ປ. ສຫລ ທ່ານ Obama ພົບປະກັບ ນາຍົກອັງກິດ ທ່ານ Cameron ເປັນມື້ທີສອງ

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ຊ້າຍ) ແລະ ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຂວາ)

ປະທາ​ນາ​ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ຈັດ
ງານລ້ຽງອາຫານ​ຄໍ່າແລະປະຊຸມໄປພ້ອມກັບນາຍົກລັດຖະມົນ
ຕີອັງກິດທ່ານ David Cameron ທີ່​ທຳນຽບຂາວ ​ໃນ​ແລງ​ວັນ​
ພະຫັດ​ວານ​ນີ້ ຫລັງ​ຈາກ​ຢູ​ໂຣບ ​ໄດ້ປະສົບກັບການ ໂຈມຕີ​ກໍ່​
ການ​ຮ້າຍ ​ທີ່ນະຄອນ​ປາຣີ.

ຜູຸ້ນຳ​ທັງ​ສອງ ໄດ້ຮ່ວມກັນຂຽນບົດບັນນາທິການ ໃນອາທິດ​ນີ້
​ ລົງໃນໜັງ​ສຶພິມ the Times of London ໂດຍປະກາດ​ວ່າ
ຈະສ້າງແນວໂຮມຕ້ານ​ພວກອິສ ລາມຫົວຮຸນແຮງຈັດ.

ອັງກິດ ​ໄດ້​ເປັນ​ພັນທະ​ມິດ​ທີ່ໃກ້ຊິດ​ທີ່​ສຸດ​ຂອງສະຫະລັດ ​ໃນ
​ການ​ຕໍ່ສູ້ຕ້ານພວກກໍ່​ການ​ຮ້າຍ ມາເປັນເວລາດົນນານແລ້ວ ​ທັງຢູ່ໃນປະເທດຕາ​ເວັນ​ຕົກ
​ແລະ​ຢູ່​ໃນ​ພາກຕາ​ເວັນ​ອອກ​ກາງ.

ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ກ່າວ​ວ່າ ທ່ານ Obama ​ແລະ ທ່ານ Cameron ຈະ​ພົບ​
ປະກັນ​ໃນ​ວັນ​ສຸກ​ມື້​ນີ ​ເພື່ອ​ສົນທະນາ​ຫາລືກັນ​ໃນ​ຫລາຍ​ໆ ບັນຫາຮວມທັງການ​ກໍ່​ການ
​ຮ້າຍ ອີ​ໂບລາ ​ແລະ​ບົດບາດ​ຂອງຣັດ​ເຊຍ ​ໃນ ຢູ​ເຄຣນ.

ຜູ້ນຳ​ອັງກິດ ກ່າວ​ວ່າ ທ່ານ​ມີ​ແຜນ​ທີ່​ຈະ​ຮ້ອງຂໍ ໃຫ້ປະທານາທິບໍດີ Obama ກົດ​ດັນ ບັນ
ດາ​ບໍລິສັດ​ເທັກ​ໂນ​ໂລ​ຈີ ສະຫະລັດ ​ເຊັນ​ວ່າ Google ​ແລະ Facebook ​ເພື່ອ​ອະນຸຍາດ
​ໃຫ້ ລັດຖະບານ ​ເຂົ້າ​ໄປ​ສອດແນມເບິ່ງ​ການ​ຕິດຕໍ່ສື່ສານທີ່ເປັນລະຫັດນັ້ນ.

ເລື້ອງດັ່ງກ່າວ​ນີ້ ເປັນ​ເລື້ອງ​ທີ່ຫຼໍ່ແຫຼມສຳຄັນ​ທີ່​ສຸດ​ຢ່າງ​ນຶ່ງ​ ຢູ່​ໃນສະຫະລັດ ຫຼັງຈາກໄດ້ມີ
ການສະແດງຄວາມໂກດແຄ້ນຢ່າງກວ້າງຂວາງຂອງ​ສາທາລະນະຊົນ ຕໍ່ການ​ເປີດ​ເຜີຍ​
ວ່າ ອົງການ​ຄວາມ​ໝັ້ນຄົງແຫ່ງຊາດຂອງສະຫະລັດ ຫລື NSA ໄດ້​ຄົ້ນ​ຫາ​ບັນທຶກ​ໂທລະ
ສັບຂອງ​ຊາວ​ອາ​ເມຣິກັນ ຫຼາຍ​ລ້ານ​ຄົນ. ​ການເປີດ​ເຜີຍ​ໂດຍອ​ະດີດນັກວິ​ເຄາະ ຂອງອົງ
ການ NSA ທ້າວ Edward Snowden ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ບໍລິສັດ​ອິນ​ເຕີ​ແນັດຂອງ
ສະຫະລັດຈຳນວນ​ນຶ່ງ​ໄດ້​ອະນຸຍາດ​ ໃຫ້ອົງການ NSA ​ເຂົ້າ​ໄປຄົ້ນ​ຫາຂໍ້ມູນ​ໄດ້.

Your browser doesn’t support HTML5

OBAMA CAMERON SOTVO