ເກົາຫລີເໜືກ່າວວ່າ ພຽງຢາງບໍ່ມີເຈດຕະນາທີ່ຈະຍອມເຮັດຕາມຄວາມຮຽກຮ້ອງ ຂອງວໍຊິງຕັນ ແລະທ່ານ ກິມ ຈົງ ອຶນ ຈະອອກຖະແຫລງການໃນໄວໆນີ້ ກ່ຽວກັບການເຈລະຈາກັນໃນອະນາຄົດທີ່ອາດເກີດຂຶ້ນໄດ້.
ລາຍງານຕ່າງໆ ຍັງໄດ້ສະແດງໃຫ້ເຫັນວ່າ ທ່ານ ກິມ ອາດທຳການຈະພິຈາລະນາຄືນອີກ ເພື່ອເຮັດໃຫ້ຄຳສັງຫ້າມ ການທົດລອງລູກສອນໄຟຂີປະນາວຸດທີ່ໄດ້ວາງອອກມາໄດ້ປີກວ່ານັ້ນ ຍຸດຕິລົງ.
ມີລາຍງານເພີ້ມເຕີມອັນນຶ່ງຈາກອົງການຂ່າວ ເອພີ ວ່າ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໂຈ ຊົນ ຮຸຍ ທີ່ໄດ້ຖະແຫລງຕໍ່ພວກນັກຂ່າວ ແລະພວກນັກການທູດໃນພຽງຢາງໃນວັນສຸກມື້ນີ້ເວົ້າວ່າ ວໍຊິງຕັນ ປະຖິ້ມ ໂອກາດອັນລ້ຳຄ່າໄປ ໃນຕອນທີ່ທ່ານ ກິມ ແລະປະທານາທິບໍດີ ດໍໂນລ ທຣຳຂອງສະຫະລັດ ບໍ່ສາມາດບັນລຸຂໍ້ຕົກລົງນຳກັນໄດ້ ຢູ່ໃນກອງປະຊຸມສຸດຍອດຂອງ ພວກເພິ່ນ ທີ່ຈັດຂຶ້ນຢູ່ທີ່ຮາໂນ່ຍ ໃນທ້າຍເດືອນກຸມພາຜ່ານມານີ້.
ຮອງລັດຖະມົນຕີກະຊວງການຕ່າງປະເທດເກົາຫລີເໜືອ, ທ່ານ ໂຈ ຊົນ ຮຸຍ ຖະແຫລງຕໍ່ພວກນັກຂ່າວ ແລະພວກນັກການທູດໃນພຽງຢາງໃນວັນທີ 15 ມີນາ, 2019
ປະທານາທິບໍດີທຣຳ ເວົ້າວ່າ ທ່ານຍ່າງອອກຈາກໂຕະປະຊຸມໄປ ກໍຍ້ອນວ່າ ມີຈຸດຢືນທີ່ແຕກຕ່າງກັນກ່ຽວກັບສິ່ງທີ່ເກົາຫລີເໜືອຕ້ອງໄດ້ເຮັດເພື່ອໃຫ້ໄດ້ຮັບການຍົກເລີກມາດຕະການລົງໂທດ.
ປະທານາທິບໍດີທຣຳ ກ່າວເພີ້ມຢູ່ໃນກອງປະຊຸມຖະແຫລງຂ່າວອີກວ່າ ພຽງຢາງ ໄດ້ຮ້ອງຂໍ ໃຫ້ຍົກເລີກມາດຕະການລົງໂທດທັງໝົດ ເພື່ອເປັນການແລກປ່ຽນ ກັບການການໂຈະການທົດລອງລູກສອນໄຟຂີປະນາວຸດ ແລະອາວຸດນິວເຄລຍ ຂອງຕົນ ຕະຫລອດທັງທັບມ້າງບ່ອນທົດລອງທີ່ໂຮງໄຟຟ້າຢົງບີຢອນ.
ທ່ານ ກິມ ແລະປະທານາທິບໍດີ ດໍໂນລ ທຣຳຂອງສະຫະລັດ ລົມກັນ ກ່ອນກອງປະຊຸມສຸດຍອດຂອງ ພວກເພິ່ນ ທີ່ຈັດຂຶ້ນຢູ່ທີ່ຮາໂນ່ຍ ໃນທ້າຍເດືອນກຸມພາຜ່ານມານີ້
ເກົາຫລີເໜືອກັບກ່າວອ້າງວ່າ ຕົນໄດ້ຮ້ອງຂໍເອົາພຽງການຍົກເລີກ ມາດຕະການລົງໂທດເປັນບາງສ່ວນເທົ່ານັ້ນ.