ກອງປະຊຸມ ສຸດຍອດນິວເຄຼຍ ບໍ່ໄດ້ຮັບຜົນສຳຄັນ ຫຍັງຫຼາຍ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຈັບມືກັບທ່ານຫູ ຈິນເຖົາປະທານປະເທດຈີນ ໃນຕອນເລີ່ມ ການປະຊຸມສອງຝ່າຍ ນອກກອງປະຊຸມສຸດຍອດນິວເຄລຍ ທີ່ກຸງໂຊລ (26 ມີນາ 2012)

ໃນວັນອັງຄານວານນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ມີປະຊຸມກັບ ພວກຜູ້ນຳຂອງຈີນ ອິນເດຍ ຣັດເຊຍແລະພວກເຈົ້າໜ້າທີ່ຂັ້ນສູງຂອງເກືອບ 50 ປະເທດ ເພື່ອພະຍາຍາມຫາທາງຫຼຸດຜ່ອນໄພຂົ່ມຂູ່ຈາກການກໍ່ການຮ້າຍດ້ວຍອາວຸດນິວເຄລຍ. ແຕ່ ກອງປະຊຸມດັ່ງກ່າວຢູ່ທີ່ນະຄອນຫຼວງຂອງເກົາຫຼີໃຕ້ນັ້ນ ໄດ້ຖືກບົດບັງໂດຍຄວາມວິຕົກກັງ ວົນກ່ຽວກັບກິດຈະກໍານິວເຄລຍ ແລະລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ. ຜູ້ສື່ຂ່າວ ວີໂອເອ Steve Herman ທີ່ກອງປະຊຸມສຸດຍອດນິວເຄລຍຢູ່ກຸງໂຊລ ສົ່ງລາຍງານກ່ຽວ ກັບເລື່ອງນີ້

ກອງ​ປະຊຸມ​ສຸດຍອດ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ທາງ​ດ້ານ​ນິວ​ເຄລຍໄດ້​ຫຼີກ​ລ່ຽງບໍ່​ຍອມ​ຂະຫຍາຍ
ສິດ​ອຳນາດ​ຂອງ​ຕົນ ໃນ​ການ​ຮຽກຮ້ອງ​ໃຫ້​ມີ​ການ​ເອົາ​ບາດກ້າວ​ອັນໜັກ​ແໜ້ນ​ ໄປ​ສູ່​ການ​ກຳ
ຈັດ​ອາວຸດ​ປະລະມາ​ນູ​ໃຫ້​ໝົດ​ສິ້ນ​ໄປ​ຈາກ​ໂລກນີ້.

ເກົາຫຼີ​ໃຕ້ຊຶ່ງ​ເປັນ​ເຈົ້າພາບກ່າວ​ວ່າ ກອງ​ປະຊຸມສຸດ​ຍອດ​ໃນ​ຄັ້ງນີ້​ ໄດ້​ໃຫ້​ຜົນ​ໃນທາງ​ປະຕິບັດ
ເພື່ອ​ຫຼຸດຜ່ອນ​ໄພ​ຂົ່ມຂູ່​ຈາກ​ການ​ກໍ່​ການ​ຮ້າຍ​ດ້ວຍ​ອາວຸດ​ນິວ​ເຄລຍນັ້ນລົງ.

ແຕ່ພວກ​ນັກວິ​ເຄາະ​ເອີ້ນຜົນຮັບ​ທີ່ແທ້ຈິງຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ໃນ​ວ່າຢູ່​ໃນ​ລະດັບ​ພໍປະມານ
ແລະ​ໃຫ້​ຂໍ້​ສັງ​ເກດ​ວ່າ ບໍ່​ມີ​ການ​ຮັບຮອງ​ເອົາ​ຫຍັງ​ເລີຍທີ່​ເປັນ​ຜົນ​ໃນ​ທາງ​ບັງຄັບ.

ອີ​ຕາ​ລີ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ກຳຈັດວັດ​ຖຸທີ່​ສາມາດ​ສ້າງ​ນິວ​ເຄລຍ​ໄດ້​ທັງ​ໝົດ.

ລັດສະໝີລູກສອນໄຟເກົາຫຼີເໜືອ

ສ່ວນສະຫະລັດໄດ້​ຮ່ວມ​ກັບ​ແບ​ລ
ຢ້ຽມ ຝຣັ່ງ ​ແລະ​ເນ​ເທີ​ແລນ​ໃນ​ຂໍ້
ຕົກລົງ ​ເພື່ອ​ຈະ​ເລີ່​ມການ​ຜະລິດ
ໃນ​ໄລຍະ​ສີ່​ປີ​ຕໍ່ໜ້າ ​ໄອ​ໂຊ​ໂທບ​
ດ້ານ​ການ​ແພດ​ ໂດຍ​ບໍ່​ຕ້ອງ​ໃຊ້​
ທາດຢູ​ເຣນຽມ ​ຄຸນ​ນະພາ​ບສູງທີ່​
ກັ່ນ​ແລ້ວ​.

ຫຼາຍໆ​ປະ​ເທດ​ໄດ້​ຕົກລົງ​ທີ່​ຈະ​ຫັນ
ປ່ຽນ​ ໄປ​ໃຊ້​ທາດຢູ​ເຣນຽມ ທີ່​ກັ່ນ​
ແລ້ວ​ໃນຄຸນ​ນະພາ​ບຕໍ່າ ຊຶ່ງ​ບໍ່​ສາ
ມາດ​ໃຊ້ເຮັດ​ອາວຸດ​ໄດ້​ນັ້ນ ເພື່ອ
ເປັນ​ເຊື້ອ​ໄຟ ​ສຳລັບ​ເຕົາ​ແຍກນິວ
ເຄລຍສໍາລັບ​ການຄົ້ນຄວ້າຕ່າງໆ.

ແຕ່ນອກເໜືອ​ໄປ​ຈາກນີ້​ແລ້ວ ກໍ​
ບໍ່​ມີ​ຜົນ​ຫຍັງ​ຫຼາຍ ທີ່​ປະກອບ​ເປັນ​ ການ​ບັນລຸເປົ້າໝາຍ​ຂອງກອງ​ປະຊຸມ​ສຸດຍອດ​ໃນ​ການຮັກ
ສາ​ຄວາ​ມປອດ​ໄພ​ໃຫ້​ແກ່ພວກ​ວັດ​ຖຸນິວ​ເຄຼຍ ທີ່​ຢູ່​ໃນ​ສະພາບຫຼໍ່​ແຫຼມ ສາມາດ​ຖືກ​ລັກຂະໂມ​ຍ
ຫລື​ຂາຍເພື່ອ​ນໍາ​ໄປ​ໃຊ້​ຜະ​ລິດອາວຸດ​ໄດ້ຢູ່​ໃນ​ທົ່ວ​ໂລກນັ້ນ.

ປ. ສະຫະລັດ ໂອ້ລົມກັບ ປ. ຣັດເຊຍ

ຖະ​ແຫຼງການ​ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ຕອນ
ທ້າຍ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ​ບໍ່​ໄດ້​ກ່າວ​
ເຖິງ​ເກົາຫຼີ​ເໜືອ​ຫລືອີຣ່ານ​ແຕ່​ປະການ​ໃດ.
ສອງ​ປະ​ເທດ​ນີ້​ແມ່ນ​ຢູ່​ໃນ​ແຖວ​ໜ້າສຸດ​ຂອງ​
ຕົ້ນ​ເຫດ​ແຫ່ງຄວາມ​ວິຕົກ​ກັງວົນ​ໃນ​ປັດຈຸບັນ
ເມື່ອ​ເວົ້າ​ເຖິງ​ເລື່ອງ​ຄວາມ​ສົງ​ໄສໃນ​ການຜະ
ລິດ​ອາວຸດ​ນິວ​ເຄລຍນັ້ນ.

ໂດຍ​ທີ່​ມີ​ທ່າ​ທາງ​ວ່າ​ເກົາຫຼີ​ເໜືອ​ຈະ​ຍິງ​ລູກ​
ສອນ​ໄຟ​ຂີ​ປະ​ນາ​ວຸດ​ ໃນ​ອີກ​ບໍ່​ເທົ່າ​ໃດອາ
ທິດ​ຂ້າງ​ໜ້ານີ້ ປະທານາທິບໍດີ ​ໂອ​ບາ​ມາ
ແລະ​ພວກ​ຄູ່​ຕຳ​ແໜ່​ງຂອງ​ທ່ານ​ໄດ້ສົນທະ
ນາ​ຫາລື​ກັນ​ ຢູ່​ຂ້າງ​ນອກ​ຂອງ​ກອງ​ປະຊຸມ​
ສຸດ​ຍອດ​ກ່ຽວ​ກັບ​ວ່າ ຈະ​ຕອບໂຕ້​ແບບ​ໃດ​ຖ້າ​ພຽງ​ຢາງ​ຫາກດຳ​ເນີນ​ການ​ໄປຕາມອັນທີ່​ເກົາຫຼີ​
ເໜືອ​ຢືນ​ຢັດວ່າ​ເປັນ​ການ​ສົ່ງ​ດາວທຽມ​ຂຶ້ນສູ່​ອະວະກາດແບບ​ສັນຕິນັ້ນ​.

ລັດຖະມົນຕີ​ກະຊວງ​ທ້ອນ​ໂຮມ​ຊາດ​ຂອງ​ເກົາຫຼີ​ໃຕ້​ ທ່ານ Yu Woo-ik ກ່າວ​ວ່າ ​ເຖິງ​ແມ່ນ​
ເກົາຫຼີ​ເໜືອ ​ບໍ່​ໄດ້​ຢູ່​ໃນ​ຫົວ​ຂໍ້​ ຂອງ​ກອງ​ປະຊຸມ​ກໍ​ຈິງ ​ແຕ່​ພວກ​ທີ່​ເຂົ້າຮ່ວມປະຊຸມ​ສຸດ​ຍອດ​ກໍ
ໄດ້​ກ່າວເປັນ​ສຽງ​ດຽວ​ກັນເຖິງ​ເກົາຫຼີ​ເໜືອ​.

ທ່ານ Yu ຊຶ່ງ​ເປັນ​ຜູ້​ປະສານ​ງານ​ນະ​ໂຍບາຍ​ຂອງ​ເກົາຫຼີ​ໃຕ້​ ກ່ຽວກັບ​ເກົາຫຼີ​ເໜືອ​ນັ້ນ ກ່າວ​ວ່າ
ພວກ​ຜູ້ນຳ​ທີ່​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດແມ່ນ​ຈະ​ແຈ້ງ ​ໄດ້​ຮຽກຮ້ອງຮ່ວມ​ກັນ​ໃຫ້​ພຽງ​ຢາງຍົກ​
ເລີກ​ແຜນການ​ສົ່ງ​ດາວ​ທຽມ​ໃນ​ກາງເດືອນເມສາ​ນີ້.

ເບິ່ງວີດີໂອ ການພົບປະນິວເຄລຍສອງຝ່າຍສະຫະລັດ - ຈີນ

http://www.voanews.com/templates/widgetDisplay.html?id=144247565&player=article

ປະທານາທິບໍ​ດີ Lee Myung-bak ​ແຫ່ງ​ເກົາຫຼີ​ໃຕ້ ​ຊຶ່ງ​ເປັນເຈົ້າພາບ​ກອງປະ ຊຸມ​ໃນ​ຄັ້ງນີ້​
ກ່າວ​ວ່າ ມັນ​ເປັນ​ເລື່ອງ​ທີ່​ບໍ່​ເໝາະ​ສົມ​ສຳ​ຫຼັບ​ເກົາຫຼີ​ເໜືອ ທີ່​ຈະ​ດຳ ເນີນ​ໂຄງການ​ໃນ​ທຳນອງ
ນີ້ ​ໃນ​ຂະນະ​ທີ່​ປະຊາຊົນ​ຂອງ​ຕົນອຶດ​ຢາກ​ບໍ່​ມີ​ອັນຈະ​ກິນ.

ປະທານາທິບໍດີ Lee ​ເວົ້າວ່າ ການ​ສົ່ງ​ດາວ​ທຽມ​ທີ່​ວ່າ​ນີ້ ມີ​ແຕ່​ຈະ​ໂດດດ່ຽວ​ພຽງຢາງ​ ​ຈາກ​
ປະຊາ​ຄົມນາໆ​ຊາດ ຕື່ມອີກ​ເທົ່າ​ນັ້ນ.

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ວານ​ນີ້ ​ກະຊວງ​ການ​ຕ່າ​ງ
ປະ​ເທດ​ເກົາຫຼີ​ເໜືອໄດ້​ກ່າວ​ປ້ອງກັນ​ແຜນການ​ສົ່ງ​ດາວ​ທຽມ​ຂອງ​ຕົນ​ໂດຍ​ເວົ້າວ່າ ບໍ່​ຄວນ​
ຈະ​ຖື​ວ່າ ​ມັນ​ເປັນ​ການ​ລ່ວງ​ລະ​ເມີດ​ຕໍ່​ການ​ລົງ​ໂທດ​ທີ່​ຫ້າມ​ບໍ່ໃຫ້​ເກົາຫຼີ​ເໜືອ​ນຳ​ໃຊ້ເທັກ​ໂນ​
ໂລ​ຈີ​ລູກ​ສອນ​ໄຟ​ຂີ​ປະນາ​ວຸດ​ນັ້ນ.

ຖະ​ແຫຼງການ​ຂອງ​ພຽງ​ຢາງ​ກ່າວ​ຕື່ມ​ວ່າ ຕົນ​ຈະ​ບໍ່​ຍອມຍົກ​ເລີກ​ການ​ສົ່ງ​ດາວ​ທຽມ​ເດັດຂາດ ​
ໂດຍ​ເວົ້າວ່າ ກິດຈະກໍາ​ໃນ​ທາງ​ສັນຕິແບບ​ນີ້ແມ່ນເປັນ​ສິດທິ​ອັນ​ຖືກຕ້ອງຊອບ​ທຳຂອງ​ທຸກໆ

ປະ​ເທດທີ່​ມີ​ອະທິປະ​ໄຕ​ ​ແລະ​ມັນກໍ​ເປັນ​ສິ່ງ​ຈຳ​ເປັນ​ສຳ​ຫຼັບການພັດທະນາ​ເສດຖະກິດ​ຂອງ
ເກົາຫຼີ​ເໜືອ.

ເກົາຫຼີ​ເໜືອ​ຊຶ່ງ​ເປັນ​ປະ​ເທດ​ທີ່​ທຸກ​ຍາກ​ແລະ​ໂດດດ່ຽວ​ໃນ​ໂລກ​ນັ້ນ ​ໄດ້​ພະຍາຍາມມາ​ແລ້ວ 2 ​
ເທື່ອ ​ແຕ່​ບໍ່​ປະສົບ​ຄວາມສຳ​ເລັດ​ ໃນ​ການ​ສົ່ງ​ດາວ​ທຽມຂຶ້ນສູ່​ວົງ​ໂຄຈອນອ້ອມ​ໂລກ.