ປ. ໂອບາມາ ກ່າວວ່າ ມີການຂາດຄວາມເຊື່ອຖື ລະຫວ່າງ ຕຳຫລວດ ກັບປະຊາຄົມ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຂວາ) ຖ່າຍຮູບ ຮ່ວມກັບບັນດານັກຮຽນ ທີ່ Lehman College.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້​ຮຽກ
ຮ້ອງ​ໃຫ້​ມີ​ການ ສ້າງຄວາມ​ເຊື່ອຖື ຄືນມາ​ໃໝ່​ ໃນລະຫວ່າງ
ຕຳຫລວດ ​ແລະ ບັນດາປະຊາ​ຄົມ ຊົນກຸ່ມນ້ອຍ ​ລຸນ​ຫລັງ​ໄດ້
ມີການ​ກໍ່​ການຈະລາຈົນ​ໃນ​ອາທິດ​ແລ້ວ​ນີ້​ ຢູ່​ທີ່ເມືອງ Baltimore
ຍ້ອນການ​ຕາຍ​ຂອງຊາຍ​ໜຸ່ມ​ຜີວ​ດຳ​ຄົນ​ນຶ່ງ ທີ່​ໄດ້​ເສຍ​ຊີວິດ​ໄປ
ໃນລະຫວ່າງ​ທີ່​ຖືກ​ຕຳຫລວດຄວບ​ຄຸມ​ຕົວ​ໄວ້.

​ໃນ​ການປະກົດ​ໂຕ​ຢູ່ໃນ​ລາຍການ “The Late Show with
David Letterman” ຂອງໂທລະພາບຊ່ອງ CBS ນັ້ນ ປະທາ
ນາທິບໍດີ Obama ກ່າວ​ວ່າ ຜົນ​ສະທ້ອນ​ທີ່​ຍັງ​ມີ​ຢູ່​ຕໍ່​ມາ ​ຂອງ​
ຄວາມ​ເປັນ​ຂ້າ​ທາດ ​ແລະ​ການຈຳ​ແນ​ກ​ຜິ​ວພັນ ​ຍັງ​ສືບ​ຕໍ່​ສົ່ງ
​ຜົນ​ກະທົບ​ຢ່າງ​ລຶກຊຶ້ງ ຕໍ່​ບັນດາ​ປະຊາ​ຄົມອາ​ເມຣິກັນ​ເຊື້ອ
ສາຍ​ອາ​ຟຣິກາ.

ປະທານາທິບໍດີໂອບາມາ ປະກາດໂຄງການໃໝ່ ສຳຫລັບຊາວໜຸ່ມຊົນກຸ່ມນ້ອຍ:

Your browser doesn’t support HTML5

Obama Announces Next Step In Program For Minorities

​ແລະ​ໃນລະຫວ່າງ​ການ​ພົບປະ​ກັບ ບັນດາ​ຊາວ​ໝຸ່ມຊົນກຸ່ມ​ນ້ອຍ ກ່ອນ​ໜ້າ​ນັ້ນ​ໃນ​ມື້​ດຽວ​ກັນ
ທ່ານ Obama ຮັບ​ຮູ້​ວ່າ ຊາວ​ໜຸ່ມອາ​ເມຣິກັນ ​ເຊື້ອສາຍອາ​ຟຣິກາ ແລະ​ເຊື້ອສາຍລາ​ຕິນ
ຫລາຍໆ​ຄົນ ​ໄດ້​ປະ​ເຊີນ​ກັບ​ “ຄວາມ​ເສຍປຽບຫລາຍໆຢ່າງ ຕັ້ງ​ແຕ່​ມື້ເກີດ​ແລ້ວ” ແລະວ່າ
​ເຂົາ​ເຈົ້າ​ໄດ້​ຮັບ​ການປະຕິບັດ​ຕໍ່ທີ່​ບໍ່​ສະ​ເໝີ​ພາບ ​ຈາ​ກຕຳຫລວດ.

ທ່ານ ກ່າວ​ວ່າ ພວກ​ຊາຍ​ໜຸ່ມຜີວ​ດຳ ກຳລັງ​ຖືກ​ຢຸດ ​ແລະ​ປໍ້າ​ລົງ​ດິນ​ໂດຍ​ເຈົ້າ​ໜ້າ​ທີ່​ຕຳ
ຫລວດ​ ໂດຍບໍ່ມີ​ເຫດຜົນ ​ແລະ​ການກະທຳ​ດັ່ງກ່າວ​ນຳພາ​ໄປ​ສູ່ ຄວາມ​ຮຸນ​ແຮງທີ່​ເກີດ​ຂື້ນ​
ຢູ່​ໃນຫລາຍໆ​ເມືອງ ​ເຊັ່ນ​ ​ເມືອງ Baltimore ​ແລະ​ເມືອງ Ferguson ລັດ Missouri.

ສະພາບການໃນເມືອງ Baltimore ສະຫງົບລົງແດ່ແລ້ວ:

Your browser doesn’t support HTML5

Volunteers Pull Together to Aid Baltimore Riot Victims