ຜູ້ນຳເກົາຫຼີເໜືອ ເດີນ​ທາງໄປຮອດ ຫວຽດນາມ ເພື່ອ​ພົບປະ​ສຸດຍອດ ​ກັບ​ທ່ານ​ທ​ຣຳ

ຜູ້ນຳເກົາຫຼີ ເໜືອ ທ່ານກິມ ຈົງ ອຶນ ໂບກມືຈາກລົດໄຟ ໃນເມືອງດອງ ແດງ ເມືອງຊາຍແດນຫວຽດນາມ, 26 ກຸມພາ 2019.

ຫຼັງ​ຈາກ​ທີ່ໄດ້​ເດີນ​ທາງ​ດ້ວຍ​ລົດ​ໄຟເກືອບ 3 ມື້ ຜ່ານ​ປະ​ເທດ​ຈີນ, ຜູ້​ນຳເກົາຫຼີ​ເໜືອ
ທ່ານ ກິມ​ ຈົງ ອຶນ ​ກໍໄດ້​ໄປ​ຮອດ​ໄປ​ເຖິງ​ປະ​ເທດ​ຫວຽດ​ນາມແລ້​ວ​ເພື່ອ ເຂົ້າ​ຮ່ວມ​
ກອງ​ປະ​ຊຸມ​ສຸດຍອດ​ກັບປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ.

ຂະ​ບວນ​ລົດ​ໄຟທີ່ກັນ​ລູກ​ປືນ ​ສີເຫຼືອງ​ແລະ​ສີ​ຂຽວ​ ຂອງຜູ້​ນຳເກົາ​ຫຼີ​ເໜືອ ໄດ້​ໄປ​
ຮອດ​ເມືອງ​ຊາຍ​ແດນ ດອງ ດັງ​ ຂອງຫວຽດ​ນາມ​ໃນ​ເຊົ້າ​ວັນ​ອັງ​ຄານ​ມື້​ນີ້. ທ່ານ​ກິມ​
ແມ່ນໄດ້​ອອກ​ຈາກ​ລົດ​ໄຟ, ​ເດີນຍິ້ມແລະ​ໂບກ​ມື​ໄປຝູງ​ຊົນ​ທີ່​ໄປຕ້ອນ​ຮັບ​ທ່ານ
ໃນ​ຂະ​ນະ​ທີ່​ທ່ານ​ຍ່າງ​ຕາມ​ພົມ​ແດງ ​ໄປຍັງລົດ​ທີ່ມາລໍ​ຖ້າ​ຕ້ອນ​ຮັບ​ທ່ານຢູ່​ນັ້ນ.

ລົດລີ​ໂມ​ຊີນ ​ຍີ່​ຫໍ້ Mercedes-Benz ແມ່ນ​ເຄື່ອນ​ອອກ​ໄປ​ດ້ວຍເຈົ້າ​ໜ້າ​ທີ່​ຮັກ​ສາ
​ຄວາມ​ປອດ​ໄພທ່ານ​ ​ທີ່ເປັນ​ຄ​ະ​ນະ​ໄດ້​ພາ​ກັນ​ສວມ​ໃສ່​ຊຸດ​ສີ​ດຳ ແລ່ນ​ຊ້າໆ ໃນ​ຂະ​ນະ​ທີ່
ລົດ​ຂອງ​ທ່ານ​ກິມ ​ເລີ້ມ​ອອກ​ຈາກ​ສະ​ຖາ​ນີ​ລົດ​ໄຟ.

ທ່ານ​ກິມ ຜູ້​ຊຶ່ງ​ໄດ້​ອອກເດີນ​ທາງ​ຈາກ​ພຽງ​ຢາງ ໃນ​ວັນ​ເສົາ​ຜ່ານ​ມາ​ນີ້, ຈະເດີນ​ທາງ​
ດ້ວຍ​ລົດ​ເປັນ​ເວ​ລາ​ຫຼາຍໆ​ຊົ່ວ​ໂມງຈາກ​ເຂດ​ພູ​ຜາ​ໃນ​ພາກ​ເໜືອ​ຂອງ​ຫວຽດ ນາມ​ໄປ​ຍັງ
ນະ​ຄອນ​ຮາ​ໂນ່ຍ.

ຜູ້ນຳເກົາຫຼີ ເໜືອ ທ່ານກິມ ຈົງ ອຶນ ໂບກມືຈາກລົດໂດຍລົດໄຟ ໃນເມືອງດອງ ແດງ ເມືອງຊາຍແດນຫວຽດນາມ, 26 ກຸມພາ 2019.

ໃນ​ຊ່ວງ 2 ມື້ ຂອງ​ການ​ເຈ​ລະ​ຈາ ທີ່​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້, ທ່ານ​ທ​ຣຳ ແລະ​ທ່ານ​ກິມ ຈະ​ພະ​ຍາ​ຍາມ​ທີ່​ຈະສ້າງ​ຄວ​າມ​ຄືບ​ໜ້າ ໃຫ້​ແກ່​ຂໍ້​ຕົກ​ລົງປົດ​ອາ​ວຸດ​ນິວ​ເຄ​ລຍ ທີ່​ໄດ້​ລົງ​ນາມ​ໃນ​ການ​ພົບ​ປະ​ກັນ​ທີ່ກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ທຳ​ອິດໃນ ​ເດືອນ​ພຶດ​ສະ​ພາ​ປີ​ກາຍ​ນີ້ ​ທີ່​ສິງ​ກະໂ​ປ​ນັ້ນ.

ທ່ານ​ທ​ຣຳ ຜູ້​ຊຶ່ງ​ອອກ​ເດີນ​ທາງ​ໄປ​ນະ​ຄອນ​ຮາ​ໂນ່ຍ ໂດ​ຍ​ເຮືອ​ບິນປະ​ຈຳ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ ຫຼື Air Force One ນັ້ນ ໄດ້​ກ່າວ​ກ່ອນ​ອອກ​ຈາກ​ວໍ​ຊີງ​ຕັນ​ວ່າ ທ່ານ​ຄາດ​ວ່າ ຈະເປັນ “ກອງ​ປະ​ຊຸມ​ສຸດຍອດ​ທີ່​ສຳ​ຄັນ​ສຸດ.”​

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ຄາດ​ວ່າ ຈະ​ໄປ​ຮອດ​ໄປ​ເຖິງ ນະ​ຄອນ​ຮາ​ໂນ່ຍ ໃນແລງວັນ​ພຸດມື້​ອື່ນ. ທ່ານ​ຈະ​ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ​ກິມ ແບບ​ສັ້ນໆ ນຶ່ງ​ຕໍ່​ນຶ່ງ ໃນ​ມື້​ນັ້ນກ່ອນ​ການ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ “ແບບ​ສັງ​ສັນ” ທີ່​ຈະ​ຮວມ​ທັງ​ຜູ້​ຕາງຈຸ​ນ້ອຍໆ ຈາກ​ແຕ່​ລະ​ຝ່າຍ, ອີງ​ຕາມ​ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ຊາ​ຣາ ຮັກ​ກາ​ບີ ແຊນ​ເດີ​ຣ໌ສ.

ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້, ທ່ານ​ກິມຄາດ​ວ່າ ຈະ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຫວຽດ​ນາມ. ທ່ານ​ອາດ​ຈະ​ໄປ​ຢ້ຽມ​ຢາມ​ເມືອງຮາຍ​ຟອງ ​ຊຶ່ງ​ເປັນເມືອງ​ອຸດ​ສາ​ຫະ​ກຳ​ໃ​ຫຍ່​ຂອງ​ຫວຽດ​ນາມ ແລະ​ສູນ​ກາງການ​ຜະ​ລິດ Bac Ninh ອີງ​ຕາມ​ລາຍ​ງານ​ຂອງ​ຣອຍ​ເ​ຕີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ຫວັງ​ວ່າ ທ່ານ​ກິມ ຈະ​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ປະ​ສົບ​ການ​ໃນ​ຫວຽດ​ນາມ, ​ຊຶ່ງ​ເປັນ​ປະ​ເທດ​ທີ່​ປົກ​ຄອງ​ແບບ​ມີ​ພັກ​ດຽວ ທີ່​ມີ​ປະ​ສົບ​ການໃນການ​ຈະ​ເລີນ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ ຫຼັງ​ຈາກ​ທີ່ໄດ້​ເປີດ​ເສດ​ຖະ​ກິດ​ຂອງ​ຕົນ ສູ່​ໂລກ​ພາຍນອກ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ປະທານາທິບໍດີສະຫະລັດ ທ່ານດໍໂນ ທຣຳ ໂບກມື ໃນຂະນະທີ່ທ່ານຂຶ້ນເຮືອບິນປະຈຳຕຳແໜ່ງ Air Force One ເພື່ອອອກເດີນທາງໄປຍັງຫວຽດນາມ ເພື່ອພົບປະກັບຜູ້ນຳເກົາຫຼີ ເໜືອ ທ່ານກິມ ຈົງ ອຶນ ທີ່ສະໜາມບິນກອງທັບອາກາດ Andrews, ລັດແມຣີແລນ, 25 ກຸມພາ 2019.