ທ່ານ ໂອບາມາ ອະນຸມັດ ການລົງໂທດ ຕໍ່ການສົ່ງອອກ ນໍ້າມັນອີ່ຣານ

ຮູບບັນທຶກ ໃນເດືອນມີນາ ທີ່ 26, 2012. ປະທານາທິບໍດີ ບາຣັກ ໂອບາມາ ກ່າວທີ່ກູງໂຊລ ເກົາຫລີໃຕ້ ວ່າ ທ່ານຈະຄືບໜ້າໃນການ ລົງໂທດແກ່ ອີ່ຣານ ບໍ່ໃຫ້ສົ່ງນໍ້າມັນເຂົ້າ ຫລັງຈາກໄດ້ພິຈາລະນາວ່າ ມີນໍ້າມັນດິບຢູ່ ຢ່າງພ່ຽງພໍແກ່ຕະຫລາດໂລກ.

ປະທານາທິບໍດີສະຫະລັດທ່ານ​ ບາຣັກ ​ໂອ​ບາ​ມາ ​ກໍາລັງ​ດໍາ​ເນີນ​ການ​ຕໍ່​ໄປ​ ກ່ຽວ​ກັບ​ການລົງ​ໂທດຕໍ່​ການ​ສົ່ງອອກນໍ້າມັນທີ່​ສໍາຄັນຂອງ​ອີຣ່ານ ໂດຍ​ຕັດ​ສີນ​ໃຈ​ວ່າມີ​ນໍ້າມັນ​ດິບ​ພຽງພໍ​ຢູ່ໃນ​ຕະຫລາດ​ໂລກ ​ເພາະສະ​ນັ້ນ ພັນ​ທະ​ມິດ​ຂອງສະຫະລັດ​ ຈະ​ບໍ່​ໄດ້​ຮັບ​ຜົນ​ກະທົບ ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ຫຼຸດການຊື້​ນໍ້າມັນ​ຈາກອີຣ່ານ.

ການ​ຕັດສິນ​ໃຈ​ຂອງທ່ານ​ໂອ​ບາ​ມາ ​ໃນ​ວັນ​ສຸກ​ວານນີ້​ ຈະອຳນວຍ​ໃຫ້ສະຫະລັດ ​ເລີ້ມ​ລົງມື​
ໃນທ້າຍ​ເດືອນມິ​ຖຸ​ນາ ທໍາ​ການ​ລົງ​ໂທດ​ຕໍ່​ບັນດາ​ທະນາຄານ​ຕ່າງປະ​ເທດ ທີ່​ມີ​ການໂອນ​ເງິນ​
ທີ່ກ່ຽວ​ຂ້ອງ​ກັບ​ການ​ຊື້ນໍ້າມັນກັບ​ທະນາຄານກາງຂອງ​ອີຣ່ານ. ການ​ເອົາ​ມາດ​ຕະການ​ຂອງ
ສະຫະລັດ ໃນ​ການ​ປະສານ​ງານກັບ​ແຜນ​ການຂອງ​ຢູ​ໂຣບທີ່ຫ້າມຊື້​ນໍ້າມັນ​ຈາກອີຣ່ານ ​ແມ່ນ
ແນ​ໃສ່​ກົດ​ດັນ​ໃຫ້ອີຣ່ານ​ເລີ້​ກລົ້ມໂຄງການສ້າງ​ອາວຸດ​ນີວ​ເຄລຍ ທີ່​ເປັນ​ບັນຫາ​ໂຕ້ແຍ້​ງ ​ຊຶ່ງເຕ​
ຫະຣານຢືນ​ຢັດວ່າ ກິດຈະການນີວເຄລຍຂອງ​ຕົນ ​ແມ່ນ​ມີ​ຈຸດປະສົງ​ໃນ​ດ້ານພົນລະ​ເຮື​ອນ
​ເທົ່ານັ້ນ.

ຕາມ​ກົດໝາຍ​ຂອງສະຫະລັດ​ແລ້ວ ທ່ານ​ໂອ​ບາ​ມາຕ້ອງ​ໄດ້​ຕັດ​ສີນໃຈ​ພາຍໃນ​ວັນ​ສຸກວານ​ນີ້ ​
ກ່ຽວ​ກັບ​ວ່າໂລກ​ມີນໍ້າມັນພຽງ​ແລະ​ລາ​ຄາ​ນໍ້າມັນ​ເປັນ​ທີ່​ຮັບ​ເອົາ​ໄດ້ຫຼືບໍ່ ​ເພື່ອ​ໃຫ້​ບັນດາ​ລູກ​ຄ້າ​
ຂອງອີຣ່ານ ສາມາດ​ຕັດ​ການ​ນຳ​ເຂົ້າ​ນໍ້າ​ມັນລົງ​ໃນ​ປະລິມານ​ທີ່​ສຳຄັນ​ໄດ້. ອີຣ່ານ​ເປັນ​ປະ​ເທດ​
​ໃຫຍ່ທີ່​ສາມ​ຂອງໂລກ ທີ່​ສົ່ງ​ນໍ້າມັນ​ອອກ​ຂາຍ ຊຶ່ງມີ​ຈໍາ​ນວນຫຼາຍກວ່າ​ 2 ລ້ານ​ 5 ​ແສນຖັງ​ໃນແຕ່​ລະ​ມື້. ຮ່ວມ​ຢູ່​ໃນບັນດາ​ຜູ້​ຊື້​ນໍ້າມັນຈາກອີ ຣ່ານນັ້ນ​ກໍມີ ຈີນ ​ເກົາ​ຫລິ​ໃຕ້ ອີນ​ເດຍ ຝຣັ່ງ ອັງກິດ ສະ​ເປ​ນ ກຣິສ ​ແລະ ອີ​ຕາ​ລີ. ​ຢູ່​ໃນ​ຄໍາ​ຖະ​ແຫລງການ​ ປະທານາທິບໍດີສະຫະລັດ​ເວົ້າ ​ວ່າ ມີ ​“ສະບຽງ​ນໍ້າມັນ​ຢູ່​ຢ່າງພຽງພໍ” ໃນ​ຕະຫລາດ​ໂລກ.

ແຕ່​ວ່າ​ລາຄາ​ນໍ້າມັນ​ດິບ​ ໄດ້​ສູງຂື້ນໃນ​ໄລຍະ​ສອງ​ສາມເດືອນ​ຜ່ານ​ມາ​ນີ້ ທີ່​ພາ​ໃຫ້​ລາຄາ​ນໍ້າມັນແພງ​ທີ່​ສຸດ ​ຢູ່​ໃນ​ສະຫະ​ລັດ ໃນໄລຍະ​ດຽວ​ກັນນີ້ ຂອງ​ປີ​. ປັດຈຸບັນ​ລາຄານໍ້າມັນ​ແມ່ນ 1 ​ໂດ​ລາ​ຕໍ່​ລິດຢູ່​ໃນ​ບາງ​ທ້ອງ​ຖິ່ນ ​ເຖິງ​ແມ່ນ​ວ່າ​ລາຄາ​ຍັງ​ຕໍ່າ​ກວ່າ​ຫລາຍ​ໆ​ແຫ່ງ​ໃນ​ໂລກກໍ​ດີ ​ແຕ່​ມັນ​ໄດ້​ກາຍ​ມາ​ເປັນ​ບັນຫາ​ການ​ເມືອງ​ໃຫ້​ແກ່ທ່ານ ​ໂອ​ບາ​ມາ ທີ່​ກໍາລັງສະມັກ ແຂ່ງຂັນເລືອກ​ຕັ້ງ​ເອົາ​ຕຳ​ແໜ່​ງຕື່ມ​ອີກ​ສ​ະ​ໄໝ​ນຶ່ງນັ້ນ.