ມືປືນ ທີ່ຍິງເຈົ້າໜ້າທີ່ຕໍາຫລວດ ນິວຢອກ ຕາຍສອງຄົນນັ້ນ ມີ
ປະຫວັດຄວາມຮຸນແຮງມາກ່ອນ ແລະເປັນໂຣກຈິດ ອິງຕາມ
ເຈົ້າໜ້າທີ່ຂັ້ນສູງຕຳຫລວດ.
ທ້າວ Ismayyil Brinsley ອາຍຸ 28 ປີ ໄດ້ຍິງ ແລະສັງຫານ
ເຈົ້າໜ້າທີ່ຕຳ ຫລວດ Wenjian Liu ແລະ Rafael Ramos
ໃນຂະນະທີ່ເຂົາເຈົ້ານັ່ງຢູ່ໃນລົດລາດຕະເວນ ເມື່ອວັນເສົາທີ່
ຜ່ານມາ ຢູ່ທີ່ເມືອງ Brooklyn. ຫລັງຈາກນັ້ນລາວໄດ້ຍິງໂຕ
ເອງຕາຍ.
Your browser doesn’t support HTML5
New York Mayor Urges Protest Halt in Wake of Police Deaths
ກ່ອນຈະລົງມືຍິງນັ້ນ ທ້າວ Brinsley ໄດ້ຂຽນຂໍ້ຄວາມຕໍ່ຕ້ານຕຳຫລວດ ແລະຕໍ່ຕ້ານລັດ ຖະບານ ລົງໃນຕາໜ່າງສື່ສັງຄົມ Instagram ແລະປະກາດທີ່ຈະແກ້ແຄ້ນ ຕໍ່ການຕາຍຂອງທ້າວ Michael Brown ແລະທ້າວ Eric Garner ຜູ້ຊາຍຜີວດຳ ບໍ່ຕິດອາວຸດທີ່ໄດ້ເສຍຊີວິດຍ້ອນນ້ຳມືຂອງພວກເຈົ້າໜ້າທີ່ຜີວຂາວ.
ປະຕິກິລິຍາ ຕໍ່ການຍິງ ຕຳຫຼວດ ຢູ່ນິວຢອກ
ທ້າວ Brinsley ແມ່ນຄົນຜີວດຳ. ພວກເຈົ້າໜ້າທີ່ ທີ່ລາວສັງຫານ ແມ່ນຄົນເອເຊຍ ແລະ
ສະແປນິສ.
ເຈົ້າຄອງນະຄອນນິວຢອກ ທ່ານ Bill de Blasio ໄດ້ບັນລະຍາຍເຖິງການສັງ ຫານວ່າ
ເປັນການໂຈມຕີຕໍ່ຕຳຫລວດທັງໝົດ. ເຈົ້າຄອງນະຄອນນິວຢອກຍັງໄດ້ຮຽກຮ້ອງໃຫ້ໂຈະ
ການປະທ້ວງຈົນກວ່າພິທີສົ່ງສະການ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດ ສອງຄົນ ຜ່ານພົ້ນ
ໄປແລ້ວ.
Your browser doesn’t support HTML5
NYC POLICE SHOOTING VO