ທ່ານໂອບາມາ ຊົມເຊີຍ ຍອດຂາຍລົດ ທີ່ສູງຂຶ້ນ ຂອງສະຫະລັດ (ວີດີໂອ)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຍອດ
ຂາຍລົດຂອງສະຫະລັດ ແມ່ນສູງແບບບໍ່ເຄີຍມີມາກ່ອນ ໃນຮອບ
ສີ່ປີ.

ທ່ານໂອບາມາ ກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນ
ວັນເສົາມື້ນີ້ວ່າຍອດຂາຍທີ່ສູງຂຶ້ນຂອງສະຫະລັດໄດ້ບັນລຸກໍຍ້ອນ
ວ່າ ລັດຖະບານຂອງທ່ານໄດ້ປະຕິເສດ ບໍ່ຍອມປ່ອຍໃຫ້ນະຄອນ
Detroit ປະສົບກັບການລົ້ມລະລາຍ.

ທ່ານເວົ້າວ່າ ສະຫະລັດໄດ້ວາງເດີມພັນກັບພວກຄົນງານອາເມ
ຣິກັນແລະຄວາມສະຫຼຽວສະຫຼາດຂອງພວກເຂົາເຈົ້າແລະການ ວາງເດີມພັນດັ່ງກ່າວກໍໄດ້ໃຫ້ດອກອອກຜົນ.

ປະທານາທິບໍດີໂອບາມາເວົ້າວ່າ ເວລາທ່ານໄດ້ຕັດສິນໃຈຊ່ອຍກອບກູ້ອຸສາຫະກຳລົດໂອ ໂຕບໍ່ໃຫ້ລົ້ມລະລາຍນັ້ນ ມີຫລາຍກວ່າ 1 ລ້ານໜ້າວຽກໃນທົ່ວປະເທດ ແມ່ນສ່ຽງຕໍ່ອັນຕະ ລາຍ.

ປະທານາທິບໍດີສະຫະລັດກ່າວວ່າ ເວລານີ້ນະຄອນ Detroit ຜະລິດລົດໂອໂຕ ແລະລົດ ບັນທຸກທີ່ມີຄຸນນະພາບດີຂຶ້ນກວ່າເກົ່າ ໂດຍມີມາດຕະຖານທີ່ສູງຂຶ້ນ ໃນການໃຊ້ເຊື້ອໄຟ ທີ່ທ່ານເວົ້າວ່າ ແມ່ນດີສຳລັບກະເປົາເງິນຂອງພວກເຮົາ ດີສຳລັບເສດຖະກິດຂອງພວກ ເຮົາແລະດີສຳລັບສິ່ງແວດລ້ອມນຳດ້ວຍ.

http://www.youtube.com/embed/tTJP1APPxJk?feature=player_embedded