ການທ້າທາຍ ຂອງເກົາຫຼີເໜືອ ຕໍ່ກຳລັງໃນຂົງເຂດ ເຮັດໃຫ້ ພວກເຂົາເຈົ້າ ຕັດສິນໃຈຍາກ

ຊາວເກົາຫຼີໃຕ້ ຊົມລາຍການຂ່າວ ໂທລະພາບ ທີ່ມີຮູບພາບ ກ່ຽວກັບແຜນການຍິງຈະຫຼວດ ຂອງເກົາຫຼີເໜືອ ຂຶ້ນສູ່ອະວະ ກາດ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 3 ກຸມພາ 2016.

ການສະແຫວງຫາອາວຸດນິວເຄລຍ​ແບບທ້າທາຍຂອງເກົາຫຼີ
ເໜືອ ແມ່ນກຳລັງບັງຄັບ​ໃຫ້ບັນດາປະເທດໃນເອເຊຍຕາເວັນ
ອອກສຽງ​ເໜືອສະ ໜັບສະໜູນມາດຕະການລົງໂທດທີ່ບໍ່​ໄດ້
ຜົນ ຫຼື ​ໃນ​ທີ່​ສຸດ​ກໍຮັບຮູ້ວ່າ ເກົາ ຫຼີເໜືອວ່າ ເປັນປະເທດທີ່​ມີ
​ອາວຸດນິວເຄລຍ.

ການກະທຳ​ທີ່​ເຫັນ​ວ່າ​ເປັນ​ການ​ທ້າ​ທາຍ​ຄັ້ງຫຼ້າສຸດຂອງເກົາຫຼີ
ເໜືອມີ​ຂຶ້ນ ​ໃນ​ວັນ​ອັງຄານ​ຜ່ານ​ມານີ້ ເມື່ອພວກເຂົາເຈົ້າໄດ້
ປະກາດແຜນການທີ່ຈະສົ່ງ “ດາວທຽມສຳຫຼວດໂລກ” ຂຶ້ນສູ່
ອະ​ວະກາດ ໃນລະຫວ່າງວັນທີ 8 ຫາ 25 ກຸມພານີ້.

ປະຊາຊົນ ຢືນຊົມການຖ່າຍທອດສົດ ຂອງການກ່າວຖະແຫລງ ທີ່ກອງປະຊຸມຖະແຫລງຂ່າວ ຂອງປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye, ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 13 ມັງກອນ 2016.

ພຽງຢາງ ຢືນຢັນວ່າການສົ່ງຈະຫຼວດຂຶ້ນສູ່ອະວະກາດດັ່ງກ່າວ
ແມ່ນສ່ວນໜຶ່ງ ຂອງໂຄງການອະວະກາດ ທີ່​ມີ​ຈຸດປະສົງ​ໃນ​ທາງຂອງ​ຕົນ ແຕ່ກໍໄດ້ຖືກ
ປະນາມຢ່າງກວ້າງຂວາງວ່າ ເປັນການຫຼອກລວງມຸ່ງຮ້າຍ ເຊິ່ງຕັ້ງໃຈທີ່ຈະຫລົບຫຼີກການ
ຫ້າມຂອງອົງການສະຫະປະຊາຊາດ ຕໍ່ໂຄງການນິວເຄລຍ ແລະ ລູກສອນໄຟຂີປະນາວຸດ
ຂອງເກົາຫຼີເໜືອ.

ວໍຊິງຕັນ, ໂຊລ ແລະ ໂຕກຽວ ໄດ້ເຕືອນພຽງຢາງ ວ່າ ພວກເຂົາເຈົ້າຈະປະເຊີນໜ້າ ກັບ
ຜົນທີ່ຕາມມາຢ່າງຮ້າຍ​ແຮງ ຖ້າພວກເຂົາເຈົ້າຍັງ​ສືບ ຕໍ່ດຳເນີນການ ກ່ຽວ​ກັບແຜນການ
ສົ່ງຈະຫຼວດ.

ປະຊາຊົນເກົາຫຼີໃຕ້ ເບິ່ງ ແຜນທີ່ ຂອງບໍລິເວນເຂດຊາຍແດນ ລະຫວ່າງ ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຢູ່ທີ່ Imjingak Pavilion ໃກ້ກັບຄຸ້ມບ້ານຊາຍແດນ Panmunjom, ຊຶ່ງເປັນເຂດທີ່ແບ່ງແຍກ ສອງເກົາຫຼີ ນັບຕັ້ງແຕ່ສົງຄາມເກົາຫຼີ ເປັນຕົ້ນມາ ໃນເມືອງ Paju ຢູ່ທາງກ້ຳເໜືອຂອງນະຄອນຫຼວງໂຊລຂອງເກົາຫຼີໃຕ້, ວັນຈັນທີ 11 ມັງກອນ 2016.

​ໃນ ເກົາຫຼີໃຕ້ ເກືອບຈະແມ່ນທຸກໆການເຈລະຈາ​ໃນ​ການ​ພົວພັນແບບ ສັນຕິ ກັບເກົາຫຼີ
ເໜືອ ໄດ້ຢຸດຊະ​ງັກລົງ ແລະ ການແລກປ່ຽນຕ່າງໆໄດ້ຖືກຍົກເລີກ ຫຼັງຈາກເກົາຫຼີເໜືອ
ໄດ້ທຳການທົດລອງລະເບີດນິວເຄລຍລູກທີ 4 ໃນວັນທີ 6 ມັງກອນ ທີ່ຜ່ານມາ.

ມີລາຍງານຫຼາຍສະບັບໃນສັບປະດານີ້ວ່າ ໂຊລກຳລັງພິຈາລະນາທີ່​ຈະ ປິດ​ເຂດອຸດສາ
ຫະກຳຮ່ວມ Kaesong ຖ້າພຽງຢາງ ຍັງ​ຈະດຳເນີນຕາມແຜນການ ທີ່​ຈະ​ຍິງຈະຫຼວດ
ຂອງພວກເຂົາເຈົ້າ.