ສປຊ ​ວ່າ ອາວຸດຂອງ ຄິວບາ ທີ່ສົ່ງໃຫ້ ເກົາຫລີເໜືອ ລະເມີດຕໍ່ ການລົງໂທດ ຂອງຕົນ (ສະໄລດ໌/ວີດິໂອ)

ເຈົ້າໜ້າທີ່ກອງທັບເຮືອຢືນຢູ່ຕໍ່ໜ້າຄອນເທນເນີ ທີ່ຂົນສົ່ງ ປືນກົນຜະລິດຈາກຣັດເຊຍ ທີ່ຂົນອອກຈາກເຮືອກໍ່າປັ່ນທີ່ຕິດເຮືອເກົາຫລີເໜືອ Chong Chon Gang ໃນຂະນະທີ່ນັກຂ່າວ ເຂົ້າໄປເບິ່ງ ສູນໃສ່ຄອນເທັນແນີສາກົດ Manzanillo ຢູ່ເມືອງທ່າເຮືອ Colon ຂອງ Panama ໃນວັນອັງຄານທີ 30 ກໍລະກົດ 2013.

Panama ເວົ້າວ່າ ບັນດານັກຊ່ຽວຊານຂອງອົງການສະ
ຫະປະຊາຊາດ​ໄດ້ຕັດສິນວ່າ ອາວຸດຂອງຄິວບາ ທີ່ຢຶດໄດ້
ໃນເຮືອຂົນສົ່ງສິນຄ້າຂອງ​ເກົາຫລີ​ເໜືອຢູ່ໃນຄອງປານາ
ມາ ແມ່ນ​ເປັນການລະເມີດ ຕໍ່ການລົງໂທດຂອງສະຫະປະ
ຊາຊາດ.

ລັດຖະບານປານາມາອິງການສະຫລູບດັ່ງກ່າວ​ຂອງ​ຕົນໃນ
ວັນພຸດວານນີ້ ໃສ່ບົດລາຍງານ ຂັ້ນຕົ້ນຂອງນັກຊ່ຽວຊານ
ສະຫະປະຊາຊາດ ທີ່ຫາກໍ່ສໍາເລັດການກວດກາສິນຄ້າ ທີ່
ຢຶດໄດ້ ໃນເດືອນແລ້ວນີ້.

ປະນາມາບໍ່ໄດ້ເປີດເຜີຍບົດລາຍງານດັ່ງກ່າວ ແຕ່ກໍເວົ້າວ່າຕົນ​ໄດ້​ລົງ​ຄວາມເຫັນໂດຍ
“ບໍ່ມີຂໍ້ສົງໄສ” ໃດໆວ່າ ເຮືອເກົາຫລີ​ເໜືອໄດ້ລະເມີດການເກືອດຫ້າມຂອງສະຫະປະ
ຊາຊາດກ່ຽວກັບການສົ່ງອາວຸດໄປໃຫ້ເກົາຫລີ​ເໜືອ.

ເບິ່ງວີດິໂອ ກ່ຽວກັບອາວຸດຄິວບາ ທີ່ປານາມາຈັບໄດ້:

Your browser doesn’t support HTML5

North Korean Cargo Ship Seizure Under Scrutiny


ສ່ວນຄິວບານັ້ນເວົ້າວ່າ ຕົນໄດ້ສົ່ງອາວຸດດັ່ງກ່າວ ທີ່​ເປັນ​ອາວຸດ “ຫລ້າສະໄໝ” ນັ້ນໄປ
ໃຫ້ກຸງພຽງຢາງ ເພື່ອສ້ອມແປງແລ້ວ​ໃຫ້​ສົ່ງກັບຄືນມາໃຫ້ຕົນ. ອາວຸດດັ່ງກ່າວລວມມີ ທັງເຮືອບິນລົບອາຍພົ່ນ MI-21 ຂອງໂຊຫວຽດ 2 ລໍາ, ປືນກົນ MIC-21 15 ລໍາ ແລະ ຈະຫລວດຍິງຍົນ 9 ລູກ.

ເຈົ້າໜ້າທີ່ປານາມາໄດ້ຢຸດເຮືອດັ່ງກ່າວ ຢູ່ບໍ່ໄກປານໃດ ຈາກຄອງປາ​ນາມາ ຍ້ອນສົງ
ໄສວ່າ ໄດ້ຂົນສົ່ງຢາເສບຕິດ. ​ໃນ​ລະຫວ່າງການກວດການັ້ນ ພວກເຂົ້າເຈົ້າ​ໄດ້ພົບ​ເຫັນ
ອາວຸດທີ່ບໍ່ ໄດ້ແຈ້ງໃຫ້ຮູ້ນັ້ນ ຖືກຊຸກເຊື່ອງຢູ່ໃຕ້ເປົານໍ້າຕານຫລາຍ​ພັນ​ເປົາ.

ລູກ​ເຮືອຊາວເກົາຫລີ​ເໜືອ 35 ຄົນຢູ່​ໃນເຮືອລໍາດັ່ງກ່າວ ຖືກກ່າວຫາວ່າ ພະຍາຍາມ
ຈະຂົນສົ່ງອາວຸດທີ່ບໍ່ໄດ້ແຈ້ງໃຫ້ຮູ້ ໄປຜ່ານຄອງປານາມາ. ພວກເຂົາເຈົ້າຍັງຖືກກັກ
ຂັງຢູ່ ທີ່ຖານທັບເກົ່າ​ແຫ່ງ​ນຶ່ງຂອງກອງທັບ​ສະຫະລັດໃນປານາມາ.

Missile Parts Found on North Korean Ship in Panama