ສະຫະລັດໄວ້ອາໄລເຖິງ ດວງວິນຍານຂອງຜູ້ເສຍຊີວິດ ໃນວັນທີ 11 ກັນຍາ 2001 (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ປະທານາທິບໍດີບາຣັກໂອບາມາ ແລະສັດຕີໝາຍເລກນຶ່ງ Michelle Obama ແລະປະທານາທິບໍດີ George W. Bush, ແລະອະດີດສັດຕີໝາຍເລກນຶ່ງ Laura Bush. ວັນທີ 11 ກັນຍາ 2011

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ໂອ​ມາ​ມາ​ ພ້ອມ​ດ້ວຍ​ທ່ານ​ນາງ Michelle Obama ສັດ​ຕີ​ໝາຍ​ເລກ​ນຶ່ງ ພ້ອມ​ກັບ​ອະດີດປະທານາທິ ບໍດີ George W. Bush ​ແລະ​ພັນ​ລະ​ຍາ ທ່ານ​ນາງ Laura Bush ​ໄດ້​ໄປ​ຮ່ວມພິທີ​ໄວ້ອາ​ໄລໃນ​ວັນ​ອາທິດ​ມື້​ນີ້​ ເພື່ອ​ລະ​ລຶກ​ເຖິງດວງ​ວິນ​ຍານ​ຂອງ​ພວກ​ທີ່​ໄດ້​ເສຍ​ຊີວິດ​ໄປ ​ໃນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່ການ​ຮ້າຍ​ ໃນ​ວັນ​ທີ 11 ​ເດືອນ​ກັນຍາ​ປີ 2001 ທີ່​ອະນຸສາວະລີ September 11 ຫລື​ວັນ​ທີ 11 ກັນຍາ ແຫ່ງ​ຊາດ ຊຶ່ງຕັ້ງ​ຢູ່​ບ່ອນສູນ​ການ​ຄ້າ​ໂລກ​ເກົ່າ​ທີ່​ຖືກ​ໂຈມ​ຕີນັ້ນ.

ຂະນະ​ທີ່​ທ່ານ​ຟັງ​ຂ່າວ​ຢູ່​ນີ້ ຊຶ່ງ​ເປັນ​ເວລາປະມານ 8 ​ໂມງ​ເຄິ່ງຕອນ​ເຊົ້າ​ຢູ່​ວໍ​ຊິງ​ຕັນ​ ແລ​ະ
ນິວຢອກ ບ່ອນ​ທີ່ພິທີຈະ​ເລີ່ມ​ຂຶ້ນຢູ່ທີ່​ອະນຸສາວະລີ​ດັ່ງກ່າວ.

ຫລັງ​ຈາກ​ຈົບ​ພິທີ​ທີ່​ນິວຢອກ ທ່ານ​ໂອ​ບາ​ມາ​ພ້ອມ​ດ້ວຍ​ພັນ​ລະ​ຍາຈະ​ເດີນທາງ​ໄປຍັງ​ເມືອງ
Shanksville ລັດ Pennsylvania ​ເພື່ອ​ຮ່ວມ​ພິທີ​ໄວ້ອາ​ໄລຢູ່​ບ່ອນ​ທີ່ເຮືອບິນ​ໂດຍສານ​
United Airlines ຖ້ຽວ​ບິນທີ 93 ຕົກລົງ​ໃນ​ລະຫວ່າງ​ການໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ
ເມື່ອ 10 ປີ ຜ່ານ​ມາ​ນັ້ນ.

ຫລັງ​ຈາກ​ນັ້ນ ທັງ​ສອງ​ທ່ານກໍຈະ​ເດີນທາງ​ມາຍັງທໍານຽບຫ້າ​ແຈ ​ຊຶ່ງ​ຕັ້ງ​ຢູ່​ໃນ​ລັດ
Virginia ນອກ​ກຸງ​ວໍ​ຊິງ​ຕັນພຽງ​ນ້ອຍ​ດຽວ ​ເພື່ອ​ວາງ​ພວງ​ມາລາ​ໄວ້ອາ​ໄລ​ນໍາ​ພວກ​ທີ່
ໄດ້​ຮັບ​ເຄາະ​ຮ້າຍ​ໃນ​ການ​ໂຈມ​ຕີຕໍ່​ຕຶກ​ອາຄານ​ໃຫຍ່ 5 ​ແຈ ຂອງກະຊວງປ້ອງ​ກັນ​ປະ
ເທດສະຫະລັດ​ນັ້ນ.

ໃນ​ຕອນ​ແລງ​ວັນ​ອາທິດ​ມື້​ນີ້ ທ່ານ​ໂອ​ບາ​ມາ​ພ້ອມ​ກັບພັນ​ລະ​ຍາ ຈະ​ໄປເບິ່ງ​ການສະ​ແດງ
ດົນຕີທີ່​ມີ​ຊື່ວ່າ Concert of Hope ຫລື Concert ​ເພື່ອ​ຄວາມຫວັງ​ ຢູ່ສູນ​ກາງສະ​ແດງ
ສິນລະປະ Kennedy Center ທີ່​ກຸງ​ວໍ​ຊິງ​ຕັນ​.

ອະດີດ​ປະທານາທິບໍດີ George W​. Bush ​ແລະ​ອະດີດ​ປະທານາທິບໍດີ Bill Clinton
ພ້ອມ​ທັງ​ຮອງ​ປະທາ​ນາ​ທິບໍດີ Joe Biden ກໍ​ໄດ້​ໄປ​ຮ່ວມ​ໃນພິທີ​ທີ່​ເມືອງ Shanksville
ລັດ Pennsylvania ​ໃນ​ວັນ​ເສົາ​ວານ​ນີ້ ເພື່ອມອບ​ອະນຸສາວະລີ​ແຫ່ງ​ນຶ່ງ​ສໍາລັບ​ພວກ
ເຄາະ​ຮ້າຍ​ໃນ​ຖ້ຽວ​ບິນ 93 ທີ່​ໄດ້ຕົກລົງ​ໃນ​ທົ່ງ​ຫຍ້າ​ແຫ່ງ​ນຶ່ງ​ໃນ​ລະຫວ່າງ​ການ​ໂຈມ​ຕີ
ຂອງ​ພວກ​ກໍ່​ການ​ຮ້າຍນັ້ນ.

ອະນຸສາວະລີ​ແຫ່ງ​ນີ້​ແມ່ນ​ເຮັດ​ດ້ວຍ​ຫິນ​ຂາວ ​ແລະ​ເປັນ​ອະນຸສອນແກ່​ຄວາມ​ພະຍາຍາມ
ຂອງ​ພວກ​ຄົນ​ໂດຍສານ​ແລະ​ພວກ​ລູກ​ເຮືອ​ໃນ​ຖ້ຽວບິນທີ 93 ​ທີ່​ໄດ້​ຕໍ່ສູ້ຈົນເອົາ​ຊະນະ​ພວກ
ຈີ້​ເຮືອບິນ​ແລະ​ບັງຄັບ​ໃຫ້​ເຮືອບິນ​ລໍາ​ນັ້ນຕົກລົງສູ່​ພື້ນ​ດິນ​.

http://www.youtube.com/embed/Tx361I1L-B4