ເກົາຫຼີເໜືອ ແລະ ໃຕ້ ຍິງຕອບໂຕ້ກັນ ໃນເຂດປອດທະຫານ ແຕ່ບໍ່ມີລາຍງານ ການບາດເຈັບ ຫຼື ເສຍຊີວິດ

ແມ່ຍິງຄົນນຶ່ງ ຍ່າງກາຍຈໍໂທລະພາບ ທີ່ສະແດໃຫ້ເຫັນຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກັບນ້ອງສາວ ທ່ານນາງ ກິມ ໂຢ ຈອງ ໃນລະຫວ່າງລາຍງານຂ່າວ ຢູ່ສະຖານີລົດໄຟໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, 2 ພຶດສະພາ, 2020.

ເກົາຫຼີເໜືອ ໄດ້ຍິງປືນຫຼາຍລູກຖືກປ້ອມຍາມ ເກົາຫຼີໃຕ້ ທີ່ຕັ້ງຢູ່ເຂດຊາຍແດນ ທີ່ມີການປ້ອງກັນເປັນຢ່າງສູງ ເຊິ່ງແຍກສອງປະເທດດັ່ງກ່າວ ອອກຈາກກັນ, ອີງຕາມການກ່າວຂອງກອງທັບ ໂຊລ ເມື່ອວັນອາທິດວານນີ້.

ບໍ່ມີຜູ້ບາດເຈັບຫຼືເສຍຊີວິດ ແລະ ຄວາມເສຍຫາຍຢູ່ຟາກຂອງ ເກົາຫຼີໃຕ້, ແຕ່ ກອງທັບ ໂຊລ ໄດ້ຍິງຕອບໂຕ້ຄືນ ແລະ ໄດ້ປະກາດຄຳເຕືອນ ໃນທົ່ວເຂດ ຊາຍແດນ, ອີງຕາມເສນາທິການຮ່ວມຂອງ ເກົາຫຼີໃຕ້.

ມັນບໍ່ຈະແຈ້ງວ່າແມ່ນຫຍັງທີ່ເຮັດໃຫ້ ເກົາຫຼີເໜືອ ຍິງປືນໃສ່, ເຊິ່ງ ເກົາຫຼີໃຕ້ ໄດ້ກ່າວວ່າເລີ່ມຂຶ້ນຕອນເຊົ້າ 7 ໂມງ 41 ນາທີຕາມເວລາໃນທ້ອງຖິ່ນ. ເກົາ ຫຼີເໜືອ ບໍ່ໄດ້ໃຫ້ຄຳເຫັນ ກ່ຽວກັບ ເຫດ ການດັ່ງກ່າວ.

ຫຼາຍຊົ່ວໂມງຫຼັງເຫດການນັ້ນ, ບັນດາເຈົ້າໜ້າທີ່ກອງທັບ ເກົາຫຼີໃຕ້ ໄດ້ກ່າວວ່າ ເຂົາເຈົ້າເຊື່ອວ່າ ການຍິງປືນຂອງ ເກົາຫຼີເໜືອ ບໍ່ແມ່ນຄວາມຕັ້ງໃຈ. ມັນບໍ່ແນ່ ນອນໃນທັນທີ່ວ່າ ເຂົາເຈົ້າໃຫ້ຄຳສະຫຼຸບນັ້ນໄດ້ແນວໃດ.

ກອງບັນຊາການສະຫະປະຊາຊາດ ຫຼື UNC ທີ່ນຳພາໂດຍ ສະຫະລັດ, ເຊິ່ງ ເປັນກອງທະຫານທີ່ຄວບຄຸມເຂດປອດທະຫານຫຼື DMZ, ໄດ້ກ່າວຕໍ່ ວີໂອເອ ວ່າເຂົາ ເຈົ້າຮູ້ “ກ່ຽວກັບ ເຫດການທີີ່ຖືກລາຍງານນັ້ນ ໄດ້ເກີດຂຶ້ນຢູ່ພາຍໃນ ຂອບເຂດຂອງເຂດປອດທະຫານໃນຕອນເຊົ້າມື້ນີ້.”

ພັນເອກ ລີ ປີເຕີສ໌, ຜູ້ອຳນວຍການດ້ານກິດຈະການສາທາລະນະ UNC ໄດ້ ກ່າວໂດຍໃຊ້ຊື່ຫຍໍ້ສຳລັບ ສາທາລະນະລັດ ເກົາຫຼີ, ເຊິ່ງແມ່ນຊື່ທາງການຂອງ ເກົາຫຼີໃຕ້ວ່າ “UNC ແມ່ນກຳລັງຮ່ວມມືກັບເສນາທິການຮ່ວມຂອງ ROK ເພື່ອ ປະເມີນ ແລະ ສືບຕໍ່ຕິດຕາມເຫດການນັ້ນ. UNC ຈະດຳ ເນີນການສືບສວນ ທີ່ຮອບຄອບໄວສຸດມື້ອື່ນ (ເຊິ່ງແມ່ວັນຈັນທີ 4 ພຶດສະພາມື້ນີ້) ເພື່ອພິຈາລະ ນາ ວ່າມັນມີການລ່ວງລະເມີດຂໍ້ຕົກລົງສະຫງົບເສິກຫຼືບໍ່, ແລະ ຈະສະໜອງການ ລາຍງານໃຫ້ບັນດາເຈົ້າໜ້າທີ່ຢ່າງເໝາະສົມ ເມື່ອມັນແລ້ວສຳເລັດ.”

ໃນການກ່າວຕໍ່ໂທລະພາບ ABC ໃນອາທິດທີ່ຜ່ານມາ, ລັດຖະມົນຕີການຕ່າງ ປະເທດ ທ່ານ ໄມຄ໌ ພອມພຽວ ເວົ້າວ່າ ການຍິງຕ່າງໆຄິດວ່າຈະເປັນ “ອຸບັດຕິ ເຫດ,” ໂດຍກ່າວຕື່ມວ່າ “ປັດຈຸບັນນີ້ພວກເຮົາສາມາດບອກໄດ້ວ່າ ມັນບໍ່ມີການ ສູນເສຍຊີວິດຢູ່ທັງສອງຝ່າຍ.”

ກອງທັບ ສະຫະລັດ ມີກຳລັງປະມານ 28,000​ ຄົນໃນ ເກົາຫຼີໃຕ້, ເຊິ່ງແມ່ນ ສ່ວນທີ່ເຫຼືອຈາກສົງຄາມ ເກົາຫຼີໃຕ້ ໃນຊຸມປີ 1950, ເຊິ່ງໄດ້ສິ້ນສຸດລົງດ້ວຍຂໍ້ ຕົກລົງສະຫງົບເສິກ, ບໍ່ແມ່ນສົນທິສັນຍາສັນຕິພາບ ຢ່າງເປັນທາງການ.

ອ່ານຂ່າວນີ້ເປັນພາສາອັງກິດ