ປ. ໂອບາມາ ເຂົ້າຮ່ວມ ກອງປະຊຸມສຸດຍອດທຸລະກິດ ທີ່ໂຄລົມເບຍ

ປະທານາທິບໍດີໂຄລົມເບຍ ທ່ານ Juan Manuel Santos (ຊ້າຍ) ຈັບມືກັບປະທານາທິບໍດີສະຫະລັດ ທ່ານ Barack Obama ໃນຂະນະທີ່ໄປເຖິງທຳນຽບ San Felipe Castle ເພື່ອຮັບປະທານອາຫານຮ່ວມກັນກ່ອນ ກອງປະຊຸມສຸດຍອດ ຂອງບັນດາປະເທດໃນປະວີບອາເມຣິກາ ທີ່ເມືອງ Cartagena, ວັນທີ 13, ເດືອນເມສາ 2012

ປະທານ​າທິບໍດີສະຫ​ະລັດອາ​ເມ​ຣິ​ກາ ທ່ານບາຣັກ ​ໂອ​ບາ​ມາ ກ່າວ​ວ່​າ ສະຫະລັດ ​
“ເປັນຜູ້​ລົງ​ທືນ​ຕ່າງປະ​ເທດ​ລາຍໃຫ່ຍທີ່​ສຸດ” ​ໃນ​ລາ​ຕິ​ນອາ​ເມ​ຣິ​ກາ ​ແລະ “​ເປັນ​ລູກ​
ຄ້າລາຍ​ໃຫ່ຍທີ່​ສຸດ​ຂອງ​ຜະລິດ​ຕະພັນ​ສໍາ​ເລັດ ​ຮູ​ບຕ່າງໆ” ທີ່​ມາຈາກປະ​ເທດ​ຕ່າງໆ ​
ໃນ​ຊີກ​ໂລກຕາ​ເວັນ​ຕົກ​.

ທ່ານ​ໂອ​ບາ​ມາ ມີແຜນ​ການທີ່​ຈະ​ກ່າວຄຳ​ປາ​ໄສ​ ຕໍ່​ພວກ​ຜູ້ນຳ​ທຸລະ​ກິດ​ຢູ່​ໃນຂົງ​ເຂດ ​
ໃນ​ກອງ​ປະ​ຊຸ​ມສຸດ​ຍອດຄະນະ​ບໍລິຫານ​ ໃນ​ວັນ​ເສົາມື້ນີ້ ​ທີ່​ເມືອງ Cartagena
ປະ​ເທດ Colombia ຊຶ່ງ​ຈະ​ມີ​ຂຶ້ນບໍ່ເທົ່າ​ໃດ​ຊົ່ວໂມ​ງ ກ່ອນກອງ​ປະ​ຊຸມສຸດ​ຍອດຂອງ
ບັນດາ​ປະ​ເທດ​ໃນ​ທະ​ວິບອາ​ເມ​ຣິ​ກາ​ໄຂ​ຂຶ້ນ.

ປະທານາທິບໍ​ດີ ​ໂຄລົ​ມ​ເບຍ ທ່ານ Juan Manuel Santos ​ແລະ ປະທານາທິບໍດີ
ບຣາຊິ​ລ ທ່ານ​ນາງ Dilma Rousseff ຕ່າງ​ກໍ​ໄດ້​ເຂົ້າ ຮ່ວມກອງ​ປະ​ຊຸມສຸດ​ຍອດ​
ທາງ​ດ້ານ​ທຸລະ​ກິດ​ໃນ​ຄັ້ງນິ້.

ທ່ານ​ໂອບາ​ມາ ກ່າວ​ວ່າ ທ່ານ​ໄດ້ໝາຍ​ໝັ້ນ​ຕັ້ງໃຈຢ່າງ​ແນວ​ແນ່ແລ້ວວ່າ ສະຫະລັດ
ຈະ “ເປັນ​ພາຄີ​ດ້ານ​ເສດຖະກິດ​ທີ່ໜັກ​ແໜ້ນ​ກວ່າ​ເກົ່າ​ອີກ" ຢູ່​ໃນ​ຂົງ​ເຂດ. ທ່ານ​ກ່າວ​
ວ່າ ມີ​ການຄາດ​ຄະ​ເນ​ວ່າການ​ຄ້າ​ຢູ່ໃນທົ່ວຊີກ ​ໂລກ​ຕາ​ເວັນ​ຕົກ​ແມ່ນ​ມີແຕ່​ພຽງ​ເຄິ່ງນຶ່ງ
ທີ່​ມັນຄວນ​ຈະ​ເປັນ​ໄປໄດ້ທໍ່​ນັ້ນ.

ປະທານາທິບໍດີສະຫະລັດມີ​ແຜນ​ທີ່​ຈະ​ເວົ້າ​ເຖິງ ການປະກາດຂອງ​ທ່ານ ​ໃນ​ວັນ​ສຸກ
ວານ​ນີ້ ກ່ຽວ​ກັບ​ການ​ສ້າງຕັ້ງຕາໜ່າງທຸລະ​ກິດ​ຂະໜາດ​ນ້ອຍ ​ເພື່ອ​ຊ່ວຍ​ໃຫ້ບໍລິສັດ​
ຕ່າງໆ ​ໄດ້ສົ່ງ​ສີນ​ຄ້າ​ອອກ​ສູ່​ບັນດາຕະຫລາດ​ໃໝ່ ​ແລະຂໍ້​ລະ​ເລີ້ມ​ເພື່ອ​ຊ່ວຍພວກນັກ
ທຸລະ​ກິດ​ຜູ້ຍິງ.

ນອກ​ນັ້ນ ທ່ານໂອ​ບາ​ມາຍັງ​ມີແຜນ​ທີ່​ຈະ​ສົນທະນາ ຊຶ່ງ​ທ່ານ​ຮ້ອງ​ວ່າ " ​ເປົ້າ​ໝາຍ​ທີ່​ມີ
ຄວາມ​ກະຕືລື​ລົ້ນ​ໃໝ່” ທີ່ທົ່ວໂລກຈະ​ມີໄດ້​ໃຊ້ໄຟຟ້າໃນ​ປີ 2022. ທ່ານ​ກ່າວ​ວ່າ​ ການ
ບັນລຸ​ເປົ້າໝາຍ​ດັ່ງກ່າວ​ນີ້ຈະ​ເຮັດ​ໃຫ້​ຊີວິດ ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແລະ​ທຸລະ​ກິດ​
ໃນ​ທົ່ວ​ຂົງ​ເຂດ “ມີ​ຄວາມແຕກ​ຕ່າງ​ຢ່າງ​ບໍ່​ໜ້າ​ເຊື່ອ”