ຜູ້ແທນທະຫານຂັ້ນສູງຂອງຈີນ ຢ້ຽມຢາມເກົາຫລີເໜືອ

  • ບົວສະຫວັນ

ການສະແດງ “ອາຣີດັງ” ຫລື ການສະແດງກາຍຍະກໍາ ແລະ ສິນລະ ປະອັນຫຍິ່ງໃຫຍ່ ທີ່ນະຄອນຫລວງພຽງຢາງ ໃນວັນເສົາທີ 23 ຕຸລາ 2010.

ຄະນະ​ຜູ້​ແທນ​ທີ່​ປະກອບ​ດ້ວຍເຈົ້າໜ້າທີ່ທະຫານຂັ້ນສູງ​ຂອງ​ຈີນຄະນະ​ນຶ່ງ ​ໄດ້​ໄປ​ເຖິງເກົາຫລີ
ເໜືອ ​ໃນ​ວັນເສົາ​ວານນີ້ ​ເພື່ອ​ທຳ​ການ​ຢ້ຽມຢາມ ​ເປັນ​ເວລາ 4 ວັນ​ ເພື່ອຮັດ​ແໜ້ນຄວາມ
ສໍາພັນ​ສອງ​ຝ່າຍ​.

ຄະນະ​ຜູ້​ແທນທີ່​ນໍາ​ພາໂດຍ ທ່ານ​ນາຍ​ພົນ Guo Boxiong, ຮອງປະທານຄະນະ​ກໍາມະ
ການ​ກາງຂອງກອງທັບປະ​ຈໍາ​ນະຄອນຫລວງ​ປັກ​ກິ່ງ ​ໄດ້ຮັບ​ການຕ້ອນຮັບຈາກ​ບັນດາເຈົ້າ
ໜ້າທີ່ທະຫານຂັ້ນສູງ​ ຂອງເກົາ​ຫລີ​ເໜືອຫລາຍ​ທ່ານ ​ທີ່​ເດີ່ນ​ບິນນະຄອນຫລວງພຽງຢາງ.

ຈາກ​ນັ້ນ​ ເຈົ້າໜ້າທີ່ທະຫານຂັ້ນສູງ​ຂອງຈີນ ໄດ້​ໄປ​ເຂົ້າຮ່ວມງານ​ລ້ຽງຮັບຮອງ ​ແລະຊົມການ
ສະ​ແດງ​ທີ່​ເອີ້ນ​ວ່າ “ອາຣີດັງ” ຫລືການສະ​ແດງກາຍຍະກໍາ ​ແລະ ສິນລະປະອັນ​ຫຍິ່ງ​ໃຫຍ່
ຮ່ວມກັບ​ທ່ານກິມຢົງ​ນໍາ, ປະທານ​ບໍລິຫານສູງ​ສຸດຂອງສະພາ​ແຫ່ງ​ຊາດ​ເກົາ​ຫລີ​ເໜືອ.

ການ​ສະ​ແດງ​ດັ່ງກ່າວ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການລະ​ນຶກ​ເຖິງ​ວັນ​ຄົບ ຮອບ 60 ປີ ທີ່ກອງ​
ທະຫານ​ຈີນ​ໄດ້​ເຂົ້າຮ່ວມ​ໃນສົງຄາມ​ເກົາຫລີ.

ຈີນ​ທີ່​ໄດ້ໃຫ້ຄວາມຊ່ວຍ​ເຫລືອແກ່​ຝ່າຍ​ເກົາຫລີ​ເໜືອ​ ໃນ​ລະຫວ່າງ​ສົງຄາມ​ ​ໃນຊຸມ​ປີ 1950
-53 ນັ້ນ ປັດຈຸບັນເປັນ​ປະ​ເທດ​ທີ່​ໃຫ້ການ​ສະໜັບສະໜູນຕົ້ນຕໍ​ແກ່ລັດຖະບານ​ພຽງຢາງ ທັງ
ທາງ​ດ້ານ​ເສດຖະກິດ ​ແລະ ດ້ານການ​ທູດ.

ການ​ຢ້ຽມຢາ​ມ​ໃນ​ຄັ້ງນີ້ຂອງ​ຄະນະເຈົ້າໜ້າທີ່​ທະຫານ​ຈີນ ​ມີ​ຂຶ້ນ​ໃນ​ຂະນະທີ່ຜູ້ນໍາ​ເກົາຫລີ​ເໜືອ
ທ່ານກິມຈົງ​ອິລ ກຳລັງ​ກະກຽມເອົາທ້າວ​ກິມຈົງ​ອຸນ ​ລູກ​ຊາຍ​ຫລ້າ​ຂອງ​ທ່ານ ຂຶ້ນກຳ​ອໍານາດ
ຕໍ່​ຈາກ​ທ່ານ.