ປ.ໂອບາມາ ຮຽກຮ້ອງໃຫ້ ເສີມຄວາມເຂັ້ມແຂງ ແກ່ຊົນຊັ້ນກາງ (ວີດີໂອ)

ປະທານາທິບໍດີ ສຫລ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໃຊ້ຄຳປາໄສ ປະຈຳສັບປະດາຂອງທ່ານ ເພື່ອຊຸກຍູ້ໃຫ້ມີການຕໍ່ລອງທີ່ດີຂຶ້ນ
ສຳລັບພວກຊົນຊັ້ນກາງ.

ໃນວັນເສົາມື້ນີ້ ທ່ານໂອບາມາຮຽກຮ້ອງໃຫ້ຊາວອາເມຣິກັນແນ່
ໃຈວ່າ ທຸກໆຄົນທີ່ໄດ້ເຮັດວຽກຢ່າງເອົາຈິງເອົາຈັງ ມີໂອກາດທີ່
ຈະປະສົບກັບຄວາມກ້າວໜ້າ ໃນເສດຖະກິດຂອງສັດຕະວັດທີ 21.

ທ່ານໂອບາມາກ່າວວ່າ ໄດ້ມີການສ້າງວຽກເຮັດງານທຳຂຶ້ນໃໝ່ຫຼາຍກວ່າ 7 ລ້ານໜ້າວຽກ ໃນໄລຍະ 40 ເດືອນທີ່ຜ່ານມານີ້. ທ່ານເວົ້າວ່າ ການຂາດດຸນງົບປະມານພວມຫຼຸດລົງແລະ ຄ່າປິ່ນປົວພະຍາບານທີ່ເພີ້ມຂຶ້ນກໍພວມຊ້າລົງ. ນອກນັ້ນແລ້ວ ທ່ານຍັງຊີ້ໃຫ້ເຫັນ ໃນສິ່ງທີ່ ທ່ານເອີ້ນວ່າ ການປັບປຸງໃຫ້ດີຂຶ້ນເມື່ອໄວໆມານີ້ ຂອງອຸດສາຫະກຳລົດໂອໂຕສະຫະລັດ ແລະຕະຫຼາດຊື້ຂາຍເຮືອນ.

ປະທານາທິບໍດີໂອບາມາເວົ້າວ່າ ໃນໄລຍະຫຼາຍໆອາທິດຂ້າງໜ້ານີ້ທ່ານຈະເປີດເຜີຍໃຫ້ ຊາບກ່ຽວກັບຄວາມຄິດຂອງທ່ານ ຢູ່ຕາມຫົວເມືອງນ້ອຍໃຫຍ່ໃນທົ່ວປະເທດ.

ນອກນັ້ນ ທ່ານຍັງໄດ້ປະຕິເສດຕໍ່ຂໍ້ສະເໜີທີ່ຈະຍົກເລີກໂຄງການຮັກສາສຸຂະພາບ Oba-
macare ນັ້ນ ບໍ່ຍອມຢຸດເຊົາການຈ່າຍໜີ້ສິນຕ່າງໆຂອງປະເທດ ແລະອັດການປະຕິບັດ ງານຂອງລັດຖະບານ ຊຶ່ງໝາຍເຖິງການໃຫ້ຄຳໝັ້ນສັນຍາຂອງພັກຣີພັບບລີກັນທີ່ຈະເອົາ ທ່າທີຄັດຄ້ານຕໍ່ຕ້ານການເພີ້ມເພດານໜີ້ສິນຂອງປະເທດນັ້ນ.

ໃນຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ຜູ້ນຳສຽງສ່ວນຫຼາຍຢູ່ໃນສະພາ
ຕໍ່າ ທ່ານ Eric Cantor ໄດ້ກ່າວຕອບປະທານາທິບໍດີ ໂດຍເວົ້າວ່າ ພັກຣີພັບບລີກັນ ຈະ ແກ້ໄຂບັນຫາຂອງປະເທດ ໂດຍທັບມ້າງປາບປາມການສໍ້ໂກງລັດຖະບານ ການໃຊ້ຈ່າຍ ແບບບໍ່ມີປະໂຫຍດ ການໃຊ້ໄປໃນທາງຜິດ ແລະການກ້າວກ່າຍລ່ວງລໍ້າ.

ທ່ານກ່າວຕື່ມວ່າ ຮ່າງກົດໝາຍທີ່ນຳສະເໜີໃໝ່ ຈະບັງຄັບໃຫ້ລັດຖະສະພາສະຫະລັດໃຫ້ ການອະນຸມັດຕໍ່ລະບຽບການໃດໆກໍຕາມທີ່ນຳສະເໜີໂດຍເຈົ້າໜ້າທີ່ໆບໍ່ໄດ້ຮັບການເລືອກ
ຕັ້ງ ແລະບໍ່ໃຫ້ອົງການເກັບພາສີລາຍ ຫຼື IRS ໄດ້ມີສ່ວນກ່ຽວຂ້ອງໃດໆກັບເລື່ອງການຮັກ
ສາສຸຂະພາບ.

http://www.youtube.com/embed/uRxHq9nLNto?feature=player_embedded