ປ. ໂອບາມາ ກ່າວວ່າ ຊາວອາເມຣິກັນ ບໍ່ຄວນ ຄາດຫວັງ ໃຫ້ຕຳຫຼວດ ແກ້ໄຂ ບັນຫາສັງຄົມ

ປ. ໂອບາມາ ພົບປະກັບພວກແຂກ ທີ່ໄປຮ່ວມຮັບຟັງ ກອງປະຊຸມຕອບຄຳຖາມ ທີ່ນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ປະ​ເທດ​ຊາດ​ ມີ​ຄວາມ​ຄາດ​ຫວັງ​ຫຼາຍ​ເກີນ​ໄປ​ຈາກ​ຕຳຫຼວດຮວມທັງ​ການ​ແກ້​ໄຂ​ບັນຫາ​ຕ່າງໆ​ຂອງ​ສັງຄົມ. ທ່ານ​ໃຫ້​ຄວາມ​ເຫັນ​ດັ່ງກ່າວໃນ​ແລງ​ວັນ​ພະຫັດ​ວານ​ນີ້ທີ່​ກອງປະຊຸມ​ຕອບ​ຄຳ​ຖາມ​ຢູ່​ໂຮງ​ລະຄອນ​ໃນນະຄອນຫຼວງວໍ​ຊິງ​ຕັນ ເພື່ອ​ສົນທະນາ​ຫາລື​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ເຊື້ອຊາດ​ຜິວ​ພັນ​ແລະ​ຄວາມ​ຮຸນ​ແຮງ​ຂອງ​ຕຳຫຼວດ​ເມື່ອ​ໄວ​ໆ​ມານີ້ ຊຶ່ງໄດ້​ກາຍ​ມາ​ເປັນ​ຂີດ​ໝາຍ​ໃນ​ການ​ກຳນົດ​ຂອບ​ເຂດ ຂອງ​ການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ.

ການ​ພົບ​ປະ ຊຶ່ງ​ໄດ້​ມີ​ການ​ອອກ​ອາກາດ​ທາງ​ໂທລະພາບ​ແຫ່ງ​ຊາດແມ່ນ​ສະ​ແດງ​ໃຫ້​ເຫັນ​ກ່ຽວ​ກັບ​ການ​ມາ​ປາກົດ​ໂຕ​ ຂອງຜູ້​ຄົນຫຼາຍໆ​ໂສມໜ້າ ທີ່​ໄດ້​ຮັບ​ຜົນກະທົບ​ຈາກ​ການ​ປະ​ເຊີນ​ໜ້າ​ກັບ​ຕຳຫຼວດ ຢູ່​ທີ່​ລັດ​ Texas, Minnesota, Louisiana ​ແລະ Missouri.

ເຈົ້າໜ້າທີ່ຕຳຫຼວດ ພວມຄຳນັບສົບ ສິບໂທ Lorne Ahrens ກ່ອນພິທີສົ່ງສະການ ຢູ່ໂບດ ສາສະໜາ ບັບຕິສ Prestonwood ໃນເມືອງ Plano ລົດ Texas ເມື່ອວັນທີ 13 ກໍລະກົດ 2016

ບ່ອນ​ປະຊຸມ​ກັນ​ໃນເທື່ອ​ນີ້ ​ແມ່ນ​ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ ຍ້ອນ​ມີ​ຂຶ້ນ ທີ່​ໂຮງ​ລະຄອນ ຢູ່​ຖະໜົນ 14 ​ໃນ​ນະຄອນຫຼວງວໍ​ຊິງ​ຕັນຊຶ່ງ​ເປັນ​ຈຸດ​ສູນ​ກາງ​ໃນການເກີດ​ຈະລາ​ຈົນ​ດ້ານ​ຜິວ​ພັນ​ເມື່ອ​ປີ 1968 ອັນ​ເປັນການສະ​ແດງ​ອອກ​ເຖິງ​ປະຕິກິລິຍາທີ່​ຮ້ອນ​ແຮງ ​ຫລັງ​ຈາກ​ການ​ລອບ​ສັງຫານ​ຜູ້ນຳ​ສິດທິ​ພົນລະ​ເມືອງ​ຊາວ​ຜິວ​ດຳທ່ານ Martin Luther King, Jr.

ຮອງ​ຜູ້​ປົກຄອງ​ລັດ Texas ທ່ານ Dan Patrick ທີ່​ໄດ້​ຖືກ​ຕຳ​ໜິ​ຍ້ອນ​ການ​ໃຫ້​ຄວາມເຫັນ ໃນ​ທຳນອງ​ຕິຕຽນ​ ຫລັງ​ຈາກ​ໄດ້​ມີ​ການ​ປະ​ທ້ວງ ​ຢູ່​ນະຄອນ Dallas ທີ່​ເຮັດ​ໃຫ້​ຕຳຫຼວດ 5 ຄົນ​ຖືກ​ຍິງ​ຕາຍ ​ໂດຍ​ມື​ປືນ​ນັ້ນ ​ໄດ້​ລຸກຂຶ້ນກ່າວ ​ແລະ​ທ້າ​ທາຍໃຫ້​ ປະທານາທິບໍດີ ສະໜັບ ສະໜູນ​ຕຳຫຼວດ​ເຂັ້ມ​ແຂງ​ກວ່າ​ນີ້ ຫຼັງຈາກ​ທີ່​ໄດ້​ເກີດຄວາມ​ຮຸນ​ແຮງແລະ​ໃຫ້​ປະນາມ​ພວກ ​ທີ່​ຮຽກຮ້ອງ​ໃຫ້​ທຳ​ການ​ໂຈມ​ຕີ​ຕຳຫລວດ. ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ຕອບ​ໂຕ້​ຄືນ​ວ່າ​ທ່ານ​ໄດ້​ປະນາມສະ​ເໝີ​ມາ​ ຕໍ່​ການ​ກ່າວ​ໂຈມຕີ​ຕຳຫຼວດແລະ​ໄດ້​ສະ​ເໜີ​ທີ່​ຈະ​ສົ່ງ​ສຳ​ເນົາ​ກ່ຽວ​ກັບ​ຄຳ​ປາ​ໄສ​ຂອງ​ທ່ານໃນ​ແຕ່ລະ​ເທື່ອ ທີ່​ໄດ້​ມີ​ການ​ຍິງ​ສັງຫານ​ເກີດ​ຂຶ້ນ ໄປ​ໃຫ້​ທ່ານ Patrick.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ