ອັຟການີສຖານ ພໍໃຈ ນຳສັນຍາ ການເປັນພາຄີ ກັບ ສະຫະລັດ (ວີດີໂອ)

  • ທອງປານ ເທບວົງສາ

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ກັບທ່ານ ຮາມິດ ກາຊາຍ ປະທານາທິບໍດີອັຟການີສ ຖານ ຫລັງຈາກເຊັນລົງນາມການເປັນພາຄີໄລຍະຍາວກັນ.

ສັນຍາ​ການ​ເປັນ​ພາຄີ​ກັນ​ໄລຍະ​ຍາວ​ສະບັບ​ໃໝ່​ທີ່​ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອບ​າມາ ​ແລະ​ທ່ານ​ຮາ​ມິດ​ ກາ​ຊາຍ ປະທານາທິບໍດີ​ອັຟກາ ນີສຖານ ​ໄດ້​ເຊັນ​ລົງ​ນາມ​ກັນ​ໃນ​ອາທິດ​ນີ້ ທີ່ອັຟກາ​ນີສຖານນັ້ນ ກໍາລັງ​ໄດ້​ຮັບ​ການ​ຕ້ອນຮັບໃນທາງ​ບວກ​ໂດຍ​ລວມຈາກ​ບັນດາ​ເຈົ້າໜ້າ​ທີ່​ໃນ​ນະຄອນຫຼວງກາ​ບູລ. ​ແລະ​ໃນ​ບໍ່​ຊ້າ​ນີ້ ບັນດາ​ສະມາຊິກ​ສະພາ​ສູງ​ອັຟກາ​ນີສຖານ ກໍ​ຄາດ​ວ່າ​ຈະ​ອະນຸມັດ​ແຜນການ​ດັ່ງກ່າວ.

ສະມາຊິກ​ບາງ​ຄົນ​ໃນ​ລັດຖະບານອັຟກາ​ນີສຖານ ​ແມ່ນ​ຊົມ​ເຊີຍ​ສັນຍາ​ດັ່ງ ກ່າວ​ເພາະວ່າ ພວກ​ເຂົາ​ເຈົ້າກ່າວ​ວ່າ ມັນສະ​ແດງ​ໃຫ້​ເຫັນ​ວ່າສະຫະລັດ ຈະ​ບໍ່​ທອດ​ຖິ້ມ​ອັຟກາ​ນີສຖານ.

​ສຳ​ຫຼັບ​ປະທານາທິບໍດີ​ໂອ​ບາ​ມາແລ້ວ ສັນຍາ​ດັ່ງກ່າວນີ້​ແມ່ນຍັງ​ເປັນ​ການ​ດີ​ສໍາລັບ​ຊາວ​ອາ​ເມ​ຣິກັນນຳ​ດ້ວຍ. ໃນ​ການ​ກ່າວ​ຄໍາ​ປາໄສ​ທາງ​ໂທ​ລະ​ພາບຕໍ່​ປະຊາຊົນອາ​ເມຣິກັນ​ຈາກ​ຖານ​ທັບ​ອາກາດ Baghram ທີ່​ອັຟກາ​ນີສຖານ ນັ້ນ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ

http://www.voanews.com/templates/widgetDisplay.html?id=149933115&player=article

“​ເພື່ອນ​ຮ່ວມ​ຊາດ​ອາ​ເມຣິກັນ​ທັງຫຼາຍ ພວກ​ເຮົາ​ໄດ້​ເດີນທາງ​ຜ່ານຜ່າ​ສົງຄາມທີ່​ມືດ​ມົນ​ມາ​ໄດ້
​ຫຼາຍກວ່າ​ສິບ​ປີ ​ແຕ່​ຢູ່​ທີ່​ນີ້ ​ໃນ​ຄວາມ​ມືດ​ມົວ​ກ່ອນ​ຕາ​ເວັນຂື້ນ​ຂອງ​ອັຟກາ​ນີສຖານ ພວກ​ເຮົາ​
ສາມາດ​ມອງ​ເຫັນ​ແສງ​ສະ​ວ່າງຂອງ​ວັນ​ໃໝ່​ໃນ​ຂອບ​ຟ້າແລ້ວ.

ທ່ານ Said Tayeb Jawad ອະດີດເອກ​ອັກຄະ​ລັດຖະທູດ​ອັຟການີສ ຖານປະ​ຈໍາ​ສະຫະລັດ ກ່າວ​ວ່າ ​ແຜນການ​ດັ່ງກ່າວ​ແມ່ນເປັນ​ສັນຍານ​ໃຫ້ ​ເຫັນເຖິງ​ຄວາມມຸ້ງ​ໝັ້ນຂອງ​ສະຫະລັດ​ເພື່ອ​ຈະ​ມີ​ການ​ພົວ​ພັນ​ຕໍ່​ໄປ​ຢູ່​ໃນ​ປະ​ເທດຂອງ​ທ່ານ​ແລະ​ໃຫ້ການ​ຄໍ້າປະກັນຕໍ່​ພວກ​ປະ​ເທດ​ເພື່ອ​ນບ້ານທັງຫຼາຍ ຂອງ​ອັຟກາ​ນີສຖານ​ນັ້ນ​ວ່າ ສັນຍາ​ດັ່ງກ່າວ​ບໍ່​ແມ່ນ​ໄພ​ຂົ່ມຂູ່​ແຕ່​ປະການ​ໃດ.