ພວກເຈາະຂໍ້ມູນຈີນ ພະຍາຍາມ ໂຈມຕີ ສູນກາງຂໍ້ມູນ ພະນັກງານ ລັດຖະບານກາງ ສຫລ (ວີດີໂອ)

ພາກສ່ວນນຶ່ງ ຂອງ 'Unit 61398', ໜ່ວຍທະຫານລັບຂອງຈີນ ທີ່ເຫັນຢູ່ ໃນເຂດຊານເມືອງ ນະຄອນຊຽງໄຮ້.

ລາຍ​ງານ​ສະບັບ​ນຶ່ງ​ ໃນ​ໜັງສືພິມ New York Times ​ໃນ​ວັນ​
ພະຫັດ​ມື້​ນີ້ ກ່າວ​ວ່າ ໜັງສືພິມ​ດັ່ງກ່າວ ​ໄດ້​ຮຽນຮູ້​ຈາກ​ບັນດາ​
ເຈົ້າ​ໜ້າ​ທີ່​ລັດຖະບານສະຫະລັດວ່າ ພວກ​ລັກລອບ​ເຈາະຂໍ້​ມູນ
ຄອມ​ພີ​ວ​ເຕີ​ຈີນ ​ໄດ້​ພະຍາຍາມ​ເຂົ້າ​ໄປເຈາະເອົາປະຫວັດຂໍ້ມູນ
​ເຈົ້າ​ໜ້າ​ທີ່ຂອງ​ພວກ​ພະນັກງານ​ລັດ ຖະບານ​ກາງ​ຫຼາຍ​ໝື່ນ​ຄົນ
ທີ່​ໄດ້​ຍື່ນຄຳ​ຮ້ອງ​ສຳລັບ​ການ​ຜ່ານ​ການກວດ​ສອບ​ທາງ​ດ້ານ
​ຄວາມ​ລັບ​ລະດັບ​ສູງ​ສຸດນັ້ນ.

ລາຍ​ງານ​ສະບັບ​ດັ່ງກ່າວເວົ້າ​ຕື່ມ​ວ່າ ພວກ​ລັກລອບ​ເຈາະ​ຂໍ້​ມູນ
​ສາມາດ​ເຂົ້າ​ຫາ​ຖານ​ເກັບ​ຂ່າວ​ຂໍ້​ມູນ​ບາງ​ແຫ່ງ​ໃນ​ເດືອນ​ມີນາ​ຜ່ານ
​ມາ ຂອງ​ຫ້ອງ ການ​ຄຸ້ມຄອງເຈົ້າ​ໜ້າ​ທີ່​ລັດຖະບານ ຫຼື OPM ທີ່​ເປັນ​ອົງການ​ທີ່​ກຳກັບດູ​ແລ​ເບິ່ງ​ແຮງ​ງານ​ຂອງ​ລັດຖະບານ​ກາງ​ສະຫະ​ລັດ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ບໍ່​ບອກ​ຊື່​ໃຫ້​ຊາບ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ຍັບ​ຍັ້ງ​ການ​ຂົ່ມຂູ່
​ແລະ​ກີດ​ກັນ​ພວກ​ລັກລອບ​ເຈາະຂໍ້​ມູນຄອມ​ພີ​ວ​ເຕີ​ດັ່ງ ກ່າວ ​ໃນ​ຕາ​ໜ່າງຄອມ​ພີ​ວ​ເຕີ​
ຂອງ​ຫ້ອງການ OPM.

ໜັງສືພິມ Times ​ເວົ້າ​ວ່າ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ພວກ​ລັກລອບ​ເຈາະຂໍ້​ມູນ
​ຄອມ​ພີ​ວ​ເຕີຈຸ​ນີ້ ສາມາດເຈາະເຂົ້າໄປໄດ້ເລິກປານ ໃດໃນ​ລະ​ບົບຂອງອົງການ OPM ​ ບ່ອນ​ທີ່ລາຍ​ຊື່​ຂອງ​ພວກ​ຍື່ນ​ຄຳ​ຮ້ອງ​ຂໍ​ການກວດ​ສອບ​ ດ້ານຄວາມ​ປອດ​ໄພ ເກັບກຳ​ຂໍ້​ມູນສ່ວນ​ຕົວ​ໄວ້​ ​ເຊັ່ນ​ການ​ຕິດ​ຕໍ່​ພົວພັນ​ໃນ​ຕ່າງປະ​ເທດ ​ແລະ​ການ​ໃຊ້​ຢາ​ເສບ​ຕິດ​ໃນ​
ອະດີດ​ຜ່ານ​ມາ​ນັ້ນ.

​ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ໃນ​ກະຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງ​ສະຫະລັດ ຢືນຢັນ​ວ່າ
ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນແທ້ ​ແຕ່​ກ່າວ​ວ່າ ທາງ​ອົງການ OPM ຫຼື ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ບໍ່ໄດ້​ ລະບຸວ່າມີຄວາມ​ເສຍ​ຫາຍ​ໃດໆ ກ່ຽວ​ກັບຂໍ້​ມູນ
ສ່ວນ​ຕົວ​ນັ້ນ​.”

Your browser doesn’t support HTML5

CN CHINA CYBER HONG