ປະທານາທິບໍດີ ໂອມາມາ ຮຽກຮ້ອງ ໃຫ້ເອົາບາດກ້າວ ອັນໜັກແໜ້ນ ໃນທະເລຈີນໃຕ້

ກຳປັ່ນລົບຈີນ ຈອດບາມໃນຂະນະທີ່ ເຮືອພິຕາດ ສະຫະລັດ USS Stethem ໄປເຖິງທ່າເຮືອເມືອງ Shanghai.

ປະທານາທິບໍດີ ສຫະລັດ ທ່ານ Barack Obama ກ່າວ​ວ່າ
ມາດ​ຕະການ​ທີ່​ໜັກແໜ້ນ ​ໃນ​ຄວາມ​ພະຍາຍາມ​ລະ​ງັບການ
​ເພິ້ມ​ຄວາມ​ຂັດແຍ້​ງກ່ຽວ​ກັບ ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່​ຫົກ​ລັດ
ຖະບານ ຮວມທັງ​ຟິລິບ​ປິນ ​ໄດ້​ອ້າງ​ກວມເອົາ ຄວນຖືກນຳໃຊ້.

ຫລັງ​ຈາກ​ການ​ສົນທະນາ​ສອງ​ຝ່າຍກັບ ປະທານາທິບໍດີ ຟິລິບ​
”ປິນ ທ່ານ Benigno Aquino ຢູ່​ນອກ​ກອງ​ປະຊຸມ ບັນດາ​ຜູ້ນຳ
ກອງ​ປະຊຸມ​ສຸດ​ຍອດ ການ​ຮວມມື​ເສດຖະກິດ ​ເອ​ເຊຍ​ປາຊິ​ຟິກ
(APEC) ທີ່​ນະຄອນ​ມາ​ນິລາ ປະທານາທິບໍດີ ສຫລ ​ໄດ້​ດືງ
ຄວາມ​ສົນ​ໃຈ ​ໄປໃສ່ບົດບາດ​ຂອງ​ປັກ​ກິ່ງ ທີ່​ໄດ້​ສ້າງຄວາມຕື່ນ
ຕົກໃຈຢູ່ໃນ​ຂົງ​ເຂດ ​ແລະຢູ່​ໃນ ວໍ​ຊິງ​ຕັນ.

ພວກປະທ້ວງພາກັນຖືປ້າຍຢູ່ຕໍ່ໜ້າ ກົງສຸນຈີນ ໃນເຂດການຄ້າ ທີ່ນະຄອນມະນີລາ.

ປະທານ​ນາ​ທິບໍດີ Obama ກ່າວວ່າ “ພວກ​ເຮົາ​ສົນທະນາ​ກັນ​ເຖິງ​ຜົນ​ກະທົບ ທີ່ ຈີນ ​ໄດ້​ອ້າງ​ເອົາ​ດິນ​ແດນ ​ແລະ​ກິດຈະ​ການ​ກໍ່ສ້າງ​ໃນ​ສະຖຽນ​ລະ​ພາບ​ຂົງ​ເຂດ. ພວກເຮົາເຫັນ​ດີ​ໃນ​ຄວາມ​ຕ້ອງການ​ເອົາ​ບາດກ້າວ​ໂດຍ​ກົງ ​ເພື່ອຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕືງ ຮວມທັງການປະຕິຍານວ່າ​ຈະ​ໂຈະ​ການກໍ່ສ້າງເພີ້​ມ​ເຕີມ ແລະ​ທີ່​ຕັ້ງ​ທະຫານ ຂອງ​ເຂດ​ທີ່​ໂຕ້​ຖຽງ​ກັນ​ໃນ​ທະ​ເລ​ຈີນ​ໃຕ້.” ນັ້ນ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama, ຊ້າຍ, ແລະ ປະທານາທິບໍດີ ຟິລິບປິນ ທ່ານ Benigno Aquino III, ຂວາ.

ເກືອບ​ເວລາ​ ສອງ​ປີ ທີ່​ຈີນ​ໄດ້​ຂຸດ​ສ້າງ​ໂຄງການ​ຢູ່​ເຈັດ​ໝູ່ເກາະ​ທີ່​ຕິດ​ຕໍ່​ກັນ ​ໃນ​ທະ​ເລ ອັນ​ເປັນ​ຜົນ​ໃນ​ການ​ສ້າງ​ບັນດາ​ໝູ່​ເກາະ​ນ້ອຍໆ ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ໃນ​ບັນດາ​ປະ​ເທດ​ເພື່ອນ​ບ້ານ. ຢ່າງ​ໜ້ອຍ ສອງໝູ່​ເກາະ​ໃໝ່ທີ່​ສ້າງ​ຂື້ນ​ມາ​ມີ​ທາງ​ແລ່ນເຮືອບິນ ​ແລະ​ທ່າ​ເຮືອ ທີ່​ສາມາດ​ຮັບ​ມື​ດ້ານ​ເຮືອບິນ​ທະຫານ ​ແລະ​ເຮືອ​ລົບ​ທາງ​ທະ​ເລ. ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ຈີນ ບໍ່​ໄດ້​ເຈາະ​ຈົງ​ກ່ຽວ​ກັບ​ແຜນ​ຂອງ​ຕົນ​ຢູ່​ທີ່​ນັ້ນ.

ຈີນ ​ໄດ້ກ່າວ​ວ່າມັນ​ “​ມັນໂຕ້​ແຍ້​ງບໍ່​ໄດ້​ເລື້ອງ​ຄວາມ​ເປັນ​ອະທິປະໄຕ” ເວົ້າ​ໂດຍ​ສະ​ເພາະ
ທະເລ​ທັງ​ໝົດ ບໍ່ຄວນ​ຈະມີຄົນ​ພາຍ​ນອກ ​ເຂົ້າມາຫຍຸ້ງກ່ຽວ​. ຟິລິບ​ປິນ ​ໄດ້​ຍືນ​ຕັ້ງຂໍໃຫ້
ມີການໄກ່ເກັ່ຽຄະດີທີ່ ຈີນອ້າງ​ເອົາ​ເຂດທະ​ເລດັ່ງກ່າວ. ຈີນ ​ໄດ້​ປະຕິ​ເສດ​ ​ແລະຈະ​ບໍ່​
ເຂົ້າ​ຮວມ.