ການຍິງລູກສອນໄຟຂ້າມທະວີບ ຂອງເກົາຫຼີເໜືອ ເຮັດໃຫ້ມີການເຕືອນກະທັນຫັນ ຢູ່ໃນຍີ່ປຸ່ນ

ໃນຮູບທີ່ຖ່າຍໂດຍ ກຽວໂດະ (Kyodo) ນີ້, ໂທລະພາບຢູ່ໃນນະຄອນຫຼວງໂຕກຽວ ໃນວັນທີ 13 ເມສາ 2023 ສະແດງໃຫ້ເຫັນຂໍ້ຄວາມເຕືອນໄພທີ່ອ່ານວ່າ: ລັດຖະບານຍີ່ປຸ່ນ ເຕືອນໄພປະຊາຊົນທີ່ອາໄສຢູ່ໃນເກາະໃຫຍ່ແຂວງຮອກໄກໂດ ຮີບຊອກຫາບ່ອນລີ້ໄພໃນທັນທີ ແລະຈົ່ງພາກັນຢູ່ໃນອາຄານ.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດຂ້າມທະລີບໃນວັນພະຫັດມື້ນີ້, ອີງຕາມລາຍງານຈາກເຈົ້າໜ້າທີ່ຂອງສະຫະລັດ, ເຊິ່ງຜັກດັນໃຫ້ມີການເຕືອນໄພແບບກະທັນຫັນ ແລະເຕືອນໃຫ້ປະຊາຊົນຍົກຍ້າຍໃນທັນທີ ຢູ່ເທິງເກາະໃຫຍ່ທີ່ຢູ່ເໜືອສຸດຂອງປະເທດຍີ່ປຸ່ນ.

ປະຊາຊົນທີ່ອາໄສຢູ່ໃນແຂວງຮອກໄກໂດ ໄດ້ຮັບການເຕືອນໃຫ້ພາກັນເຂົ້າໄປລີ້ ຢູ່ໃນຫ້ອງໃຕ້ດິນຂອງພວກເຂົາເຈົ້າ, ແລະຢູ່ໃນບາງສະຖານີຂົນສົ່ງສາທາລະນະ ໄດ້ພາກັນຢຸດບໍລິການຊົ່ວຄາວ, ອີງຕາມລາຍງານຂອງອົງການຂ່າວຍີ່ປຸ່ນ.

ຢ່າງໃດກໍຕາມ, ຫຼັງຈາກການເຕືອນດັ່ງກ່າວ ເກີດຂຶ້ນປະມານ 20 ນາທີ ທາງການຂອງຍີ່ປຸ່ນກໍໄດ້ຍົກເລີກການເຕືອນ ໂດຍກ່າວວ່າ ລູກສອນໄຟຂອງເກົາຫຼີ
ເໜືອ ບໍ່ຄາດ​ວ່າ​ຈະຕົກລົງມາໃສ່ ເກາະຮອກໄກໂດ.

Your browser doesn’t support HTML5

US, South Korea Hold Bigger, Louder Drills in Warning to North

ລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ ທ່ານຢາຊູກາຊຸ ຮາມາດະ ໄດ້ກ່າວພາຍຫຼັງວ່າ ລູກສອນໄຟດັ່ງກ່າວ ຕົກໃສ່ນອກດິນແດນຂອງຍີ່ປຸ່ນ.

ອີງຕາມລາຍງານຂອງກອງທັບເກົາຫຼີໃຕ້, ລູກສອນໄຟດັ່ງກ່າວ ແມ່ນຍິງເປັນມຸມສູງ ຈາກບໍລິເວນພື້ນທີ່ໃນນະຄອນຫຼວງພຽງຢາງ ແລະບິນໄປໄກປະມານ 1,000 ກິໂລແມັດ ກ່ອນທີ່ມັນຈະຕົກລົງໄປໃສ່ທະເລ ລະຫວ່າງເກົາຫຼີ ແລະຍີ່ປຸ່ນ.

ອ່ານຂ່າວນີ້ເປັນພາສາອັງກິດ