ເກົາຫລີເໜືອ ຖອນຂໍ້ສະເໜີໃຫ້ ທູດພິເສດສະຫະລັດ ໄປເກົາຫລີເໜືອ

ທ່ານ Robert King ຕອບຄໍາຖາມນັກຂ່າວ ລະຫວ່າງຢຸດແວ່ ຢູ່ກຸງໂຊລ, ເກົາຫລີໃຕ້, ວັນທີ 26 ສິງຫາ 2013, ກ່ອນຈະອອກເດີນທາງ ໄປເກົາຫລີເໜືອ ຕາມກໍບໍ່ໄດ້ໄປ ຍ້ອນພຽງຢາງຖອນຂໍ້ສະເໜີໃຫ້ໄປ.

ກະ​ຊວງການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ​ເກົາຫລີ​ເໜືອໄດ້
​ຖອນ​ຂໍ້​ສະ​ເໜີ​ຂອງ​ຕົນ ທີ່​ອະນຸຍາດ​ໃຫ້​ທູດ​ພິ​ເສດ​ຂັ້ນ​ສູງ​ຂອງ
ສະຫະລັດ​ ໄປ​ຢ້ຽມຢາມ​ກຸງພຽງ​ຢາງ​ໄດ້ ​ເພື່ອ​ເຈລະ​ຈາ​ກ່ຽວ​ກັບ
ການ​ປ່ອຍ​ໂຕ​ ຊາ​ວ​ເກົາຫລີ-ອາ​ເມຣິກັນ ທີ່​ຖືກ​ກັກ​ຂັງ​ຢູ່​ນັ້ນ.

​ໂຄສົກ​ຍິງ ກະ​ຊວງ​ການ​ຕ່າງປະ​ເທດ ສະຫະລັດ ທ່ານ​ນາງ
Marie Harf ກ່າວໃນ​ວັນ​ສຸກວານ​ນີ້​ວ່າ ສະຫະລັດ “ຮູ້ສຶກ
​ປະຫລາດ​ໃຈແລະ​ຜິດ​ຫວັງ” ​ນໍາ​ການ​ຕັດ​ສິນ​ໃຈດັ່ງກ່າ​ວ​ຂອງ
ເກົາຫລີ​ເໜືອ ​ແລະ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວກັບສຸຂະ​
ພາບ​ຂອງທ່ານ Kenneth Bae ຜູ້​ຖືກ​ກັກ​ຂັງຢູ່​ນັ້ນ​.

ທູດ​ພິ​ເສດ​ຂອງ ສະຫະ​ລັດ ທ່ານ Robert King ​ໄດ້ມີ​ກໍານົດຈະ​ເດີນທາງ​ອອກ​ຈາກໂຕ​ກຽວ ​ໄປ​ຍັງ​ນະຄອ​ນຫລວງ​ພຽງຢາງ ​ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອ​ຮຽກຮ້ອງ​ໃຫ້ທາງ​ການ​ເກົາ
ຫລີ​ເໜືອ ປ່ອຍ​ໂຕ ທ່ານ Bae ​ບົນ​ພື້ນ​ຖານ​ຂອງ​ມະນຸດສະ​ທໍາ.

ທ່ານ Bae ຊຶ່ງເປັນ​ນັກສອນ​ສາສະໜາ​ຄຣິສ ອາຍຸ 44 ປີ ໄດ້ຖືກຈັບ ຫລັງ​ຈາກເຂົ້າ​ໄປ
​ໃນ ເກົາຫລີ​ເໜືອ ​ໃນ​ນາມ​ຄົນນໍາທ່ຽວເມື່ອ​ເດືອນ​ພະ​ຈິກ​ປີ​ກາຍ​ນີ້. ຕໍ່​ມາ​ທ່ານ​ໄດ້​ຖືກ​ຕັດ​ສິນວ່າ ມີ​ຄວາມ​ຜິດ ​ໃນ​ຂໍ້ຫາ​ພະຍາຍ​າມ​ໂຄ່ນ​ລົ້ມ​ລັດຖະບານເກົາຫລີ​ເໜືອ ​ແລະ​ໄດ້ຖືກ
ຕັດສິນ​ໂທດໃຫ້​ຖືກ​ກັກຂັງ ຢູ່ຄຸກ​ສັບພະ​ທຸກ 15 ປີ.

ຄົນ​ໃນຄອບຄົວ​ຂອງ​ທ່ານ Bae ​ກ່າວ​ວ່າ ສຸຂະ​ພາບ​ຂອງ​ທ່ານ​ກໍາລັງ​ຊຸດ​ໂຊມ​ລົງ​ຢ່າງ​ໄວ. ມີລາຍ​ງານ​ວ່າ ທ່ານ​ໄດ້​ຖືກ​ຍ້າຍ​ອອກ​ຈາກສູນ​ສັບພະ​ທຸກ​ ໄປ​ຢູ່​ໂຮງໝໍ​ຄຸກ ຫລັງ​ຈາກ​ໄດ້​ເສຍ​ນໍ້າ​ໝັກໄປຫລາຍ​ກວ່າ 23 ກິໂລ.

​ເກົາຫລີ​ເໜືອ ​ໄດ້​ກັກ​ຂັງ​ຊາວ​ອາ​ເມຣິກັນ​ ຢ່າງ​ໜ້ອຍ​ຫົກ​ຄົນ ນັບ​ຕັ້ງ​ແຕ່​ປີ 2009 ມາ ຊຶ່ງ
ທັງ​ໝົດ​ໄດ້​ຖືກ​ປ່ອຍໃຫ້ກັບມາ​ບ້ານ ກ່ອນໄດ້​ຮັບ​ໃຊ້​ໂທດ​ເຕັມ​ກໍ​ານົດ. ສ່ວນ​ໃຫຍ່​ໄດ້​ຖືກ​ປ່ອຍ​ໂຕ​ ຫລັງ​ຈາກ​ການ​ຢ້ຽມຢາມ​ຂອງ​ຊາວ​ອາ​ເມ​ຣິກັນ​ທີ່​ສໍາຄັນ ຮວມ​ທັງ​ອະ​ດີດປະທາ
ນາທິບໍດີ Jimmy Carter ​ແລະ Bill Clinton.