ປ. Obama ແລະນາຍົກ Cameron ແຫ່ງອັງກິດ ຄັດຄ້ານ ຕໍ່ການລົງໂທດ ອີຣ່ານຮອບໃໝ່

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ແລະປະທານາທິບໍດີສະຫະລັດ ທ່ານ Barack Obama.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ແລະ​ນາ
ຍົກລັດຖະມົນຕີ ອັງກິດ ທ່ານ David Cameron ກ່າວ​ວ່າ
ການ​ເຄຶ່ອນ​ໄຫວ​ໃດໆກໍຕາມ​ ທີ່​ຈະ ລົງໂທດອີຣ່ານຮອບ​ໃໝ່
ຈະ​ເປັນ​ອັນຕະລາຍແກ່​ການ​ເຈລະຈາທີ່ກຳລັງດຳເນີນ ຢູ່ ​ເພື່ອ​
ໃຫ້​ບັນລຸ​ຂໍ້ຕົກລົງ ຈຳກັດ​ໂຄງການ​ນິວ​ເຄລຍ ຂອງເຕຫະຣ່ານ.

ຢູ່ກອງ​ປະຊຸມ​ຖະ​ແຫລ​ງຂ່າວຮ່ວມກັນ ຫລັງຈາກການເຈລະຈາ
ທີ່​ທຳນຽບຂາວແລ້ວທ່ານ Obama ​ໄດ້​ສະແດງໃຫ້ຢ່າງຈະແຈ້ງ ຕໍ່ລັດຖະສະພາສະຫະລັດວ່າ ທ່ານ​ຈະໃຊ້​ສິດ​ຢັບ​ຢັ້ງ​ ຕໍ່ຮ່າງ​ກົດ
ໝ​າຍ​ໃດໆກໍຕາມທີ່​ຮຽກຮ້ອງໃຫ້ມີ​ການ​ລົງ​ໂທດຮອບ​ໃໝ່. ທ່ານ
Cameron ກ່າວ​ວ່າ ​ໂຕ​ທ່ານເອງ​ໄດ້​ຕິດ​ຕໍ່​ກັບບັນດາ​ສະມາຊິກ
ສະພາ​ສູງສະຫະລັດຈຳນວນ​ນຶ່ງ ກ່ຽວ​ກັບ​ເລື້ອງ​ດັ່ງກ່າວ.

ປະທານາທິບໍດີ Obama ກ່າວ​ວ່າ ທ່ານ​ກຳລັງ​ຮຽກ​ຮ້ອງ​ໃຫ້ບັນດາ​ສະມາຊິກ​ສະພາ ​ໂຈະ​
ໄວ້​ກ່ອນ ຈັກ​ສອງ​ສາມ​ເ​ດືອນ ​ເພື່ອ​ເບິ່ງ​ວ່າ​ ມັນ​ເປັ​ນ​ໄປໄດ້​ຫລືບໍ່ ທີ່​ຈະ​ແກ້ໄຂ​ບັນຫາ​ນິວ-
ເຄລຍ ຂອງ​ອີຣ່ານ “​ໂດຍ​ປາດ​ສະ​ຈາກການໃຊ້ວິທີ ​ທີ່​ອາດຈະກໍ່ໃຫ້ເກີດ​ສົງຄາມ.” ທ່ານ
​ກ່າວ​ວ່າ ບໍ່​ມີ “ການ​ໂຕ້​ຖຽງ​ທີ່​ຈະ​ເປັນ​ການ​ດີໃດໆ” ໃ​ນ ຄວາມ​ພະຍາຍາມ​ ​ທີ່ຈະບ່ອນ​ທຳ
ລາຍການ​ເຈລະຈາ ຈົນ​ກວ່າ​ເຂົາ​ເຈົ້າ ​ໄດ້​ປະຕິບັດ​ພາກສ່ວນ​ຂອງ​ເຂົາ​ເຈົ້າ. ທັງຜູ້ນຳ​ຂອງ
ສະຫະລັດ ​ແລະ​ອັ​ງກິດ ຕ່າງກໍ ກ່າວວ່າ ການ​ຂົ່ມຂູ່​ທີ່ຈະລົງ​ໂທດ​ເພີ້ມຕື່ມ ອາດ​ຈະ​ເຮັດ​ໃຫ້
ເກີດຄວາມ​ແຕກ​ແຍກ ໃນຄວາມເປັນນ້ຳນຶ່ງໃຈດຽວຂອງນາໆ​ຊາດ ກ່ຽວ​ກັບເລື້ອງ​ອີຣ່ານ.

​ແຕ່​ຖ້າ​ການດຳເນີນການທາງ​ການ​ທູດ​ລົ້​ມ​ແຫລວ ປະທານາທິບໍດີ Obama ​ໄດ້​ກ່າວຢ້ຳ
ເຖິງທ່າທີ​ຂອງ​ທ່ານວ່າ “ທາງ​ເລືອກ​ທັງ​ໝົດ” ​ໃນການ​ຮັບມື ​ກັບ​ອີຣ່ານ ນັ້ນ ແມ່ນ​ວາງ​ຢູ່​
ເທິງ​ໂຕະ​.

​ເຖິງ​ແມ່ນ​ວ່າການຕົກລົງໄດ້​ບັນລຸ​ກັນ ປະທານາທິບໍດີ​ກ່າວ​ວ່າ ປະເທດຕາ​ເວັນ​ຕົກ​ຍັງ​ມີ
ບັນຫາ​ຢູ່​ ”ຕັ້ງຫຼາຍ​ຢ່າງ” ກັບ​ອີຣ່ານຮວມທັງປະເທດ​ທີ່​ສະໜັບສະໜູນ​ພວກກໍ່ການ​ຮ້າຍ ການ​ໂຈມຕີຂອງອີຣ່ານຕໍ່​ອິສຣາ​ແອ​ລແລະການໃຫ້ເງິນຊ່ວຍເຫລືອແກ່ກຸ່ມ Hezbollah ຕະຫລອດທັງຄວາມເຫັນທີ່ແຕກຕ່າງອື່ນໆກ່ຽວກັບເລື້ອງຊີ​ເຣຍ.

Your browser doesn’t support HTML5

Stakes High, Expectations Low for Nuclear Talks With Iran