ພວກນັກປະທ້ວງຈຳນວນຫຼາຍຮ້ອຍຄົນ ພາກັນເດີນຂະບວນປະທ້ວງ ໃນທົ່ວປະເທດ
ເພື່ອຕໍ່ຕ້ານລັດຖະບານຂອງທ່ານ Trump ໃນຊ່ວງວັນພັກຊອງລັດຖະບານກາງ
ທີ່ເອີ້ນວ່າວັນປະທານາທິບໍດີນັ້ນ.
ການປະທ້ວງ ທີ່ເອີ້ນວ່າ “ທ່ານບໍ່ແມ່ນປະທານາທິບໍດີຂອງພວກຂ້ອຍ” ໄດ້ອອກມາຮວມ
ຕົວກັນ ໃນທົ່ວປະເທດ ເພື່ອສົ່ງເສີມຜູ້ຄົນທີ່ມີສີຜີວ ພວກຄົນເຂົ້າເມືອງ ຊາວມຸສລິມ ແລະ
ພວກແຮງງານ ພວກຮັກຮ່ວມເພດ ແລະພວກທີ່ຍາກຈົນ.
ການເດີນຂະບວນທີ່ວ່ານີ້ ມີຂຶ້ນຈາກນະຄອນ Boston ໄປຈົນເຖິງນະຄອນ Seattle
ບ່ອນທີ່ພວກປະທ້ວງ ໄດ້ກ່າວວ່າ ພວກເຂົາເຈົ້າຫວັງວ່າຈະຈັດໃຫ້ເປັນ “ວັນຕໍ່ຕ້ານທ່ານ
Trump” ຊຶ່ງເມືອງຕ່າງໆດັ່ງກ່າວ ຂອງລາຍການ “ທ່ານບໍ່ແມ່ນປະທານາທິບດີຂອງ
ພວກຂ້ອຍ”ທີ່ຈັດລົງໃນ Facebook ທີ່ຈະແດງໃຫ້ເຫັນຢ່າງນ້ອຍ 30 ເມືອງ ບ່ອນທີ່
ພວກປະທ້ວງທີ່ມີແຮງດົນບັນດານໃຈມາຈາກ ຂະບວນການລະດັບຊາດ ຂອງພວກ
ທີ່ເອີ້ນວ່າ ຍິງຮ້າຍຊາຍຊົ່ວ ໄດ້ຈັດຂຶ້ນ.
ເຊີນຊົມ: ການປະທ້ວງ ທີ່ເອີ້ນວ່າ “ທ່ານບໍ່ແມ່ນປະທານາທິບດີຂອງພວກຂ້ອຍ”
Your browser doesn’t support HTML5
'Not My President Day' Rally in DC
ນະຄອນນິວຢອກ ມີພວກນັກປະທ້ວງຈຳນວນຫຼາຍຮ້ອຍຄົນ ໄດ້ພາກັນເດີນຂະບວນເປັນ
ແຖວຍາວຢຽດ ທີ່ວັດໄດ້ປະມານ 8 ຮ່ອມ ໃກ້ໆກັບຕຶກໂຮງແຮມນາໆຊາດຂອງທ່ານ
Trump. ພວກທີ່ວາງແຜນຈັດການຂອງການປະທ້ວງໄດ້ກ່າວໃນ Facebook ວ່າ “ທ່ານ Donald Trump ແມ່ນປະທານາທິບໍດີຂອງພວກເຮົາຢ່າງແທ້ຈິງກໍຕາມ ແຕ່ຄວາມຈິງ
ເພິ່ນໂຈມຕີໃນທຸກໆຄຸນຄ່າຂອງປະຊາຊົນຜູ້ອາໄສໃນນະຄອນ ນິວຢອກ ແລະບໍ່ໄດ້
ເປັນຕົວແທນຂອງຜົນປະໂຫຍດຂອງພວກເຮົາ.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ພວກປະທ້ວງ ໃນໂຮງການເມືອງຂອງນະຄອນ Los Angeles, 20 ກຸມພາ 2017.