ເກົາຫຼີເໜືອ ສ້າງວີດິໂອ ໄຟໃໝ້ເມືອງ ຢູ່ໃນ ສະຫະລັດ (ວີດິໂອ)

ພາບຈະຫລວດ Unha-3 ພຸ້ງຂຶ້ນຈາກຖານຍິງຈະຫລວດ Sohae ໃນເມືອງ Tongchang-ri ຂອງເກົາຫລີເໜືອໃນວັນທີ 12 ທັນວາ 2012 ທີ່ປະກົດໃຫ້ເຫັນໃນວີດິໂອ ຂອງເກົາຫລີເໜືອ ຊຶ່ງຖືກນຳ​ອອກ​ເຜີຍ​ແຜ່​​ໃນເວັບໄຊ Uriminzokkiri ໃນວັນທີ 2 ກຸມພາ 2013.

ໃນ​ຂະນະ​ທີມີຂ່າວເປັນລາງໆວ່າ ຈະມີການທົດລອງນີວເຄລຍ
ອີກຄັ້ງນຶ່ງຂອງ ເກົາຫລີເໜືອຢູ່ນັ້ນ, ເວັບໄຊ Uriminzokkiri ຊຶ່ງ ເປັນເວັບໄຊທາງການຂອງປະເທດດັ່ງກ່າວ ກໍໄດ້ນໍາເອົາວີດິໂອ
ທີ່ຜິດປົກກະຕິ ອອກ​ເຜີຍ​ແຜ່​ທາງຊ່ອງ YouTube ຂອງຕົນທີ່
ສະແດງໃຫ້ເຫັນສິ່ງທີ່ປະກົດວ່າ ແມ່ນເມືອງແຫ່ງນຶ່ງຂອງສະຫະ
ລັດລຸກ​ໄໝ້ເປັນແປວ​ໄຟ ລຸນຫລັງທີ່ໄດ້ຖືກໂຈມຕີຈາກທາງອາ
ກາດຊະນິດ​ໃດ​ຊະນິດ​ນຶ່ງ.

ວີດິໂອດັ່ງກ່າວ ໄດ້ຖືກດຶງອອກຈາກເວັບໄຊທີ່ອະນຸຍາດໃຫ້ຜູ້ຄົນ
ເບິ່ງທີ່ມີຄວາມນິຍົມກັນສູງດັ່ງກ່າວ ຊຶ່ງປະກົດວ່າ ຍ້ອນໄດ້ລະເມີດ
ກົດໝາຍລິຂະສິດ, ອີງຕາມຂໍ້ຄວາມທີ່ຂຽນຢູ່ໃນບ່ອນທີ່ມີວີດິໂອ
ດັ່ງກ່າວອອກຢູ່ນັ້ນ.

ວີດິໂອນັ້ນ ໄດ້ຖືກນຳ​ອອກ​ເຜີຍ​ແຜ່ໂດຍເວັບໄຊດັ່ງກ່າວໃນວັນທີ 2 ກຸມພາ ແລະເລີ້ມຕົ້ນ ໂດຍພາບຊາຍໜຸ່ມເກົາຫລີເໜືອຄົນນຶ່ງ ກໍາລັງນອນຫລັບຢ່າງສະບາຍຢູ່. ສ່ວນຕອນທີ່ ຍັງເຫລືອໃນວີດິໂອນັ້ນ ຊຶ່ງມີເພງແຕ່ງຂຶ້ນໃນປີ 1985 “We are the World” ປະກອບ ໄປນໍານັ້ນ ແມ່ນປະກົດວ່າເປັນການວາດ ພາບ ໃຫ້ເຫັນເຖິງຄວາມຝັນຂອງລາວ.

ສ່ວນໃຫຍ່ໃນວີດິໂອນັ້ນ ປະກອບມີການຕັດຕໍ່ສາກການຍິງຈະຫລວດຂອງເກົາຫລີເໜືອ ແລະການວາດພາບໃຫ້ເຫັນເຖິງຄວາມເພີ້ຝັນພາບນຶກຄິດທີ່ວ່າ ມີຍານອະວະກາດຂອງ ເກົາຫລີເໜືອໂຄຈອນຮອບໂລກຢູ່. ຢູ່ໃນອີກພາບນຶ່ງນັ້ນ ເຫັນຝຸງຄົນທີ່ມີຄວາມຊື່ນຊົມນໍາ ສິ່ງທີ່ປະກົດວ່າ ແມ່ນການທ້ອນໂຮມປະເທດ ເກົາຫລີ. ບໍ່ມີຄໍາບັນລະຍາຍໃດໆ ຢູ່ໃນວີດິ ໂອນັ້ນ ແຕ່ວ່າຫາກມີຂໍ້ຄວາມທີ່ ເລື່ອນຂຶ້ນລົງປະກົດໃຫ້ເຫັນຢູ່ເລື້ອຍໆ.

ຫລັງຈາກສາຍໄປເປັນເວລາປະມານສອງນາທີ ວີດິໂອກັບສະແດງໃຫ້ເຫັນພາບມືດ ໃນ ຂະນະທີ່ມີເມືອງແຫ່ງນຶ່ງທີ່ຄ້າຍຄືກັບນີວຢອກ ຫຸ້ມຫໍ່ດ້ວຍທຸງຊາດສະຫະລັດທີ່ຖືກເຜົາ ໄໝ້.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້

http://www.liveleak.com/ll_embed?f=51b576bd07e3