ທ່ານໂອບາມາ ຮຽກຮ້ອງ ໃຫ້ຜູ້ນຳຂອງໂລກ ປະນາມ ການປະທ້ວງ ທີ່ຮຸນແຮງ (ວີດີໂອ)

ປະທານາທິບໍດີໂອບາມາ ຂະນະກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 67 ເມື່ອວັນທີ່ 25 ເດືອນກັນຍານີ້

ປະທານາທິບໍດີໂອບາມາ ຂະນະກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 67 ເມື່ອວັນທີ່ 25 ເດືອນກັນຍານີ້

ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ​ໄດ້​ບອກ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ຈົ່ງ​ປາກ​ເວົ້າອອກ​ມາຢ່າງ​ແຂງ​ຂັນ ​ຕໍ່ຕ້ານ​ຄວາມ​ຮຸນ​ແຮງ​ແລະ​ລັດທິ​ຫົວ​ຮຸນ​ແຮງ.

ທ່ານ​ໂອ​ບາ​ມາ ​ໄດ້​ອຸທິດ​ສ່ວນ​ໃຫຍ່ຂອງ​ຄໍາ​ປາໄສປະ​ຈໍາປີຂອງ​ທ່ານ ຮຽກ ຮ້ອງ​ຕໍ່ບັນດາ​ຜູ້​ນໍາ​ໂລກ​ ​ໃຫ້​ພາກັນ​ປະນາມ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງທີ່ ສືບ​ເນື່ອງ​ມາຈາກ​ຮູບ​ເງົາ​ຕໍ່ຕ້ານມຸສລິ​ມ ທີ່​ສ້າງ​ຂຶ້ນ​ໂດຍ​ເອກ​ກະ​ຊົນ​ແລະ​ຖ່າຍ​ທໍາ​ຢູ່​ໃນ​ສະຫະລັດ​ນັ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ​ໂລກ​ຈະ​ສ້າງ​ຄວາມ​ກ້າວໜ້າໄດ້ ກໍ​ດ້ວຍການ​ອະນຸ​ໂລມ​ຜ່ອນຜັນ​ຊຶ່ງ​ກັນ​ແລະ​ກັນແລະ​ເສລີ​ພາບ​ເທົ່າ​ນັ້ນ ​ແລະ​ໄດ້​ຮຽກ ຮ້ອງ​ໃຫ້​ເພື່ອນຜູ້​ນໍາ​ຂອງ​ທ່ານ​ທັງຫຼາຍ ຈົ່ງ​ວາງ​ຂອບ​ເຂດ​ຈໍາກັດຕໍ່​ພວກ​ທີ່​ໃຊ້​ຄວາມ​ກຽດ​ຊັງ​ເປັນອາ​ວຸດ​ທາງ​ການ​ເມືອງ.

ທ່ານ​ໂອ​ບາ​ມາ ​ໄດ້ເອີ້ນ​ຮູບ​ເງົາສະໝັກຫຼິ້ນນັ້ນ​ວ່າ ຫຍາ​ບຄາຍ​ແລະ​ໜ້າລັງ​ກຽດ ​ແຕ່​ກໍ​ເວົ້າວ່າ ມັນ​ບໍ່ເຖິງ​ຂັ້ນ​ທີ່​ຈະ​ເອົາ​ໄປ​ໃຊ້​ເປັນ​ຂໍ້​ອ້າງ ​ເຮັດ​ໃຫ້​ພວກ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິ​ດຫຍັງ​ ຕ້ອງ​ເລືອດ​ຕົກ​ຢາງ​ອອກ ອັນ​ໂຮມ​ທັງ​ເອກ ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ລີ​ເບຍ ທ່ານ Chris Steven ທີ່​ຖືກ​ສັງຫານ​ພ້ອມ​ກັບ​ຊາວ​ອະ​ເມຣິກັນ​ອີກ​ສາມ​ຄົນ​ໃນ​ການ​ບຸກ​ໂຈມ​ຕີ​ສະຖານ​ກົງສຸນ​ສະຫະລັດ​ທີ່​ເມືອງ​ເບ​ງກາ​ຊີ​ນັ້ນ.

ນອກ​ນີ້ ປະທານາທິບໍດີ​ສະຫະລັດ ຍັງ​ໄດ້​ຮຽກຮ້ອງ​ຄືນ​ໃໝ່​ໃຫ້​ລັດຖະບານ​ຂອງ​ປະທານາ ທິບໍດີ Bashar al-Assad ຈົ່ງ​ສິ້ນ​ສຸດ​ລົງ. ທ່ານ ໂອ​ບາ​ມກ່າວ​ຕໍ່​ໄປ​ວ່າ ອະນາຄົດ​ຂອງ​ຊີ​ເຣຍນັ້ນ​ຈະຕ້ອງ​ບໍ່​ຕົກ​ເປັນ​ຂອງ​ຜູ້ຜະ​ເດັດ​ການ​ຄົນ​ນຶ່ງ ທີ່​ໄດ້​ສັງຫານ​ໝູ່​ປະຊາຊົນ​ຂອງ​ຕົນເອງ​ນັ້ນ.

ບັນຫາ​ຊີ​ເຣຍກໍຢູ່​ໃນ​ໃຈ​ຂອງ​ກະສັດ Abdullah ຂອງປະ​ເທດ​ຈໍ​ແດນຄື​ກັນ. ປະ​ເທດ​ຂອງ​ພະ​ອົງ​ໄດ້​ຮັບ​ເອົາ​ຊາວ​ອົບ​ພະ​ຍົບຊີ​ເຣຍ ຫຼາຍກວ່າ 200,000 ຄົນ. ກະສັດ​ຈໍ​ແດນ​ໄດ້​ບອກ​ຜູ້ເຂົ້າ​ຮ່ວມ​ກອງປະຊຸມ​ວ່າ ວິ​ກິດ​ການ​ຊາວ​ອົບ​ພະຍົບ ​ແມ່ນ​ສ້າງ​ຄວາມ​ກົດ​ດັນ​ຢ່າງ​ໃຫຍ່ ​ໃຫ້​ແກ່​ຊັບພະຍາກອນ​ທີ່​ມີ​ຢ່າງ ຈໍາກັດ​ຂອງຈໍ​ແດນນັ້ນ. ພ້ອມ​ນີ້ ພະ​ອົງ​ໄດ້​ຮ້ອງ​ຂໍ ຄວາມ​ຊ່ວຍ​ເຫຼືອຈາກ​ນານາ​ຊາດ ​ໂດຍ​ກ່າວ​ວ່າ ລະດູ​ໜາວ​ກາງ​ທະ​ເລ​ຊາຍ ກໍາລັງຫຍັບ​ໃກ້​ເຂົ້າມາ.