ປະທານາທິບໍດີ ໂອບາມາ ຕຽມສົ່ງ ຮ່າງງົບປະມານ ປະຈໍາປີ 2013 ຕໍ່ລັດຖະສະພາ

  • ສິງ ບູຣົມມະວົງ

ທ່ານ Jacob Lew ຫົວໜ້າກອງເລຂາ ປະຈໍາປະທານາທິບໍດີສະຫະລັດ ຖະແຫລງໃນລາຍການ ໃຫ້ສໍາພາດຂ່າວທາງໂທລະພາບ ກ່ຽວກັບວັດຖຸປະສົງຂອງຮ່າງງົບປະມານ ຂອງທ່ານໂອບາມາ. ວັນທີ 12, 2012.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ​ ກໍາລັງ​ຈະສະ​ເໜີ​ອັນ​ທີ່ທໍານຽບຂາວ
​ເອີ້ນ​ວ່າ ວິທີການ​ທີ່​ສົມ​ດູ​ນ ສໍາລັບການ​ຂຶ້ນ​ພາສີແລະ ​ຫລຸດ​ຄ່າໃຊ້​ຈ່າຍ​ລົງ​ ຂະນະ​ທີ່​ທ່ານ​
ສົ່ງ​ຮ່າງ​ງົບປະມານຂອງ​ລັດຖະບານ​ກາງ​ ປະ​ຈໍາປີ 2013 ​ໄປ​ຍັງ​ລັດຖະສະພານັ້ນ.

ທ່ານ​ໂອ​ບາ​ມາ ກໍານົດ​ຈະ​ເປີດ​ເຜີຍ​ຮ່າງ​ງົບປະມານ​ປະ​ຈໍາປີ​ຂອງ​ທ່ານ​ໃຫ້​ຊາບ​ໃນ​ວັນ​ຈັນ​ມື້​ນີ້
ທີ່ມະຫາວິທະຍາ​ໄລ​ປະຊາ​ຄົມ​ແຫ່ງ​ນຶ່ງ​ຢູ່​ໃກ້ໆ​ກັບ​ນະຄອນຫລວງ​ວໍ​ຊິງ​ຕັນ​ ໂດຍ​ຈະເນ້ນເຖິງ​
ການ​ຊຸກຍູ້​ຂອງ​ທ່ານ​ເພື່ອ​ໃຫ້ເພີ່ມ​ງົບປະມານ​ດ້ານການ​ສຶກສາ ​ໂຄງ​ລ່າງ​ພື້ນຖານ ​ແລະ​ໂຄງ
ການ​ສ້າງ​ໜ້າ​ວຽກ​ຂຶ້ນ​ນັ້ນ.

ທ່ານ Jacob Lew ຫົວໜ້າ​ກອງ​ເລຂາ​ປະ​ຈໍາ​ປະທານາທິບໍດີ ກ່າວໃນ​ວັນ​ອາທິດ​ວານ​ນີ້​
ວ່າ ຮ່າງ​ງົບປະມານ​ນີ້​ມີ​ວັດຖຸ​ປະສົງ​ເພື່ອ​ກະ​ຕຸ້ນເສດຖະກິດ​ ໃນ​ຂະນະ​ດຽວ​ກັນ​ ກໍພະຍາ
ຍາມຫາ​ທາງ​ແກ້​ໄຂ​ໃນ​ໄລຍະຍາວ​ ເພື່ອ​ຜ່ອນຄາຍ​ການ​ຂາດດູນ​ງົບປະມານ​ຂອງ​ລັດຖະ
ບານ​ກາງ​ລົງ.

ທ່ານ Lew ກ່າວ​ຕໍ່​ພວກ​ສໍາພາດ​ທາງ​ໂທລະພາບ​ວ່າ ຮ່າງ​ງົບ​ປະມານນີ້​ຈະ​ລົດ​ການ​ຂາດ
ດູນງົບປະມານ​ລົງ 4 ພັນ​ຕື້​ໂດ​ລາ​ໃນ​ຊ່ວງ​ນຶ່ງ​ທົດສະ​ວັດ​ຕໍ່ໜ້າ ​ໂດຍ​ສະ​ເໜີ​ຂຶ້ນ​ພາສີ​ແກ່
ພວກ​ບໍລິສັດ​ແລະ​ພວກ​ຄົນ​ອາ​ເມຣິກັນ​ທີ່​ຮັ່ງມີ​ຕ່າງໆ​ໃນ​ຂະນະ​ດຽວ​ກັນ​ຕັດ​ຄ່າ​ໃຊ້​ຈ່າຍ​ຂອງ
ລັດຖະບານລົງ.

ພວກ​ສະມາຊິກ​ຝ່າຍ​ຄ້ານ ພັກ Republican ​ໄດ້​ໂຈມ​ຕີ​ຮ່າງ​ງົບ​ປະມານ​ຂອງ​ທ່ານ​ໂອ​ບາ​
ມາ ໂດຍ​ກ່າວ​ວ່າ ມັນເປັນ​ພຽງ​ຊ່ອງ​ທາງ​ເພື່ອ​ສົ່ງ​ເສີມ​ການ​ໂຄສະນາ​ຫາ​ສຽງ​ເລື້ອງ​ຕັ້ງ​ ​ໃຫ້
ທ່ານໂອ​ບາ​ມາ​ໄດ້​ຮັບ​ເລືອ​ກຕັ້ງ​ຕື່ມ​ອີກເທົ່າ​ນັ້ນ.

ທ່ານ Paul Ryan ສະມາຊິກ​ສະພາ​ຕໍ່າ​ສະຫະລັດ ທີ່​ເປັນ​ປະທານ​ຂອງ​ຄະນະ​ກໍາມາ​ທິ
ການ​ງົບປະມານ​ປະ​ຈໍາ​ສະພາ​ຕໍ່າ​ສະຫະລັດ ​ເອີ້ນຮ່າງ​ງົບປະມານ​ດັ່ງກ່າວ​ວ່າ ​ເປັນ​ແຜນຜັງ​
ແຫ່ງ​ການ​ສືບ​ຕໍ່​ນະ​ໂຍບາຍ​ທີ່​ລົ້ມ​ແຫລວ​ແລະ​ເສຍ​ຫາຍ​ຂອງ​ພັກ​ເດ​ໂມກຣັດ.