ປ. ໂອບາມາ ກ່າວຄຳປາໄສ ທີ່ເພັ່ງເລັງ ໃສ່ຄວາມຫຍຸ້ງຍາກ ຂອງແມ່ຍິງຜິວດຳ ສຫລ

ປະທານາທິບໍດີ ໂອບາມາ ຖະແຫລງ ຢູ່ທີ່ ງານລ້ຽງອາຫານຄຳ່ ຂອງມູນນິທິ ສະພານິຕິບັນຍັດ ຊາວຜິວດຳ ຫຼື Congressional Black Caucus Foundation.

ປະທານາທິບໍດີ ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ
ພວກ​ແມ່ຍິງ ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ສືບ​ຕໍ່​ປະ​ເຊີນ
ໜ້າກັບອຸປະສັກ​ຕ່າງໆ ​ເພື່ອ​ທີ່​ຈະ​ປະສົບ​ຄວາມສຳ​ເລັດ​ ທີ່​ຍາວ
ນານ​ຫຼາຍກວ່າ 5 ທົດ​ສະ​ວັດມາ​ແລ້ວ ຫຼັງຈາກ​ຈຸດ​ເລີ້ມ​ຕົ້ນຂອງ
ການ​ເຄື່ອນ​ໄຫວ​ເພື່ອ​ສິດທິພົນລະ​ເຮືອນ. ​ໃນ​ການ​ກ່າວ​ຄຳ​ປາ​ໄສ
​ເມື່ອ​ວັນ​ເສົາ​ວາ​ນນີ້ ຢູ່​ທີ່ ງານລ້ຽງອາຫານ​ຄ່ຳ ມອບ​ລາງ​ວັນ ຂອງ
​ມູນ​ນິທິ ສະພານິຕິບັນຍັດ ຊາວ​ຜິວ​ດຳ ປະຈຳ​ປີ ​ໃນ​ນະຄອນ​ຫຼວງ
ວໍ​ຊິງ​ຕັນ ທ່ານໂອ​ບາ​ມາ ​ໄດ້​ຍ້ອງຍໍ​ ບົດບາ​ດຂອງພວກ​ແມ່ຍິງ
ຜິວ​ດຳ ​ທີ່​ຕົນ​ມີ ​ໃນ​ການ​ຕໍ່ສູ້​ເພື່ອ​ສິດທິ​ພົນລະ​ເຮືອນ ຈາກ​ການ
ວາງ​ແຜນຍຸດ​ທະ​ສາດ ການ​ຂວ້ຳບາດ ​ໄປ​ເຖິງ​ການຈັດ​ແຈງ​ການ
​ເດີນຂະ​ບວນຕ່າງ​ໆ ເຖິງ​ແມ່ນ​ວ່າ ພວກ​ເຂົາ​ຈະ​ບໍ່​ຢູ່​ໃນ​ຖານະ​ເປັນ
​ຜູ້ນຳ​ກໍ​ຕາມ.

​ແຕ່​ທ່ານ​ກ່າວ​ອີກ​ວ່າ ​ໃນ​ຂະນະ​ທີ່​ພວກ​ແມ່ຍິງ​ຜິວ​ດຳ ​ແລະ ພວກ​ເດັກ​ຍິງ ​ໃນ​ສະຫະລັດ ​ໄດ້​ມີ​ຄວາມ​ກ້າວໜ້າ ​ໃນດ້ານ​ການ​ສຶກສາ ​ແລະ ​ເສດຖະກິດ ພວກ​ເຂົາ​ກໍ​ຍັງ​ເບິ່ງ​ຄື​ວ່າ ຈະ​ຕົກ​ຢູ່​ໃນ​ສະພາບ​ຄວາມທຸກ​ຍາກຫຼາຍຂຶ້ນ ຍ້ອນ​ການ​ເຮັດ​ວຽກ ​ທີ່​ມີຄ່າ​ຈ້າງ​ທີ່​ຕ່ຳ ​ແລະ ຖືກ​ຈັບ​ຄຸມ​ຂັງ​ໃນອັນ​ຕາ​ສອງ​ເທົ່າ​ ​ເມື່ອທຽບ​ກັບພວກ​ແມ່ຍິງ​ຜິວ​ຂາວ. ທ່ານ​ໄດ້​ກ່າວ​ວ່າ ອັດຕາ​ທີ່​ສູງ​ຂອງ​ການ​ຄຸມ​ຂັງ​ ສ່ວນ​ໃຫຍ່ ແມ່ນເປັນ​ຜົນ​ມາ​ຈາກ "ການ​ລ່ວງ​ລະ​ເມີດ​ທາງເພດ ທີ່ຊົ່ວຮ້າຍ​ ​ໄປເຖິງ​ ຂະ​ບວນການ​ ຖືກ​ຂັງຄຸກ" ຊຶ່ງເປັນການ​ກະທຳ​ທີ່​ສະ​ເທືອ​ນ​ໃຈ​ ພວກ​ແມ່ຍິງ ອັນ​ເປັນ​ເຫດເຮັດ​ໃຫ້​ ພວກ​ເຂົາກັບ​ຄືນ​ໄປ​ກໍ່​ອາຊະ​ກຳ​ອີກ.

Your browser doesn’t support HTML5

Obama Black Caucus