ເກົາຫຼີເໜືອ ແລະເກົາຫຼີໃຕ້ ມີຄວາມຫວັງໄປໃນແງ່ດີ ຂະນະທີ່ ການສົນທະນາເລີ້ມຂຶ້ນ

ທ່ານ Wwang Boogi (ທີສອງຈາກຊ້າຍ) ຮອງລັດຖະມົນຕີ ທ້ອນໂຮມຊາດເກົາຫລີໃຕ້ ແລະຫົວໜ້າ ເຈລະຈາລະດັບສູງ ໂອ້ລົມກັບຄູ່ຕຳແໜ່ງ ຝ່າຍເກົາຫລີເໜືອ ທ່ານ Jon Jong Su.

ເກົາຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້ ​ໄດ້​ເປີດ​ການ​ໂອ້ລົມສົນທະນາ
​ກັນ​ໃນ​ລະດັບ​ສູງ ​ເປັນ​ເທື່ອ​ທຳ​ອິດ​ ​ໃນ​ຮອບເກືອບ​ສອງ​ປີ ຊຶ່ງ​
ທັງ​ສອງ​ຝ່າຍ ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ ທີ່​ຈະ​ປັບ
​ປຸງຄວາມສຳພັນ​ທີ່​ໄດ້​ຊຸດ​ໂຊມ​ມາ​ເປັນ​ເວລາ​ດົນນານ​ແລ້ວນັ້ນ.

ການ​ປະຊຸມ​ລະດັບຮອງລັດຖະມົນຕີ ​ໄດ້​ຈັດ​ຂື້ນໃນ​ວັນ​ສຸກ​ມື້​ນີ້
ທີ່ເຂດ​ອຸດສາ​ຫະກໍາ​ຮ່ວມ Kaeson ​ຢູ່ທາງ​ເໜືອ ​ຂອງ​ເຂດ​
ປ​ອດທະຫານຂຶ້ນໄປ​ໜ້ອຍ​ນຶ່ງທີ່​ແບ່ງ​ແຍກ​ສອງ​ປະ​ເທດອອກ​
ຈາກ​ກັນນັ້ນ.

ຮອງລັດຖະມົນຕີທ້ອນ​ໂຮມ​ຊາດຂອງ​ເກົາຫຼີ​ໃຕ້ ທ່ານ Hwang
Boo-gi ​ແລະ​ຄູ່​ຕຳ​ແໜ່ງ​ຝ່າຍ ເກົາຫລີ​ເໜືອ ທ່ານ Jon Jong Su ​ໄດ້​ສະແດງ​ຄວາມ​
ຫວັງ​ໄປ​ໃນ​ທາງທີ່​ດີ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຈັບ​ມື​ກັນໃນຕອນເລີ້ມ​ຕົ້ນ​ຂອງ​ການ​ສົນທະນາ​.

ທ່ານ Hwang ກ່າວ​ວ່າ “​ເວລາ​ພວ​ກ​ເຮົາ ເອົາ​ບາດກ້າວ​ທຳ​ອິດ ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ
ທີ່​ຈະ​ຕ້ອງ​ຍ່າງ​ໃຫ້​ຊື່ໆ. ຈົ່ງ​ມາ​ເອົາບາດ​ກ​ກ້າວ​ທີ່​ຖືກຕ້ອງສຳ​ລັບ​ເສັ້ນທາງ​ທຳ​ອິດເພື່ອ​ໃຫ້​
ພວກ​ເຮົາສາມາດ​ເປີດ​ຊ່ອງ​ທາງ​ໄປ​ສູ່​ການທ້ອນ​ໂຮມຊາດ.”

Your browser doesn’t support HTML5

Koreas Talks

ທ່ານ Jon ​ໄດ້​ຕອບ​ວ່າ “ຄວາມ​ບໍ່​ໄວ້​ເນື້ອ​ເຊື່ອ​ໃ​ຈ ແລະ​ການ​ປະ​ເຊີນ​ໜ້າ​ກັນນັ້ນ​ໄດ້​ລົງ​ເລິກ ​ແລະ​ກຳ​ແພງກັ້ນ​ລະຫວ່າງ​ພວກ​ເຮົາ ​ແມ່ນ​ໄດ້ສູງ​ຂື້ນ. ຈົ່ງ​ມາ​ທັບ​ມ້າງ​ສິ່ງ​ກີດ​ກັ້ນ​

ນັ້ນ ​ແລະແຜ້ວ​ທາງ​ໄປ​ສູ່​ການ​ທ້ອ​ນ​ໂຮ​ມຊາດ.”

ການສົນທະນາ​ຫາລື​ນີ້ໄດ້​ຕົກລົງ​ກັນ​ໃ​ນ​ເດືອນ​ສິງຫາຜ່ານ​ມາ ອັນ​ເປັນ​ພາກສ່ວນນຶ່ງຂອງ​
ຂໍ້ຕົກລົງ ທີ່ໄດ້​ເຮັດ​ໃຫ້ການ​ປະ​ເຊີນ​ໜ້າ ​ກ່ຽວ​ກັບອຸບັດ​ເຫດ​ ລະ​ເບີດຝັງ​ດິນ ທີ່​ເຮັດ​ໃຫ້​ທະ ຫານເກົາຫລີ​ໃຕ້​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ຢູ່ໃກ້​ກັບ​ຊາຍ​ແດນນັ້ນ ສິ້ນສຸດ​ລົງ.