ທ່ານໂອບາມາ ຂໍຮ້ອງ ໃຫ້ສະພາ ດຳເນີນການ ເລື່ອງ ເສດຖະກິດ (ວີດີໂອ)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ລັດຖະ
ສະພາ ພວມທຳການຂັດຂວາງ ຕໍ່ຂໍ້ສະເໜີ ສ້າງວຽກເຮັດງານທຳ ເສີມຂະຫຍາຍເສດຖະກິດແລະສ້າງຄວາມເຂັ້ມແຂງໃຫ້ແກ່ພວກ
ຊົນຊັ້ນກາງ.

ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາໃນວັນເສົາມື້ນີ້
ທ່ານໂອບາມາ ເວົ້າວ່າ ສະມາຊິກຂອງພັກຣີພັບບລີກັນຢູ່ໃນລັດ
ຖະສະພາສະຫະລັດໄດ້ລົງຄະແນນສຽງຄັດຄ້ານຕໍ່ຮ່າງກົດໝາຍ ທີ່ຈະຊ່ອຍພວກນັກລົບເກົ່າຊອກຫາວຽກການເຮັດນອກນັ້ນແລ້ວ
ທ່ານຍັງກ່າວວ່າພວກເຂົາເຈົ້າໄດ້ດຳເນີນການທີ່ຊ້າຫຼາຍກ່ຽວກັບ
ຮ່າງກົດໝາຍອື່ນໆ ເພື່ອໃຫ້ຄວາມຊ່ອຍເຫຼືອ ແກ່ພວກພໍ່ໄຮ່ຊາວ ສວນແລະພວກເຈົ້າຂອງເຮືອນທີ່ມີຄວາມຮັບຜິດຊອບກ່ອນທີ່ຈະ
ອອກຈາກນະຄອນຫຼວງວໍຊິງຕັນເພື່ອໄປພັກຜ່ອນ.

http://www.youtube.com/embed/75J37LsthCg?feature=player_embedded

ປະທານາທິບໍດີໂອບາມາເວົ້າວ່າ ຮ່າງກົດໝາຍເຫຼົ່ານີ້ແມ່ນໄດ້ຮັບຄວາມສະໜັບສະໜຸນ ຈາກທັງສອງພັກການເມືອງ ແລະທ່ານໄດ້ຮຽກຮ້ອງ ໃຫ້ປະຊາຊົນຊາວອາເມຣິກັນ ບອກ ພວກຜູ້ແທນເຂົາເຈົ້າ ໃຫ້ດຳເນີນມາດຕະການ ກ່ຽວກັບຮ່າງກົດໝາຍເຫຼົ່ານີ້ ເວລາພວກ ຜູ້ແທນກັບຄືນໄປເຮັດວຽກ ຫຼັງຈາກການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກ.

ໃນຄຳປາໄສຕອບ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Jeff Sessions ຈາກ
ລັດ Alabama ສະມາຊິກຄົນສຳຄັນໃນຄະນະກຳມະການງົບປະມານຂອງສະພາສູງກ່າວ ຫາພັກເດໂມແຄຣັທວ່າ ພາກັນໄປພັກ ກ່ອນມີການຕົກລົງກັນກ່ຽວກັບແຜນການເພື່ອສ້າງ ຄວາມສົມດຸນໃຫ້ແກ່ງົບປະມານ.

ນອກນັ້ນ ທ່ານຍັງໄດ້ຕຳໜິຕິຕຽນນະໂຍບາຍເສດຖະກິດຂອງປະທານາທິບໍດີວ່າ ມີຄວາມ ຂາດຕົກບົກຜ່ອງໂດຍເວົ້າວ່າ ລັດຖະບານທ່ານໂອບາມາບໍ່ໄດ້ເວົ້າຄວາມຈິງທີ່ວ່າຮ່າງງົບ ປະມານຂອງຕົນຫຼຸດຜ່ອນໜີ້ສິນ ແລະຊ່ອຍຟື້ນຟູເສດຖະກິດຂອງປະເທດ.

http://www.youtube.com/embed/Wz66dTGW80M?feature=player_embedded