ທ່ານ Obama ສະເໜີ ຮ່າງງົບປະມານ ລັດຖະບານກາງ ປີ 2014 (ວີດິໂອ)

ງົບປະມານ ປີ 2014 ທີ່ສະເໜີໂດຍ ປະທານາທິບໍດີ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານ Barack Obama ກໍາລັງ
ສະເໜີຮ່າງງົບປະ ມານລັດຖະບານກາງ ສຳລັບປີ 2014
ຈໍານວນ 3 ພັນ 770 ຕື້ໂດລາ ຊຶ່ງທ່ານເວົ້າວ່າ “ມັນເປັນ
ແຜນການໃຫຍ່ ທີ່ມີຄວາມຮັບຜິດຊອບທາງດ້ານງົບປະ
ມານ ເພື່ອສ້າງວຽກງານໃຫ້ຊົນຊັ້ນກາງ ແລະເຮັດໃຫ້ເສດ
ຖະກິດເຕີບໂຕ.”

ໃນການຖະແຫຼງຢູ່ທີ່ທໍານຽບຂາວ ໃນວັນພຸດວານນີ້ ທ່ານ
Obama ກ່າວວ່າຮ່າງງົບປະມານນີ້ ຈະດັດປັບວິທີການໃນ
ການຄິດໄລ່ເງິນຜົນປະໂຫຍດດ້ານສະຫວັດດີການສັງຄົມ
ຫລື Social Security ແລະ ຈະປ່ຽນແປງການເກັບພາສີ ຕໍ່ບໍລິສັດໃຫຍ່ຕ່າງໆ ແລະຜູ້ຮັ່ງມີ.

ສຽງ……

ທ່ານ Obama ກ່າວວ່າ: “ແຕ່ວ່າ ຖ້າພວກເຮົາຢາກທໍາການຕັດການຂາດດຸນງົບ ປະມານຢ່າງຈິງຈັງແທ້ແລ້ວ ການປະຕິຮູບເຫລົ່ານີ້ ຄວນຈະດຳເນີນໄປຄວບ ຄູ່ກັນກັບການປະຕິຮູບລະບຽບການເກັບພາສີຂອງພວກເຮົາເພື່ອເຮັດໃຫ້ມັນ
ງ່າຍດາຍ ແລະມີຄວາມຍຸດຕິທໍາຂຶ້ນກວ່າເກົ່າ ເພື່ອວ່າພວກຮັ່ງມີທີ່ສຸດ ແລະບໍລິ
ສັດໃຫຍ່ທີ່ສຸດ ບໍ່ສາມາດທີ່ຈະສວຍໃຊ້ຊ່ອງຫວ່າງ ແລະການຕັດພາສີ ທີ່ຊາວ
ອາເມຣິກັນສ່ວນໃຫຍ່ບໍ່ໄດ້ຮັບ. ນັ້ນຄືຈຸດສຳຄັນທີ່ຢາກເວົ້າ.”


ຂໍ້ສະເໜີດັ່ງກ່າວສ້າງຄວາມບໍ່ພໍໃຈໃຫ້ແກ່ສະມາຊິກລັດຖະສະພາຫລາຍໆທ່ານຈາກທັງ
ສອງພັກການເມືອງ ຊຶ່ງເປັນອົງການດຽວເທົ່ານັ້ນ ມີສິດອໍານາດໃນການຮັບຜ່ານຮ່າງງົບ
ປະມານ. ທ່ານ Obama ຮັບຮູ້ວ່າ ຫຼາຍໆພາກສ່ວນຂອງຮ່າງ ງົບປະມານຂອງທ່ານ ບໍ່
ແມ່ນ “ສິ່ງທີ່ດີທີ່ສຸດ” ແຕ່ກໍເປັນການ “ປະນີປະນອມ ກັນ” ແບບນຶ່ງ.

ຮ່າງງົບປະມານຂອງທ່ານ ແມ່ນແນໃສ່ການຕັດການຂາດດຸນລົງເກືອບ 2 ພັນຕື້ໂດລາ ພາຍ
ໃນໄລຍະ 10 ຕໍ່ໜ້າ ໂດຍຜ່ານການປະສົມປະສານກັນ ລະຫວ່າງລາຍຮັບໃໝ່ ແລະການ
ຕັດງົບປະມານລົງ ຊຶ່ງລວມທັງການເກັບ ພາສີຢ່າງໜ້ອຍ 30 ເປີເຊັນ ຕໍ່ພວກທີ່ມີລາຍຮັບ
1 ລ້ານໂດລາຫລືຫລາຍ ກວ່ານັ້ນຂຶ້ນໄປ ຕໍ່ປີ.

ເບິ່ງວີດິໂອກ່ຽວກັບຂ່າວນີ້: