ເຈົ້າໜ້າທີ່ເກົາຫລີໃຕ້ຄົນນຶ່ງ ກ່າວວ່າ ການກຳອຳນາດຂອງຜູ້ນຳເກົາຫລີເໜືອທ່ານ Kim Jong Un ບັດນີ້ “ບໍ່ມີການສັ່ນຄອນ” ອີກແລ້ວ ຫລັງຈາກປະເທດດັ່ງກ່າວ ໄດ້ທົດລອງນິວ ເຄລຍ ແລະລູກສອນໄຟ ເມື່ອໄວໆມານີ້.
ເຈົ້າໜ້າທີ່ກ່າວໂດຍທີ່ບໍ່ຂໍອອກຊື່ວ່າ ເຖິງແມ່ນວ່າ ໄດ້ກຳຈັດເຈົ້າໜ້າທີ່ຂັ້ນສູງຫຼາຍຄົນ ຮວມທັງການປະຫານຊີວິດ ອາວ ແລະຜູ້ໃຫ້ຄຳປຶກສາຂອງທ່ານ Kim ຄືທ່ານ Jang Song Thaek ໃນປີ 2013 ແລະໃນປີກາຍນີ້ໄດ້ປົດລັດຖະມົນຕີປ້ອງກັນປະເທດທ່ານ Hyon Yong Chol ບໍ່ມີຮ່ອງຮອຍໃດໆສະແດງໃຫ້ເຫັນວ່າ ມີຄວາມບໍ່ໝັ້ນຄົງເພີ້ມຂຶ້ນ ຢູ່ໃນຄະນະນຳພາເກົາຫລີເໜືອ.
ທະຫານເກົາຫລີໃຕ້ ຢ່າງຜ່ານຂ່າວໂທລະພາບເກົາຫລີເໜືອ ຢູ່ສະຖານີລົດໄຟໃນນະຄອນໂຊລ.
ແລະການລົງໂທດໜັກຂຶ້ນກວ່າເກົ່າຂອງສາກົນ ທີ່ໄດ້ຈັດຕັ້ງປະຕິບັດຫວ່າງມໍ່ໆມານີ້ ປາກົດວ່າໄດ້ເສີມຂະຫຍາຍອຳນາດແລະອິດທິພົນຂອງຜູ້ນຳເກົາຫລີເໜືອ. ມາດຕະ
ການ ລົງໂທດໃໝ່ຂອງສະຫະປະຊາຊາດ ທີ່ໄດ້ຮັບຮອງເອົາ ໃນເດືອນແລ້ວນີ້ ແມ່ນຄວາມໝາຍວ່າ ຈະຕັດແຫລ່ງທີ່ມາຂອງເງິນທຶນແລະອຸບປະກອນຕ່າງໆ ສຳລັບໂຄງ ການນີວ ເຄລຍ ແລະລູກສອນໄຟຂີປະນາວຸດຂອງເກົາຫລີເໜືອ.
ບັນດາລົດຂົນສົ່ງເກົາຫລີໃຕ້ ຈາກເຂດອຸດສາຫະກຳຮ່ວມ Kaesong ທີ່ເກົາຫລີເໜືອກຳລັງຜ່ານດ່ານກວດ.
ໃນວັນອັງຄານວານນີ້ ຈີນ ໄດ້ເຄື່ອນໄຫວ ບັງຄັບການລົງໂທດໂດຍຫ້າມບໍ່ໃຫ້ນຳຄຳ ແລະແຫ່ທາດທີ່ຫາຍາກຈາກເກົາຫລີເໜືອ ແລະຫ້າມບໍ່ໃຫ້ສົ່ງອອກເຊື້ອໄຟສຳລັບເຮືອ ບິນອາຍພົ່ນ ແລະຜະລິດຕະພັນນໍ້າມັນຕ່າງໆ ທີ່ໃຊ້ເຮັດເຊື້ອໄຟ ລູກສອນໄຟ.
ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ທ່ານ Kim Jong Un ປັດນີ້ປາກົດວ່າ “ມີຄວາມຮີບຮ້ອນ” ເພື່ອສ້າງຄວາມກ້າວໜ້າ ໃຫ້ແກ່ຄວາມສາມາດທາງດ້ານນິວເຄລຍ ຂອງປະເທດ ກ່ອນ ທີ່ການລົງໂທດຢ່າງເຕັມທີ່ຈະເລີ້ມມີຜົນກະທົບຕໍ່ໂຄງການ.
ຕົ້ນເຂົ້າທີ່ເກີດຢູ່ບ່ອນແຕກແຫງ ທີ່ແຫ້ງແລ້ງ ຢູ່ເມືອງ Ryongchon-ri ເກົາຫລີເໜືອ.
ໃນເດືອນແລ້ວນີ້ທ່ານ Kim ກ່າວວ່າ ປະເທດຂອງທ່ານມີຫົວລະເບີດນິວເຄລຍຂະໜາດ ນ້ອຍ ທີ່ຈະຕິດໃສ່ລູກສອນໄຟຂີປະນາວຸດ ເຖິງແມ່ນວ່າການອ້າງຂອງທ່ານຍັງບໍ່ທັນໄດ້ ຢືນຢັນຢ່າງເປັນອິດສະຫຼະເທື່ອກໍຕາມ.
ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ໂຊລເຊື່ອວ່າເກົາຫລີເໜືອໄດ້ພັດທະນາຫົວລະເບີດ ໜັກນຶ່ງ ໂຕນ ຫຼື 907 ກິໂລກາມ ທີ່ສາມາດຕິດຕັ້ງໃສ່ລູກສອນໄຟ Rodong ຊຶ່ງສາມາດໄປໄດ້ ເຖິງ 2,000 ກິໂລແມັດແລະມີໂອກາດໂຈມຕີຖານທັບສະຫະ ລັດໃນເກາະ Okinawa ແລະເກາະ Guam. ແຕ່ທ່ານກ່າວວ່າ ພຽງຢາງຍັງ ອີກສອງປີ ຈຶ່ງຈະສາມາດພັດທະນາ ຄວາມສາມາດໃນການໂຈມຕີແຜ່ນດິນໃຫຍ່ຂອງສະຫະລັດໄດ້.