ບັນດາເຈົ້າໜ້າທີ່ດັບໄຟຢູ່ພາກເໜືອລັດຄາລີຟໍເນຍ ກ່າວວ່າ ຄົນຂັບລົດດຸດຜູ້ນຶ່ງ ໄດ້
ເສຍຊີວິດ ແລະພວກດັບໄຟອີກສາມຄົນໄດ້ຮັບບາດເຈັບ ໃນການຕໍ່ສູ້ກັບໄຟໄໝ້ປ່າທີ່
ກຳລັງລາມອອກ.
ທ່ານສະກັອຕ ແມັກລີນ ໂຄສົກຄົນນຶ່ງຂອງໜ່ວຍມອດໄຟ ທີ່ກຳລັງຕໍ່ສູ້ກັບໄຟປ່າຢູ່ໃນ
ຂົງເຂດກ່າວວ່າ ໄຟ “ກຳລັງໄໝ້ທຸກສິ່ງທຸກຢ່າງທີ່ຢູ່ເສັ້ນທາງຂອງມັນ."
ໄຟໄໝ້ປ່າຢູ່ຕາມທາງຮາຍເວ 299 ໃນເມືອງເຣດດິງ ລັດຄາລິຟໍເນຍ ວັນທີ 26 ກໍລະກົດ 2018.
ໃນຂະນະທີ່ໄຟປ່າກຳລັງໄໝ້ຢູ່ ທັງໃນພາກເໜືອ ແລະພາກໃຕ້ຂອງລັດຄາລິຟໍເນຍ ບັນ
ດາເຈົ້າຂອງເຮືອນຊານໄດ້ຖືກບັງຄັບໃຫ້ຫລົບໜີອອກຈາກບ້ານເຮືອນເຂົາເຈົ້າ ໃນຂະ
ນະທີ່ໄຟຂົ່ມຂູ່ ທີ່ຈະໄໝ້ລາມໃສ່ເຄຫາສະຖານຕ່າງໆ.
ເຮືອນຫຼາຍສິບຫຼັງໄດ້ຮັບເຄາະຮ້າຍຈາກໄຟປ່າຄັ້ງໃຫຍ່ ໃນຂະນະທີ່ບ້ານເຮືອນຈຳນວນ
ນຶ່ງ ໄດ້ລອດມາໄດ້ຢ່າງມະຫັດສະຈັນ.
ຫົວໜ້າດູແລສວນສາທາລະນະ ລັດຄາລີຟໍເນຍ ທ່ານລໍຣີ ມາຣຕິນ ກຳລັງເບິ່ງອາຄານທີມີປະວັດ ເກົ່າແກ່ ໃນເມືອງຊາສຕາ ລັດຄາລີຟໍເນຍ ວັນທີ 26 ກໍລະກົດ 2018.
ຜູ້ປົກຄອງລັດຄາລີຟໍເນຍ ທ່ານແຈຣີ ບຣາວນ໌ ໄດ້ປະກາດພາວະສຸກເສີນ ຢູ່ໃນທັງສອງ
ເຂດຂອງລັດ.
ພວກເຈົ້າໜ້າທີ່ສົງໄສວ່າ ມີການວາງເພີງ ຢູ່ທາງພາກໃຕ້ລັດຄາລີຟໍເນຍ ທີ່ພາໃຫ້ເກີດ
ໄຟໄໝ້ ແລະໄດ້ຈັບຜູ້ພາສ
ຕ້ອງສົງໄສຄົນນຶ່ງແລ້ວ.
Your browser doesn’t support HTML5
California Wildfires