ສຫລ ສິ້ງຊອມເບິ່ງພູໄຟ ກ່ອນການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານໂອບາມາ

  • ບົວສະຫວັນ

Api masih menyala setelah kapal tongkang menabrak pipa gas di Perot Bay di Lafourche Parish, Louisiana, Amerika Serikat, sekitar 30 km sebelah selatan kota New Orleans.

ພວກເຈົ້າໜ້າທີ່ສະຫະລັດກໍາລັງພາກັນສິ້ງຊອມເບິ່ງ
ສະພາບການປ່ຽນແປງໃດໆ ຢູ່ບໍລິ​ເວນອ້ອມ​ແອ້ມ
ພູໄພ Merapi ຂອງອິນໂດເນເຊຍ ລ່ວງໜ້າກໍານົດ​
ການຢ້ຽມຢາມຂອງປະທານາທິບໍດີສະຫະລັດ ທ່ານ
ບາຣັກ ໂອບາມາ.

ຂີ້ເຖົ່າທີ່ພົ່ນອອກຈາກພູໄພລູກດັ່ງກ່າວ ທີ່ຢູ່ໃກ້ເມືອງ
Yogykarta ໃນພາກກາງຂອງເກາະຈາວາ ​ໄດ້ປິວ
ກະຈາຍຂຶ້ນໄປເທິງອາກາດ ສົ່ງຜົນ​ເຮັດ​ໃຫ້ຫລາຍໆ
ສາຍການບິນ ຕ້ອງຍົກເລີກຖ້ຽວບິນຂອງພວກຕົນ
ທີ່ບິນອອກຈາກ ແລະບິນມາຍັງສະໜາມບິນໃຫຍ່ຂອງ​ເມືອງນັ້ນ.

ພວກເຈົ້າໜ້າທີ່ສະຫະລັດກ່າວ​ໃນວັນອາທິດມື້ນີ້ວ່າ ເວລານີ້ຍັງບໍ່ມີ ແຜນການທີ່ຈະປ່ຽນ ກໍານົດການຢ້ຽມຢາມຂອງປະທານາທິບໍດີໂອບາມາເທື່ອ ຊຶ່ງຈະເລີ່ມຕົ້ນໃນວັນອັງຄານ ອາ ທິດນີ້.

ກ່ອນ​ໜ້ານີ້ ທ່ານໂອບາມາ ໄດ້ລົບລ້າງແຜນການໄປຢ້ຽມຢາມອິນໂດ ເນເຊຍສອງເທື່ອ ແລ້ວ. ອິນໂດເນເຊຍເປັນປະເທດທີ່ທ່ານໂອບາມາ ເຄີຍໄດ້ຢູ່ອາໃສຕອນທ່ານເປັນເດັກ ນ້ອຍ. ແຜນການເດີນທາງໄປຢ້ຽມຢາມໄດ້ຖືກໂຈ໊ະມາຄັ້ງນຶ່ງ ຍ້ອນ​ບັນຫ​າ​ເລື້ອງກົດໝາຍ ຮັກສາສຸຂະພາບທີ່​ຮີບ​ດ່ວນ ແລະການລົບລ້າງເທື່ອທີ່ສອງແມ່ນມີສາເຫດມາ​ຈາກ​ວິ​ກິດ ການນໍ້າມັນຮົ່ວໄຫລທີ່ອ່າວແມ໊ກຊິໂກ.

ໃນ​ການ​ເຄື່ອນ​ໄຫວ​ອັນ​ນຶ່ງ​ໃນວັນອາທິດມື້ນີ້ ປະຊາຊົນສອງສາມຮ້ອຍຄົນ​ ໄດ້​ພາກັນ​ໂຮມ​
ຊຸມນຸມປະທ້ວງ ຢູ່ນອກສະຖານທູດສະຫະລັດ ໃນນະຄອ​ນຫລວງ​ຈາກາຕ້າ.

ພວກປະທ້ວງດັ່ງກ່າວ ແມ່ນເປັນສະມາຊິກຢູ່ໃນກຸ່ມຊາວ​ມຸສລິ​ມ ທີ່ຍຶດໝັ້ນໃນຫລັກການ
ດັ້ງ​ເດີມຂອງ​ສາ​ສະໜາອິສລາມ ໃນອິນໂດເນເຊຍທີ່ເວົ້າວ່າ ພວກເຂົາເຈົ້າຄັດຄ້ານນະໂຍ
ບາຍຕ່າງປະ​ເທດຂອງປະທານາທິບໍດີ ໂອບາມາ ໃນຕາເວັນອອກກາງ ແລະແຫ່ງ ອື່ນໆ
ໃນໂລກມູສລິມນັັ້ນ.