ທ່ານໂອບາມາ ກ່າວຊົມເຊີຍ ຄົນງານອາເມຣິກັນ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ອັດຄຳປາໄສ ປະຈຳສັບປະດາຂອງທ່ານ ຈາກເມືອງ Petersburg ໃນລັດເວີຈີເນຍ (9 ມີນາ 2012)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ເພີ່ມ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ
ເພື່ອ​ພະຍາຍາມ​ສະ​ແດງ​ໃຫ້​ປະຊາຊົ​ນຊາວ​ອາ​ເມຣິກັນ​ເຫັນ​ວ່າໄດ້​ມີ​ຄວາ​ມກ້າວໜ້າ​ທາງ​ດ້ານ
ເສດຖະກິດ​ຍ້ອນ​ຄວາມ​ເຂັ້ມ​ແຂງ ​ແລະ​ຄວາມ​ສະຫຼຽວສະຫຼາດຂອງ​ພວກ​ຄົນ​ງານໃນ​ສະຫະ
ລັດ.

ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ໃນ​ວັນ​ເສົາ​ມື້ນີ້ ທ່ານ​ໂອ​ບາໄດ້​ກ່າວ​ຊົມ​ເຊີຍ
ການ​ເພີ່ມ​ຂຶ້ນຂອງ​ວຽກ​ງານໃໝ່​ ໃນ​ເດືອນ​ແລ້ວນີ້. ທ່ານ​ໄດ້​ກ່າວ​ຄຳປາ​ໄສ​ຢູ່​ທີ່​ໂຮງງານການ
ຜະລິດ​ແຫ່ງ​ນຶ່ງ ບ່ອນ​ທີ່​ໄດ້​ມີ​ການ​ວ່າ​ຈ້າງ​ຜູ້​ຄົນ​ເຂົ້າ​ເຮັດວຽກເຮັດ​ການ.

ປະທານາທິບໍດີ​ໂອ​ບາ​ມາ​ເວົ້າວ່າ ​ເທັກ​ໂນ​ໂລ​ຈີ​ໃໝ່​ແມ່ນ​ກະ​ແຈ​ສຳຄັນ​ໃນ​ການຫຼຸດຜ່ອນ​ການ
ກາງ​ຕໍ່​ນໍ້າມັນ​ຈາກ​ຕ່າງປະ​ເທດ​ຂອງ​ສະຫະລັດ. ທ່ານ​ເວົ້າວ່າ ການ​ຜະລິດ​ນໍ້າມັນ​ຂອງ​ສະຫະ
ລັດແມ່ນ​ຢູ່​ໃນ​ລະດັບ​ທີ່​ສູງ​ທີ່​ສຸດ​ໃນ​ຮອບ 8 ປີ​ແລະ​ການ​ເຈາະ​ນໍ້າມັນ​ເພີ່ມ​ຕື່ມ​ຢູ່​ໃນ​ສະຫະລັດ
ບໍ່​ແມ່ນ​ການ​ແກ້​ໄຂ​ຢ່າງ​ໄວ​ເພື່ອ​ຍຸດຕິ​ບັນຫາລາຄາ​ນໍ້າມັນ​ທີ່​ພວມ​ແພງ​ຂຶ້ນ.

http://www.youtube.com/embed/5Sg-gDGl7Jw?feature=player_embedded

ປະທານາທິບໍດີ​ໂອ​ບາ​ມາ​ເວົ້າວ່າແທນ​ທີ່​ຈະ​ໃຫ້​ພວກ​ນັກ​ການ​ເມືອງ​ຫັນ​ເຫ​ຄວາມສົນ​ໃຈດ້ວຍ​
ການ​ໃຫ້​ຄຳ​ໝັ້ນສັນຍາ​ ກ່ຽວ​ກັບ​ນໍ້າມັນ​ລາຄາ​ຖືກ ສະຫະລັດ​ຈຳ​ເປັນຕ້ອງ​ໄດ້​ເພັ່ງ​ເລັງ​ໃສ່ພະ
ລັງງານ​ທີ່​ອາ​ເມຣິກັນ​ເຮັດ​ຂຶ້ນ​ເອງເຊັ່ນ​ແສງຕາ​ເວັນ ລົມ ​ແກັສທຳ​ມະ​ຊາດ​ແລະ​ເຊື້ອ​ໄຟ​ຊີ​ວະ
ພາບ. ນອກ​ນັ້ນທ່ານ​ຍັງ​ໄດ້​ຕິຕຽນ​ລັດຖະສະພາ​ສະຫະລັດ​ທີ່​ຍັງ​ໃຫ້​ເງິນ​ອຸດໜຸນ 4 ພັນ​ລ້ານ
ໂດ​ລາ ​ແກ່​ບັນດາ​ບໍລິສັດ​ນໍ້າມັນທີ່​ໄດ້​ກຳ​ໄລ​ງາມ​ນັ້ນ.

ໃນ​ຄຳ​ປາ​ໄສ​ຕອບ​ ຂອງ​ພັກຣີພັບ​ບລີ​ກັນນັ້ນ ຜູ້​ປົກຄອງ​ລັດ Dakota ​ເໜືອ​ ທ່ານ Jack
Dalrymple ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ກາ​ນາ​ດານັ້ນ​ໄດ້​ຖິ້ມ​ໂທດ​ໃສ່​ນະ​ໂຍບາຍ​ຂອງ​ປະທານາທິ
ບໍດີ​ໂອ​ບາ​ມາ ທີ່​ເຮັດ​ໃຫ້​ມີ​ການ​ຊັກ​ຊ້າ​ໃນ​ການ​ຂະ​ຫຍາ​ຍ​ໂຕຂອງ​ວຽກ​ເຮັດ​ງານ​ທຳ​ແລະ​ເຮັດ
ໃຫ້ຄ່າ​ຄອງ​ຊີບ​ແພງ​ຂຶ້ນ. ທ່ານ Dalrymple ​ເວົ້າວ່າ ການ​ປະຕິ​ເສດ​ ບໍ່​ຍອມ​ໃຫ້ການ​ອະນຸ
ມັດຂອງ​ທ່ານ​ໂອ​ບາ​ມາ ຕໍ່​ໂຄງການສ້າງ​ທໍ່​ນໍ້າມັນ​ຂະໜາດ​ໃຫຍ່ ພາ​ໃຫ້​ມີ​ການ​ສູນ​ເສຍ​ວຽກ​
ເຮັດ​ງານ​ທຳ​ແລະ​ເຮັດ​ໃຫ້ການ​ຜະລິດແຫຼ່ງ​ເຊື້ອ​ໄຟຫຼຸດຕໍ່າລົງຊຶ່ງ​ອາດ​ພາ​ໃຫ້​ລາຄາ​ນໍ້າມັນ​ຖືກ
ລົງ​ນັ້ນ.

http://www.youtube.com/embed/vyL1ghxS-jg?feature=player_embedded