ປ. ໂອບາມາ ຮຽກຮ້ອງ ໃຫ້ສ້າງຕັ້ງ ອົງການຄຸ້ມຄອງ ພະລັງງານ (ວີດີໂອ)

ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສຕໍ່ແຂກຜູ້ມີກຽດ ໃນລະຫວ່າງໄປຢ້ຽມຢາມ ຫ້ອງແລັບ Argonne National Laboratory ທີ່ລັດອິລລີນອຍ (15 ມີນາ 2013)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຊ່ອງ
ທາງດຽວເທົ່ານັ້ນທີ່ຈະທັບມ້າງວົງຈອນຂອງລາຄານໍ້າມັນທີ່ແພງ
ຂຶ້ນກໍຄືຫັນປ່ຽນໃຫ້ລົດແລະລົດບັນທຸກຢຸດເຊົາໃຊ້ນໍ້າມັນ.

ທ່ານໂອບາມາເວົ້າວ່າ ນັ້ນຄືເຫດຜົນທີ່ວ່າເປັນຫຍັງທ່ານຈຶ່ງໄດ້ ຮ້ອງຂໍໃຫ້ລັດຖະສະພາໃນຄຳປາໄສຕໍ່ປະເທດຊາດ ສ້າງຕັ້ງອົງ ການຄຸ້ມຄອງຄວາມໝັ້ນຄົງພະລັງງານເພື່ອຊອກຫາເທັກໂນໂລ
ຈີໃໝ່ ສຳລັບລົດທີ່ບໍ່ກິນນໍ້າມັນ.

ປະທານາທິບໍດີ ໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ
ຂອງທ່ານໃນວັນເສົາມື້ນີ້ວ່າ ລາຍຮັບທີ່ໄດ້ມາຈາກນໍ້າມັນແລະ
ແກັສ ໃນດິນຂອງລັດຖະບານ ສາມາດໃຊ້ເປັນທຶນສະໜັບສະ
ໜຸນການຄົ້ນຄວ້າທີ່ວ່ານີ້ ໂດຍຈະບໍ່ເພີ້ມ ໃສ່ການຂາດດຸນງົບ
ປະມານແມ່ນແຕ່ເຊັນດຽວ.

http://www.youtube.com/embed/mJZY3oqQnMI?feature=player_embedded

ທ່ານໂອບາມາໄດ້ອັດຄຳປາໄສປະຈຳສັບປະດາຂອງທ່ານທີ່ຫ້ອງແລັບ Argone National Laboratory ໃກ້ໆກັບນະຄອນຊີຄາໂກ ຊຶ່ງເປັນບ່ອນທຳການຄົ້ນ ຄວ້າກ່ຽວກັບວິທີການ ໃໝ່ ໃນເລື່ອງເທັກໂນໂລຈີໝໍ້ໄຟລົດທີ່ທັນສະໄໝຊຶ່ງຈະຫລຸດຜ່ອນຄວາມຕ້ອງການໃນການ ນໍາໃຊ້ນໍ້າມັນແລະແກັສລົງສຳລັບລົດຊະນິດຕ່າງໆ

ໃນຄຳປາໄສຕອບປະຈຳສັບປະດາຂອງພັກຣີພັບບລີກັນນັ້ນປະທານກຳມະການງົບປະມານ ຂອງສະພາຕໍ່າສະຫະລັດທ່ານ Paul Ryan ທີ່ສະມັກເປັນຮອງປະທານາທິບໍດີໃນປີກາຍນີ້ ກ່າວວ່າ ພັກຣີພັບບລີກັນມີແຜນການທີ່ຈະສ້າງຄວາມສົມດຸນໃຫ້ແກ່ງົບປະມານຂອງລັດຖະ ບານກາງໄດ້ພາຍໃນໄລຍະເວລາ 10 ປີ ໂດຍຈະຕັດການໃຊ້ຈ່າຍຕ່າງໆລົງແລະບໍ່ຂຶ້ນພາສີ ປະຊາຊົນ.