ປ. ໂອບາມາ ຮຽກຮ້ອງ ໃຫ້ສະພາ ອອກກົດໝາຍ ບໍ່ຂຶ້ນພາສີ (ວີດີໂອ)

ປະທານທິບໍດີບາຣັກ ໂອບາມາ ຖະແຫຼງຕໍ່ກອງປະຊຸມ ກ່ຽວກັບເລື່ອງເສດຖະກິດ ທີ່ທຳນຽບຂາວ ກັບບັນດາຜູ້ນຳລັດຖະສະພາສະຫະລັດ ໃນວັນສຸກ ທີ 16 ພະຈິກ ຊຶ່ງຢູ່ຂ້າງຊ້າຍ ຂອງປະທານາທິບໍດີ ກໍຄືປະທານສະພາຕໍ່າສະຫະລັດ ທ່ານ John Boehner.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້
ລັດຖະສະພາ ຮັບຜ່ານຮ່າງກົດໝາຍທີ່ປ້ອງກັນບໍ່ໃຫ້ມີການຂຶ້ນ
ພາສີແບບອັດຕະໂນມັດຕໍ່ສ່ວນບຸກຄົນແລະທຸລະກິດຕ່າງໆໃນ
ວັນທີ 1 ມັງກອນຈະມານີ້.

ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາຂອງທ່ານໃນ
ວັນເສົາມື້ນີ້ທ່ານ ໂອບາມາເວົ້າວ່າ ພວກຊົນຊັ້ນກາງບໍ່ຄວນຈະ
ຖືກຈັບໄວ້ເປັນໂຕປະກັນ ໃນຂະນະທີ່ລັດຖະສະພາສະຫະລັດ
ອະພິປາຍກັນກ່ຽວກັບການຕັດພາສີພວກທີ່ມີລາຍໄດ້ຫຼາຍກວ່າ
250,000 ໂດລາຕໍ່ປີ.

http://www.youtube.com/embed/8ux3xSOtuto?feature=player_embedded

ປະທານາທິບໍດີໂອບາມາເວົ້າວ່າ ທ່ານໄດ້ທຳການພົບປະແບບສ້າງສັນກັບບັນດາຜູ້ນຳ ລັດຖະສະພາສະຫະລັດໃນວັນສຸກວານນີ້ ກ່ຽວກັບການຕັດງົບປະມານ ປົກປ້ອງພວກ ຊົນຊັ້ນກາງ ແລະເສີມຂະຫຍາຍເສດຖະກິດໃຫ້ເຂັ້ມແຂງ.

ໃນຄຳປາໄສຕອບປະຈຳສັບປະດາຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Kelly Ayotte ຈາກລັດ New Hampshire ກ່າວວ່າ ທ່ານນາງ ແລະບັນດາເພື່ອນຮ່ວມງານ ຕ້ອງໄດ້ບັນລຸການຕົກລົງ ເພື່ອຫຼີກລ່ຽງບໍ່ໃຫ້ມີການຂຶ້ນພາສີແລະການຕັດງົບປະມານລົງ ຢ່າງຫຼວງຫຼາຍໃນຫຼາຍໆດ້ານເຊັ່ນດ້ານປ້ອງກັນປະເທດເປັນຕົ້ນ.

ທ່ານນາງ Ayotte ເວົ້າວ່າ ການກຳຈັດການໃຊ້ຈ່າຍແບບຟູມເຟືອຍຄວນເປັນທາງເລືອກ ອັນທຳອິດ ແທນທີ່ຈະເປັນການຂຶ້ນພາສີ ຍ້ອນມັນອາດເປັນອັນຕະລາຍບໍ່ຮ້າຍແຮງຕໍ່ເສດ ຖະກິດ ໂດຍສະເພາະແລ້ວແມ່ນທຸລະກິດຂະໜາດນ້ອຍ ແລະຜູ້ຄົນທີ່ກຳລັງຊອກຫາວຽກ ເຮັດງານທຳ.

http://www.youtube.com/embed/bMUUhxTFruM?feature=player_embedded