ປະທານາທິບໍດີບາຣັກ ໂອບາມາ ກ່າວວ່າ ທ່ານໄດ້ອະນຸມັດໃຫ້
ເຮືອບິນທະຫານຂອງສະຫະລັດ ທຳການໂຈມຕີ “ແບບມີເປົ້າ
ໝາຍ” ຕໍ່ພວກອິສລາມຫົວຮຸນແຮງຈັດໃນພາກເໜືອຂອງອີຣັກ.
ໃນຄຳຖະແຫຼງໃຫ້ຊາບໃນຄືນວັນພະຫັດວານນີ້ ປະທານາທິບໍດີ
ໂອບາມາ ໄດ້ກ່າວເຊັ່ນກັນວ່າ ພວກເຮືອບິນອະເມຣິກັນ ໄດ້ຖິ້ມ
ສະບຽງເຂົ້າປາອາຫານແລະນ້ຳດື່ມນ້ຳໃຊ້ສຸກເສິນ ໃຫ້ແກ່ຊາວ
ອີຣັກທີ່ຖືກຂົ່ມຂູ່ ໂດຍພວກຫົວຮຸນແຮງຈັດນັ້ນ.
ທ່ານໂອບາມາກ່າວວ່າ “ມື້ນີ້ ຂ້າພະເຈົ້າໄດ້ອະນຸມັດໃຫ້ທຳ
ການປະຕິບັດງານສອງຢ່າງໄດ້ ໃນອີຣັກ ຄື: ການໂຈມຕີທາງອາກາດທີ່ແນໃສ່
ເປົ້າໝາຍສະເພາະ ເພື່ອປົກປ້ອງບັນດາພະນັກງານອະເມຣິກັນຂອງພວກເຮົາ
ແລະຄວາມພະຍາຍາມດ້ານມະນຸດສະທຳ ເພື່ອຊ່ອຍເຫຼືອພວກພົນລະເຮືອນ
ອີຣັກຫຼາຍພັນຄົນ ທີ່ຖືກຕົກຄ້າງຢູ່ເທິງພູແຫ່ງນຶ່ງ ໂດບບໍ່ມີເຂົ້າປາອາຫານແລະ
ນ້ຳກິນ ແລະກຳລັງປະເຊີນໜ້າກັບການເສຍຊີວິດ ເກືອບວ່າແນ່ນອນນັ້ນ.”
ທ່ານໂອບາມາກ່າວວ່າ ສະຫະລັດມີຄວາມຮັບຜິດຊອບທີ່ຈະປ້ອງກັນ “ບໍ່ໃຫ້ມີການ
ກະທຳ ທີ່ມີຄວາມບົ່ມຊ້ອນຈະເປັນການດັບສູນເຊື້ອຊາດເຜົ່າພັນ” ໂດຍພວກຫົວ
ຮຸນແຮງທີ່ຢາກກໍ່ຕັ້ງລັດອິສລາມຂຶ້ນ ທີ່ໄດ້ທຳການບັງຄັບແລະສັງຫານ ພວກຊົນເຜົ່າ
ນ້ອຍແລະພວກຖືສາສະໜາສ່ວນນ້ອຍ ຈຳນວນຫຼວງຫຼາຍ ໃນຂະນະທີ່ພວກເຂົາ
ເຂົ້າຍຶດເອົາຫຼາຍເຂດໃນພາກເໜືອແລະພາກຕາເວັນຕົກຂອງອີຣັກນັ້ນ.
ທ່ານປະທານາທິບໍດີກ່າວອີກວ່າ ທ່ານໄດ້ອະນຸມັດໃຫ້ມີ “ການນຳໃຊ້ແບບຈຳກັດ”
ແສນຍານຸພາບທາງອາກາດຂອງອະເມຣິກາ ກໍເພື່ອປົກປ້ອງພວກພະນັກງານອະເມຣິ
ກັນ ຖ້າຫາກພວກຫົວຮຸນແຮງເຄື່ອນເຂົ້າໄປ ສູ່ເມືອງຫຼວງ Irbil ຂອງຊາວເຄີດ.
ເຖິງແມ່ນທ່ານໂອບາມາໄດ້ກ່າວເນັ້ນວ່າ ຈະບໍ່ມີການສົ່ງທະຫານທາງພາກພື້ນດິນຂອງສະຫະລັດໄປກໍຕາມ ແຕ່ການເຄື່ອນໄຫວເຫຼົ່ານີ້ ກໍຍັງເປັນການໃຊ້ກຳລັງທະຫານອະເມ
ຣິກັນຢ່າງຫຼວງຫຼາຍທີ່ສຸດໃນອີຣັກ ນັບແຕ່ທະຫານສະຫະລັດ ໄດ້ຖອນອອກມາ ໃນປີ 2011 ລຸນຫຼັງສົງຄາມທີ່ດຳເນີນມາໄດ້ເກືອບນຶ່ງທົດສະວັດນັ້ນ.
Your browser doesn’t support HTML5