ສະມາຊິກ ສະພາສູງ ພັກເດໂມແຄຣັດ ອີກຄົນນຶ່ງ ຄັດຄ້ານ ຂໍ້ຕົກລົງນິວເຄລຍ ກັບ ອີຣ່ານ

ຊະມາຊິກ ຜູ້ແທນສະພາສູງ ພັກເດໂມແຄຣັດ ທ່ານ Robert Menendez ປະຈຳລັດ N.J. ກຳລັງຕອບຄຳຖາມນັກຂ່າວ.

ສະມາຊິກ​ສະພາ​ສູງພັກ​ເດ​ໂມ​ແຄຣັດ ທີ່​ມີ​ຊື່ສຽງ​ອີກ​ຄົນ​ນຶ່ງ ກ່າວ
​ວ່າ ທ່ານ​ຈະ​ລົງ​ຄະ​ແນນ​ສຽງ​ ຄັດຄ້ານ​ຂໍ້​ຕົກລົງ​ນິວ​ເຄລຍກັບ​
ອີຣ່ານ ທີ່​ເຮັດ​ໃຫ້​ການຮັບຮອງເອົາ ຢູ່ໃນລັດຖະສະພາ ​ເບິ່ງຄືວ່າ
ຈະ​ມີຄວາມບໍ່ແນ່ນອນ​ຫລາຍ​ຂຶ້ນ.

ສະມາ​ຊິ​ກສະພາ​ສູງ Robert Mendez ​ຈາກ​ລັດ New Jersey
ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ໃນວັນ​ອັງຄານ​ວານ​ນີ້​ ທີ່ຫ້ອງ​ປະຊຸມ​ມະ
ຫາ​ວິທະຍາ​ໄລ Seton Hall ວ່າ ທ່ານ​ເຊື່ອ​ວ່າ ຂໍ້​ຕົກລົງ​ນີ້ຈະ​ປ່ອຍ
​ໃຫ້​ອີຣ່ານ ມີໃນອັນ​ທີ່​ທ່ານ​ຮ້ອງ​ວ່່າ “​ອົງປະກອບຫຼັກດ້ານໂຄງລ່າງ​
ນິວເຄລຍທີ່ເຂັ້ມແຂງ​.”

ທ່ານ Menendez ​ໄດ້​ກ່າວວ່າ “ຖ້າ​ຫາກ​ວ່າອີຣ່ານ ຈະໄດ້ລະ​ເບີດ​ນິວ​ເຄລຍ ມາ ມັນ​ຈະ​ບໍ່
​ມີ​ຊື່​ຂ້າພະເຈົ້າຢູ່ນຳ​. “ຂ້າພະ​ເຈົ້າຈະ​ລົງ​ຄະ​ແນນ​ສຽງ​ບໍ່​ໃຫ້ການອະ ນຸມັດຕໍ່ຂໍ້​ຕົກລົງນີ້ ​ແລະ
ຖ້າ​ຫາກມີ​ການ​ຂໍຮ້ອງຈະ​ລົງ​ຄະແນນ​ສຽງເພື່ອລົບລ້າງ ການ​ໃຊ້ສິດຍັບ​ຢັ້ງ​ຂອງປະ​ທາ​ນາ
​ທິບໍດີ.

ທ່ານ Menendez ກ່າວ​ວ່າ ປະທານາທິບໍດີ Barack Obama ແມ່ນຜິດ​ພາດ​ເວລາ​ທ່ານ
​ກ່າວ​ວ່າ ຂໍ້​ຕົກ​ລົງນີ້​ຈະ​ຢຸດ​ໂຄງການ​ນິວ​ເຄລຍອີຣ່ານ ຢ່າງ​ເປັນການຖາວອນ. ສະມາຊິກ
​ສະພາ​ສູງ​ Menendez ກ່າວ​ວ່າ ອີຣ່ານ ​ໄດ້​ລະເມີດໃນ​ຄຳ​ໝັ້ນ​ສັນຍາ​ທີ່​ຜ່ານ​ມາ​ ເພື່ອປະ ຖິ້ມ​ຄວາມ​ກະຕືລື​ລົ້ນ​ກັບ​ນິວ​ເຄລຍ ຂອງ​ຕົນ.

ທ່ານ​ຍັງ​ກ່າວ​ອີກ​ວ່າ ຂໍ້​ຕົກລົງນີ້​ພຽງ​ແຕ່ຫລຸດໂຄງ​ຮ່າງ​ນິວ​ເຄລຍອີຣ່ານລົງເທົ່ານັ້ນ ​ແຕ່ບໍ່​
ໄດ້​ທັບ​ມ້າງໂຄງການດັ່ງກ່າວ.

ຜູ້ແທນສະພາສູງ ພັກເດໂມແຄຣັດ ທ່ານ Chuck Schumer ຖືກສອບຖາມໂດຍບັນດານັກຂ່າວ

ໃນ​ເດືອນ​ແລ້ວ​ນີ້ ສະມາຊິກ​ສະພາ​ສູງ ທ່ານ Chuck Schumer ທີ່ຢູ່​ຕຳແໜ່ງ ສູງ​ສຸດ​ອັນ​ດັບ​ສາມ​ຂອງ​ພັກເດໂມ​ແຄຣັດ ກ່າວ​ວ່າ ທ່ານ​ຈະ​ລົງ​ຄະ​ແນນ​ສຽງ​ຄັດ
ຄ້ານຕໍ່ຂໍ້​ຕົກລົງ​ນິວ​ເຄລຍນີ້ ​ແລະ​ຈະ​ພະຍາຍາມ​ຊັກ​ຊວນ​ບັນດາ​ສະມາຊິ​ກສະຖາ ສູງຄົນ​ອຶ່ນໆໃຫ້ປະຕິບັດດັ່ງດຽວກັບ​ທ່ານ.

ປະທານາທິບໍ ​ດີ Obama ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່​ຈະ​ໃຊ້ຢັບຢັ້ງ ຖ້າ​ຫາກ​ສະພາ​ຕໍ່າ ​ແລະ​ສະພາ​ສູງ ລົງ​ຄະ​ແນນ​ຄັດຄ້ານ ຕໍ່​ຂໍ້​ຕົກລົງ​ນິວ​ເຄລຍ​ ໃນ​ເດືອນ​ໜ້າ​ນີ້. ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອ​ວ່າ ​ລັດຖະສະພາ​ ມີຄະ​ແນນ​ສຽງ​ພຽງພໍຫຼືບໍ່ ທີ່​ຈະ​ເອົາ​ຊະນະ ການໃຊ້ສິດຢັບຢັ້​ງ​ຂອງປະທານາທິບໍດີ.

Your browser doesn’t support HTML5

US Iran Nuclear Deal