ປ. ໂອບາມາ ຮຽກຮ້ອງ ໃຫ້ຍຸຕິ ການຕັດ ການໃຊ້ຈ່າຍ ແບບອັດຕະໂນມັດ (ວີດີໂອ)

ປະທານາທິບໍດີບາຣັກ ໂອບາມາ ຖະແຫຼງກ່ຽວກັບ ການຕັດງົບປະມານ ແບບອັດຕະໂນມັດ ທີ່ກຸງວໍຊິງຕັນ (19 ກຸມພາ 2013)

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໄດ້ຮຽກຮ້ອງໃຫ້
ລັດຖະສະພາ ຍຸຕິການຕັດການໃຊ້ຈ່າຍ ແບບອັດຕະໂຕມັດກ່ຽວ
ກັບໂຄງການພາຍໃນປະເທດ ແລະດ້ານປ້ອງກັນປະເທດ ໃນມູນ
ຄ່າ 1 ພັນ 200 ຕື້ໂດລາ. ມີກຳນົດວ່າ ການຕັດການໃຊ້ຈ່າຍຢ່າງ
ອັດຕະໂນມັດ ຊຶ່ງຮູ້ກັນເປັນພາສາອັງກິດວ່າ sequester ນັ້ນຈະ
ເລີ້ມມີຜົນບັງຄັບໃຊ້ໃນວັນທີ 1 ມີນານີ້.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ຜູ້ນຳຂອງ ສະຫະລັດກ່າວວ່າການຕັດການໃຊ້ຈ່າຍທີ່ວ່ານີ້ແມ່ນຂົ່ມຂູ່ຕໍ່ວຽກ ເຮັດງານທຳຫຼາຍພັນໜ້າວຽກແລະຕໍ່ຄວາມໝັ້ນຄົງແຫ່ງຊາດແຕ່
ກໍສາມາດຫລີກລ່ຽງໄດ້ ດ້ວຍ “ການຜ່ອນສັ້ນຜ່ອນຍາວ ແຕ່ພຽງ
ເລັກນ້ອຍທໍ່ນັ້ນ” ຈາກພັກຣີພັບບລີກັນ.

http://www.youtube.com/embed/4ZS-vS2lmlw?feature=player_embedded

ແຕ່ແນວໃດກໍຕາມ ທ່ານໂອບາມາກ່າວວ່າ ບໍ່ເປັນຈັ່ງໂຊກ ພັກຣີພັບບລີກັນຢູ່ໃນລັດຖະສະ
ພາສະຫະລັດໄດ້ຕັດສິນໃນໄປແລ້ວວ່າ ແທນທີ່ຈະຮ້ອງຂໍໃຫ້ພວກຄົນຮັ່ງມີອາເມຣິກັນພວກ ເຂົາເຈົ້າຊໍ້າພັດປ່ອຍໃຫ້ການຕັດເຫຼົ່ານີ້ຕົກໃສ່ແຕ່ພວກຊົນຊັ້ນກາງຝ່າຍດຽວ.

ປະທານທິບໍດີໂອບາມາເວົ້າວ່າ ທ່ານເຊື່ອວ່າການຕັດການຂາດດຸນງົບປະມານ ໃຫ້ຫຼຸດຕໍ່າ ລົງນັ້ນ ສາມາດເຮັດໄດ້ໃນວິທີແບບກໍ້າເກິ່ງດ້ວຍການຕັດແບບສະຫຼາດສ່ອງໃສຄືປະຕິຮູບ ການໃຫ້ຄວາມຊ່ອຍເຫຼືອຂອງລັດຖະບານ ແລະປະຕິຮູບການເກັບພາສີ.

ສະມາຊິກສະພາສູງ John Hoeven ຈາກລັດ North Dakota ເປັນຜູ້ກ່າວຄຳປາໄສຕອບ ຂອງພັກຣີພັບບລີກັນ. ທ່ານໄດ້ກ່າວຫາປະທານາທິບໍດີໂອບາມາວ່າ ຂັດຂວາງບໍ່ໃຫ້ເສດຖະ ກິດເຕີບໂຕແລະບໍ່ໃຫ້ພາກສ່ວນເອກກະຊົນສ້າງວຽກເຮັດງານທຳ ດ້ວຍອອກລະບຽບການ ຕ່າງໆ ຂໍ້ບັງຄັບທີ່ເຂັ້ມງວດ ແລະລະບົບບໍລິຫານງານທີ່ມີລະບຽບເຄັ່ງຄັດເກີນໄປ.

http://www.youtube.com/embed/QDnhnCnp0SM?feature=player_embedded