ປ. ໂອບາມາ ມອບຫລຽນໄຊ ອິດສະຫຼະພາບ ໃຫ້ແກ່ ຮອງປະທານາທິບໍດີ ໄບເດັນ

ປະທານາທິບໍດີ ບາຣັກ ໂອບາມາ ມອບຫຼຽນໄຊ ອິດສະຫຼະພາບ ໃຫ້ແກ່ ຮອງປະທານາທິບໍດີ ໂຈ ໄບເດັນ ທີ່ທຳນຽບຂາວ. (12 ມັງກອນ 2017)

ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ສ້າງ​ຄວາມ​ແປກ​ໃຈ​ ໃຫ້​ແກ່​ຮອງ​ປະທານາທິບໍດີໂຈ ​ໄບ​ເດັນ ດ້ວຍລາງວັນ​ທີ່​ມີ​ກຽດ​ສູງ​ສຸດທີ່​ປະທາ ນາທິບໍດີ​ສາມາດ​ມອບ​ໃຫ້ພົນລະ​ເຮືອນ​ໄດ້ນັ້ນກໍ​ຄື ​ຫຼຽນ​ໄຊ​ອິດສະຫຼະພາບ​ປະທານາທິ ບໍດີ.

​ໃນ​ພິທີ​ທີ່​ຈັດ​ຂຶ້ນຢູ່​ທຳນຽບຂາວ​ ຊຶ່ງ​ມີ​ພວກ​ນັກ​ຂ່າວ​ເຂົ້າຮ່ວມ ທີ່​ກ່າວ​ກັນ​ວ່າ ​ເປັນ “ພິທີ ​ອຳລາ” ນັ້ນ ປະທານາທິບໍດີ​ໂອ​ບາ​ມາ​ ໄດ້​ປະກາດ​ກ່ຽວ​ກັບ​ການ​ມອບ​ຫຼຽນ​ໄຊ ດັ່ງກ່າວ ຊຶ່ງເປັນ​ທີ່​ຈະ​ແຈ້ງວ່າ ​ໄດ້​ສ້າງ​ຄວາມ​ປະຫຼາດ​ໃຈ ​ໃຫ້​ແກ່​ຮອງ​ປະທານາທິບໍດີ.


ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ກ່າວ​ຊົມ​ເຊີຍ ​ທ່ານ​ໄບ​ເດັນ ອະດີດ​ເພື່ອນ​ຮ່ວມງານ ສະມາ ຊິກ​ສະພາ​ສູງ​ຈາກ​ລັດ​ເດ​ລາ​ແວ ທີ່​ໄດ້​ຮັບໃຊ້​ປະ​ເທດ​ຊາດ​ບ້ານ​ເມືອງ. ທ່ານ​ໄດ້​ກ່າວ​ຍ້ອງ ຍໍ​ທ່ານ​ໄບ​ເດັນ ​ໂດ​ຍ​ເວົ້າວ່າ “ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ເພື່ອນ​ຮ່ວມ​ຊາດ​ຊາວ​ອາເມຣິກັນ​ຂອງ​ທ່ານ ຍ້ອນ​ຄວາມ​ຮັກ​ ໃນ​ປະ​ເທດ​ຊາດ​ບ້ານ​ເມືອງ ​ໃນ​ການ​ຮັບ​ໃຊ້​ຕະຫຼອດຊີວິດທີ່​ຈະຍືນ​ຍົງ​ໄປ​ຊົ່ວ​ຫຼາຍໆ​ເຊັ່ນ​ຄົນ.”

​ໃນ​ການກ່າວ​ຕອບ​ຮັບ ຮອງ​ປະທານາທິບໍດີ​ໄບ​ເດັນ ​ທີ່​ຕາ​ຂອງ​ທ່ານ ​ເຕັມ​ໄປ​ດ້ວຍ​ນ້ຳຕາ
ນັ້ນ ​ໄດ້​ກ່າວ​ຂອບອົກ​ຂອບ​ໃຈ​ຄອບຄົວ​ຂອງ​ທ່ານ​ທີ່​ໃຫ້ການ​ສະໜັບສະໜຸນ​ແລະ​ຍ້ອງຍໍ​ປະທານາທິບໍດີ​ໃນ​ວຽກ​ງານ​ຂອງ​ທ່ານ. ທ່ານ​ໄບ​ເດັນ​ຍົກຍ້ອງ​ປະທານາທິ ບໍດີ​ໂອ​ບາ​ມາ​ໃນ​ຄວາມ​ຊື່ສັດຄວາມ​ສຸພາບແລະ​ທ່ານ​ໄບ​ເດັນ​ເວົ້າວ່າ “​ໃນ​ສິ່ງ​ທີ່ບຸກຄົນ​ອື່ນໆຕ້ອງການ” ​ໂດຍ​ເວົ້າວ່າ ທ່ານ​ບໍ່​ເຄີຍ​ເຫັນປະທານາທິບໍດີ​ຄົນ​ໃດ​ທີ່​ມີ ຄຸນ​ນະ​ສົມບັດ​ແບບ​ນີ້.

ປະທານາທິບໍດີ ບາຣັກ ໂອບາມາ ພວມຫົວຢ່າງມ່ວນຊື່ນ ກັບ ຮອງປະທານາທິບໍດີ ໂຈ ໄບເດັນ

ໃນ​ການ​ໃຫ້​ຄວາມ​ເຫັນ ຂອງ​ທ່ານ​ນັ້ນ ທ່ານ​ໄບ​ເດັນ ​ຍັງ​ກ່າວ​ວ່າ “​ເວລາ​ທ່ານ​ໄດ້​ຖືກກ່າວ ອ້າງ​ອີງ​ເຖິງ​ໃນ​ລັດຖະບານ​ທ່ານ​ໂອ​ບາ​ມານັ້ນທ່ານ​ຈະ​ມີ​ຄວາມ​ພູມ​ໃຈ​ທີ່ “ຂ້າພະ​ເຈົ້າ​ເອງ​ສາມາດ​ກ່າວ​ໄດ້​ວ່າ ຂ້າພະ​ເຈົ້າ​ເປັນ​ສ່ວນ​ນຶ່ງ ​ຂອງ​ການ​ເດີນທາງ​ ຂອງ​ບຸກຄົນທີ່​ມີ​ຄວາມ​ສຳຄັນທີ່​ໄດ້​ເຮັດ​ສິ່ງ​ສຳຄັນ​ຕ່າງໆ ສຳລັບ​ປະ​ເທດ​ນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ