ບັນດາເຈົ້າໜ້າທີ່ ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ເລີ້ມຕົ້ນຄືນ
ການເຈລະຈາ ມາຣາທ້ອນ ເມື່ອຕອນບ່າຍວັນອາທິດມື້ນີ້ ໃນ
ຄວາມຮີບດ່ວນ ເພື່ອຫລີກລ່ຽງສົງຄາມ ໃນແຫຼມເກົາຫຼີ.
ການເຈລະຈາໃນຂັ້ນຕົ້ນ ທີ່ໄດ້ເລີ້ມຂຶ້ນໃນວັນເສົາວານນີ້
ແລະໄດ້ຍຸດຕິລົງ ພາຍໃນ 10 ຊົ່ວໂມງຕໍ່ມາ ໃນຕອນເຊົ້າ
ວັນອາທິດມື້ນີ້. ບັນດາເຈົ້າໜ້າທີ່ດັ່ງກ່າວ ບໍ່ໄດ້ໃຫ້ຄຳເຫັນ
ທີ່ເປີດເຜີຍຕໍ່ສາທາລະນະຊົນ ກ່ຽວກັບການປຶກສາຫາລືກັນ
ແລະ ບໍ່ມີລາຍລະອຽດໃດໆວ່າ ການເຈລະຈາກັນນັ້ນ ມີຄວາມ
ກ້າວໜ້າໃດໆ ຫຼືວ່າ ພວກເຂົາເຈົ້າຈະສືບຕໍ່ເຈລະຈາກັນອີກ
ດົນປານໃດ.
ກອງປະຊຸມລະດັບສູງ ໄດ້ເລີ້ມຂຶ້ນ ທີ່ບ້ານຢຸດຍິງ ປັນມຸນຈອມເຖິງ ແມ່ນວ່າ ພຽງຢາງ ໄດ້
ກຳນົດ ວັນເສັ້ນຕາຍ ທີ່ຕົນຂົ່ມຂູ່ວ່າ ຈະປະບັດການທະຫານ ເວັ້ນເສຍແຕ່ ໂຊລຈະຢຸດ
ເຊົາການໂຄສະນາ ຊວນເຊື່ອ ຕໍ່ຕ້ານພຽງຢາງ ດ້ວຍທາງໂທລະໂຄ່ງ ເຂົ້າໄປໃນປະເທດ
ຄອມມິວນິສເໜືອ ແລະ ໃຫ້ຍົກຍ້າຍພວກລຳໂພງ ຊຶ່ງຕິດຕັ້ງຢູ່ຕາມຊາຍແດນນັ້ນ ອອກໄປ.
ຫົວໜ້າ ຄວາມໝັ້ນຄົງແຫ່ງຊາດ ເກົາຫຼີໃຕ້ ທ່ານ Kim Kwan-jin (ຂວາ) ແລະ ລັດຖະມົນຕີ ປອງດອງຊາດ ເກົາຫຼີໃຕ້ ທ່ານ Hong Yong-pyo (ຜູ້ທີສອງຈາກຂວາ) ຈັບມືກັບ ທ່ານ Hwang Pyong So (ຊ້າຍ) ເຈົ້າໜ້າທີ່ກົມການເມືອງຂັ້ນສູງ ຂອງກອງທັບບົກເກົາຫຼີເໜືອ ແລະ ທ່ານ Kim Yang Gon, ເຈົ້າໜ້າທີ່ອະວຸໂສ ທີ່ຮັບຜິດຊອບ ກິດຈະການ ສຳຫລັບ ເກົາຫຼີໃຕ້, ໃນລະຫວ່າງພົບປະກັນ ຢຸ່ທີ່ Paju, ເກົາຫຼີໃຕ້, ວັນທີ 22 ສິງຫາ 2015.
ເສັ້ນຕາຍໄດ້ຜ່ານພົ້ນໄປ ໂດຍປາດສະຈາກເຫດການໃດໆເກີດຂຶ້ນ ແລະ ປາດສະຈາກ ການຍົກຍ້າຍອອກຂອງພວກລຳໂພງໃຫຍ່ ແລະ ການເຈລະຈາ ໄດ້ເລີ້ມຕົ້ນຂຶ້ນ 90 ນາທີ ຕໍ່ມາ ໃນເວລາ 6 ໂມງແລງຕາມເວລາໃນທ້ອງຖິ່ນ.
ຢູ່ໃນວໍຊິງຕັນ ບັນດາເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຮັບການລາຍງານຄວາມຄືບໜ້າກ່ຽວກັບສະຖານະການດັ່ງກ່າວ ໃນແຫຼມເກົາຫຼີ. ໂຄສົກທຳນຽບຂາວ ທ່ານນຶ່ງ ກ່າວວ່າ “ດັ່ງທີ່ກະຊວງການຕ່າງປະເທດ ໄດ້ກ່າວໄປ
ແລ້ວວ່າ ພວກເຮົາຍັງຄົງຢຶດໝັ້ນ ໃນຄວາມໝັ້ນໝາຍຂອງພວກເຮົາ ຕໍ່ຄວາມສຳ
ພັນຂອງພວກເຮົາກັບເກົາຫຼີໃຕ້ ຊຶ່ງພວກເຮົາຈະສືບຕໍ່ປະສານງານຮ່ວມກັນຢ່າງ
ໃກ້ຊິດໄປເລື້ອຍໆ.”
ຊາວເກົາຫຼີໃຕ້ ພາກັນເບິ່ງ ໂທລະພາບ ທີ່ຖ່າຍທອດ ພາບຂອງຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un, ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ, ວັນທີ 21 ສິງຫາ 2015.
ເຖິງແມ່ນວ່າ ໂດຍປາດສະຈາກຜົນທີ່ຊັດແຈ້ງກໍຕາມ ແຕ່ບັນດານັກວິເຄາະ ກໍກ່າວວ່າ ການເຈລະຈາມາຣາທອນ ໄດ້ຖ່ວງດຶງເວລາ ກິດຈະກຳທາງດ້ານທະຫານອອກໄປຕື່ມອີກ ແລະ ໄດ້ອຳນວຍ ເວລາຕື່ມອີກໃຫ້ແກ່ເກົາຫຼີທັງສອງຝ່າຍ ຫາທາງຍຸດຕິຕໍ່ວິກິດການໃນປັດຈຸບັນນີ້ ດ້ວຍສັນຕິວິທີ.
ຊາຍຄົນນຶ່ງ ນັ່ງຢູ່ໃຕ້ ປ້າຍໂຄສະນາ ຊວນເຊື່ອ ໃນນະຄອນພຽງຢາງ ປະເທດເກົາຫຼີເໜືອ, ວັນທີ 23 ສິງຫາ 2015.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທ່ານນາງ Park Geun-hye ປະທານາທິບໍດີ
ເກົາຫຼີໃຕ້ ທ່ານ Kim Kwan-jin ແລະ ລັດຖະມົນຕີ ປອງດອງຊາດ ທ່ານ Hong
Yong-pyo ໄດ້ພົບປະກັບ ບັນດາຄູ່ຕຳແໜ່ງຈາກເກົາຫຼີເໜືອ ຢູ່ທີ່ ປານມູນຈອມ ໃນເຂດ
ປອດອາວຸດ ຫຼື DMZ ທີ່ເປັນເຂດແບ່ງແຍກສອງປະເທດນັ້ນ.
ພົນລະເມົືອງທີ່ອາໄສ ຢູ່ໃນໝູ່ບ້ານ ເຂດຊາຍແດນ ກຳລັງ ຍົກຍ້າຍ ອອກຈາກສະຖານທີ່ຫລີ້ໄພ ບໍ່ໄກຈາກເຂດປອດທະຫານ ທາງພາກໃຕ້ ທີ່ແບ່ງແຍກ ສອງເກົາຫຼີ ນັ້ນ, ໃນເມືອງ Yeoncheon, ເກົາຫຼີໃຕ້, ວັນທີ 22 ສິງຫາ 2015.
Your browser doesn’t support HTML5
Koreas Tension