອງ​ເປັນ​ຜູ້​ສັ່ງ​ຢາ​ໃຫ້
ຫລືໃຫ້ແມ່ຍິງ​ຕ້ອງ​ໃຊ້ການຄຸມ​ກຳ​ເນີ​ດ​ໃດໆ​ກໍ​ຕາ​ມ ທີ່​ເຂົາ​ເຈົ້າຮູ້ສຶກ​ວ່າລະ​ເມີດ​ຕໍ່​ຄວາມ​ເຊື່ອ​
ໃນ​ສາສະໜາ​ເຂົາ​ເຈົ້ານັ້ນ.